ພະຍາດ Covid-19: ສະຖານທູດຫວຽດນາມ ປະຈຳ ຣັດເຊຍ ປະຕິບັດການນຳສົ່ງພົນລະເມືອງຫລາຍກວ່າ 340 ຄົນ ກັບຄືນປະເທດ

10:00 | 14/05/2020

ຍສໝ - ໃນວັນທີ 12 ແລະ 13 ພຶດສະພາ, ອຳນາດການປົກຄອງຫວຽດນາມ, ຫ້ອງການຜູ້ຕາງໜ້າ ຫວຽດນາມປະ ຈຳ ລັດເຊຍ ແລະ ການບິນແຫ່ງຊາດຫວຽດນາມ (Vietnam Airlines) ໄດ້ສົມທົບ ກັບ ອຳນາດການປົກຄອງລັດເຊຍ ນຳເອົາຫລາຍກ່ວາ 340 ຄົນເປັນພົນລະເມືອງຫວຽດນາມກັບຄືນປະເທດຈາກນະຄອນຫຼວງ Moscow - ຣັດເຊຍ.

ພະຍາດ covid 19 ສະຖານທ ດຫວຽດນາມ ປະຈຳ ຣ ດເຊຍ ປະຕ ບ ດການນຳສ ງພ ນລະເມ ອງຫລາຍກວ າ 340 ຄ ນ ກ ບຄ ນປະເທດ ຊາວຫວຽດນາມ ຢູ່ ຍີ່ປຸ່ນ ສະແດງຄວາມສາມັກຄີໃນການຮັບມືກັບພະຍາດ Covid-19
ພະຍາດ covid 19 ສະຖານທ ດຫວຽດນາມ ປະຈຳ ຣ ດເຊຍ ປະຕ ບ ດການນຳສ ງພ ນລະເມ ອງຫລາຍກວ າ 340 ຄ ນ ກ ບຄ ນປະເທດ ທະຫານປ້ອງກັນຊາຍແດນແຂວງກວາງນາມ ໄດ້ມອບເຂົ້າສານ 4 ໂຕນ ໃຫ້ປະຊາຊົນແຂວງເຊກອງ, ປະເທດລາວ

ໃນຈຳນວນຫລາຍກ່ວາ 340 ຄົນເປັນພົນລະເມືອງຫວຽດນາມ ທີ່ກັບຄືນປະເທດໃນຄັ້ງນີ້, ມີເດັກນ້ອຍອາຍຸຕ່ຳກວ່າ 18 ປີ, ນັກຮຽນນັກສຶກສາ ທີ່ບໍ່ມີບ່ອນພັກເຊົາຍ້ອນໂຮງຮຽນ ແລະ ຫໍພັກຖືກປິດ, ຜູ້ຍິງຖືພາ, ຜູ້ເຖົ້າ, ຜູ້ປ່ວຍ, ແລະ ນັກທ່ອງທ່ຽວຜ່ານແດນຖືກຄ້າງໄວ້ໃນປະເທດຣັດເຊຍ, ຄົນງານຖືກໝົດກຳນົດວີຊາ ແລະ ສັນຍາແຮງງານ.

ພະຍາດ covid 19 ສະຖານທ ດຫວຽດນາມ ປະຈຳ ຣ ດເຊຍ ປະຕ ບ ດການນຳສ ງພ ນລະເມ ອງຫລາຍກວ າ 340 ຄ ນ ກ ບຄ ນປະເທດ
ພົນລະເມືອງຫວຽດນາມ ປະຕິບັດລະບຽບການທີ່ຈຳເປັນ ຢູ່ ສະໜາມບິນ Moscow. (ພາບ: baoquocte)

ສະຖານທູດຫວຽດນາມ ປະຈຳລັດເຊຍ ໄດ້ແນະນຳພົນລະເມືອງປະຕິບັດລະບຽບການທີ່ຈຳເປັນ; ປະສານສົມທົບກັບອົງການທີ່ມີໜ້າທີ່ ຂອງຣັດເຊຍ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ພົນລະເມືອງໃນການເຄື່ອນຍ້າຍມາສະໜາມບິນ ໃນສະພາບການ ເຊິ່ງປະເທດລັດເຊຍ ກຳລັງປະຕິບັດຄຳສັ່ງປະກາດພາວະສຸກເສີນ ຍ້ອນສະພາບການທີ່ສັບສົນຂອງພະຍາດ Covid-19. ສະຖານທູດຫວຽດນາມ ປະຈຳລັດເຊຍ ກໍ່ໄດ້ໃຫ້ການຊ່ວຍເຫຼືອພົນລະເມືອງຫວຽດນາມຢ່າງໂດຍກົງ ໃນລະຫວ່າງການເດີນທາງຂຶ້ນເຮືອບິນ.

ດ້ວຍເປົ້າໝາຍເປັນ ຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງໂລກລະບາດ Covid-19; ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດຢ່າງເຂັ້ມງວດມາດຕະການຄວາມປອດໄພ ແລະ ສຸຂາພິບານໃນຕະຫຼອດຖ້ຽວບິນ. ຫຼັງຈາກລົງຈອດ ຢູ່ ສະໜາມບິນສາກົນ ເວີນໂດນ ຢ່າງປອດໄພ, ຜູ້ໂດຍສານທັງໝົດ ໄດ້ກວດສອບທາງການແພດ ແລະ ສົ່ງໄປສະຖານທີ່ແຍກອອກຫ່າງທີ່ຕາມລະບຽບການ.

ອີງຕາມຄວາມປາດຖະໜາ ຂອງພົນລະເມືອງ, ແລະ ອີງຕາມຄວາມສາມາດແຍກອອກຫ່າງ ຢູ່ ບັນດາທ້ອງຖິ່ນພາຍໃນປະເທດ ແລະ ສະພາບການຂອງພະຍາດ Covid-19, ກະຊວງການຕ່າງປະເທດ, ກະຊວງຄົມມະນາຄົມ ແລະ ຂົນສົ່ງ, ບັນດາອົງການປະຕິບັດໜ້າທີ່ພາຍໃນປະເທດ, ບັນດາອົງການຕົວແທນຫວຽດນາມ ຢູ່ ຕ່າງປະເທດ ແລະ ສາຍການບິນຫວຽດນາມ ຈະສືບຕໍ່ຜັນຂະຫຍາຍບັນດາຖ້ຽວບິນການຄ້າ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ ຕາມແນວທາງຊີ້ນຳຂອງທ່ານນາຍົກລັດຖະມົນຕີຫວຽດນາມ.

ພະຍາດ covid 19 ສະຖານທ ດຫວຽດນາມ ປະຈຳ ຣ ດເຊຍ ປະຕ ບ ດການນຳສ ງພ ນລະເມ ອງຫລາຍກວ າ 340 ຄ ນ ກ ບຄ ນປະເທດ ນະຄອນຫຼວງຮ່າໂນ້ຍໄດ້ມອບຜ້າອັດປາກ ຈຳນວນ 150.000 ອັນ ໃຫ້ແກ່ມົດສະກູ (ຣັດເຊຍ) ເພື່ອຕ້ານ COVID-19

ຍສໝ - ຂອງຂວັນທີ່ນະຄອນຮ່າໂນ້ຍ ມອບໃຫ້ ມົດສະກູ (ຣັດເຊຍ) ລວມມີຜ້າອັດປາກທໍາມະດາ 100.000 ອັນ ແລະ ຜ້າອັດປາກການແພດ 50.000 ອັນ ທີ່ໄດ້ຜະລິດໂດຍບັນດາວິສາຫະກິດຫວຽດນາມ, ຕອບສະໜອງ ໄດ້ມາດຕະຖານຄຸນນະພາບທີ່ກະຊວງສາທາລະນະສຸກຫວຽດນາມ ໄດ້ຮັບຮອງ ແລະ ຢັ້ງຢືນ ແລະ ໄດ້ຮັບການຢັ້ງຢືນ sticker CE ຂອງສະຫະພາບເອີຣົບ.

ພະຍາດ covid 19 ສະຖານທ ດຫວຽດນາມ ປະຈຳ ຣ ດເຊຍ ປະຕ ບ ດການນຳສ ງພ ນລະເມ ອງຫລາຍກວ າ 340 ຄ ນ ກ ບຄ ນປະເທດ ສະຖານທູດຫວຽດນາມ ປະຈຳອີຕາລີ ມອບອຸປະກອນການແພດ ໃຫ້ແກ່ອີຕາລີ ເພື່ອຕ້ານພະຍາດ COVID-19

ຍສໝ - ໃນຊຸມປີມໍ່ໆມານີ້, ສະຖານທູດຫວຽດນາມ ປະຈຳອີຕາລີ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການລະດົມບັນດາເຄື່ອງອຸປະກອນການແພດ ເພື່ອສະໜັບສະໜູນ ອີຕາລີ ແລະ ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ປະຕິບັດປ້ອງກັນການລະບາດຂອງພະຍາດ COVID-19.

ພະຍາດ covid 19 ສະຖານທ ດຫວຽດນາມ ປະຈຳ ຣ ດເຊຍ ປະຕ ບ ດການນຳສ ງພ ນລະເມ ອງຫລາຍກວ າ 340 ຄ ນ ກ ບຄ ນປະເທດ ສະມາຄົມມິດຕະພາບຫວຽດນາມ - ເບວຢ້ຽມ ມອບຜ້າບັງປາກ ເພື່ອຊ່ວຍເບວຢ້ຽມ ຕໍ່ສູ້ກັບພະຍາດ COVID-19

ຍສໝ - ຕອນບ່າຍວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມແມ້ງຮູ່ງ - ປະທານສະມາຄົມມິດຕະພາບຫວຽດນາມ - ເບວຢ້ຽມ ໄດ້ຕາງໜ້າສະມາຄົມ ເພື່ອມອບຜ້າບັງປາກການແພດ ຈຳນວນ 30.000 ແຜ່ນ ໃຫ້ສະຖານທູດເບວຢ້ຽມ ປະຈຳຫວຽດນາມ ເພື່ອສະໜັບສະໜູນປະເທດເບວຢ້ຽມ ໃນການຕໍ່ສູ້ກັບພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.