ຫວຽດນາມດຶງດູດບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຂອງອິນເດຍ

12:10 | 09/08/2020

ຍ​ສ​ໝ - ຫວຽດນາມ, ດ້ວຍພື້ນຖານເສດຖະກິດເປີດ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະ​ດວກ, ມີຄວາມສາມາດກາຍເປັນໜຶ່ງໃນບັນດາປະເທດທີ່ເຕີບໂຕໄວທີ່ສຸດໃນໂລກໃນໄລຍະຫລັງໂລກ​ລະ​ບາດ.

ຫວຽດນາມດ ງດ ດບ ນດາວ ສາຫະກ ດເຕ ກໂນໂລຢ ຂ ມ ນຂ າວສານຂອງອ ນເດຍ EVFTA ມີຜົນ​ສັກ​ສິດແມ່ນໂອກາດທີ່ດີເພື່ອຊຸກ​ຍູ້ການຮ່ວມມືອິນເດຍ - ອາຊຽນ - ໂອເຊຍເນຍ
ຫວຽດນາມດ ງດ ດບ ນດາວ ສາຫະກ ດເຕ ກໂນໂລຢ ຂ ມ ນຂ າວສານຂອງອ ນເດຍ ຜູ້ປະຈຳການຄະນະເລຂາທິການຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ
ຫວຽດນາມດ ງດ ດບ ນດາວ ສາຫະກ ດເຕ ກໂນໂລຢ ຂ ມ ນຂ າວສານຂອງອ ນເດຍ
ຫວຽດນາມດຶງດູດບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານຂອງອິນເດຍ (ພາບ​: VnEconomy)

ຫວຽດນາມມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງໃນການພັດ​ທະ​ນາຂອງຂະ​ແໜງອຸດສາຫະກຳເຕັກໂນໂລ ຢີຂໍ້ມູນຂ່າວສານ (IT), ຍ້ອນມີ​ຜູ້​ເກັ່ງ​ກ້າ​ສາ​ມາດ​ໜຸ່ມ​ເປັນ​ຈຳ​ນວນຫຼາຍ ແລະ ສະພາບແວດລ້ອມແຫ່ງການລົງທຶນທີ່ດຶງ​ດູດ​ໃຈບັນ​ດາ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານອິນເດຍ, ນຳ​ປະ​ເທດ​ຊາດ​ກາຍເປັນໜຶ່ງໃນບັນດາຈຸດ​ນັດ​ພົບກ່ຽວ​ກັບການລົງທຶນທີ່ພົ້ນ​ເດັ່ນທີ່​ສຸດ​ໃນພາກພື້ນ.

ນີ້ແມ່ນຂໍ້​ສັງ​ເກດຂອງ ທ່ານ Sanjay Gupta, ຮອງປະທານຮັບຜິດຊອບການ​ດຳ​ເນີນທຸລະກິດຂອງກຸ່ມບໍລິສັດ HCL Technologies Group ອິນເດຍ, ​ທີ່ກອງປະຊຸມສຳມະນາທາ​ງ​ອອນ​ລາຍທີ່ມີຫົວຂໍ້ວ່າ “ນະໂຍບາຍເສດຖະກິດມະຫາພາກທີ່ຫຼັກ​ແຫຼ່ງຂອງລັດຖະບານຫວຽດນາມທີ່ກ່ຽວກັບ​ການ​ຮັບ​ມື​ກັບໂລກລະບາດ ແລະ ບັນ​ດາ​ຂະ​ແໜງ​ທີ່​ມີທ່າແຮງສຳລັບນັກລົງທຶນໄລຍະຍາວ" ໂດຍສະຖານທູດຫວຽດນາມປະຈຳ ອິນເດຍຈັດ​ຕັ້ງໃນຕອນບ່າຍວັນທີ 7 ສິງຫາ.

ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງວິສາຫະກິດ ​ປະ​ມານ 100 ແຫ່ງ, ນັກລົງທຶນ, ນັກຊ່ຽວຊານ, ນັກ​ປະ​ຖະ​ກະ​ຖາທີ່ມີຊື່ສຽງ ແລະ ນັກຮຽນ​ຮູ້ ຂອງຫວຽດນາມແລະອິນເດຍ. ນະທີ່ນີ້, ບັນດານັກ​ປະ​ຖະ​ກະ​ຖາຫວຽດນາມ ໄດ້ອັບ​ເດດຂໍ້ມູນຂ່າວສານກ່ຽວກັບນະໂຍບາຍຂອງລັດຖະບານຫວຽດນາມໃນສະພາບການແຜ່ລະບາດຂອງ Covid-19 ກໍ່​ຄືບັນດາຂົງເຂດລົງທຶນທີ່ມີ​ແງ່​ຫວັງ, ທ່ານ​ກໍ່ເນັ້ນໜັກວ່າຫວຽດນາມແມ່ນຈຸດພົ້ນ​ເດັ່ນ​ໃນໂລກລະບາດ, ທັງມີ​ການຟື້ນຟູເສດຖະກິດທີ່ດີແລະ ທັງ​ຮັບ​ມື​ກັບໂລກ​ລະ​ບາດ Covid-19 ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ສະນັ້ນ, ຫວຽດນາມ, ດ້ວຍພື້ນຖານເສດຖະກິດເປີດ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສ​ະ​ດວກ, ມີຄວາມສາມາດກາຍເປັນໜຶ່ງ ໃນບັນດາປະເທດທີ່ເຕີບໂຕໄວທີ່ສຸດໃນໂລກໃນໄລຍະຫລັງໂລກ​ລະ​ບາດ. ບາງຂົງເຂດດຶງດູດຄວາມສົນໃຈ ແລະ ການປຶກ​ສາ​ຫາ​ລືທີ່ພົ້ນ​ເດັ່ນໃນກອງປະຊຸມສຳມະນາແມ່ນເຕັກໂນໂລຢີຂໍ້ມູນຂ່າວສານແລະພະລັງງານຜະ​ລິ​ດ​ຄືນ​ໃໝ່.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ Sanjay Gupta ແບ່ງປັນວ່າທ່ານໄດ້​ມາຫວຽດນາມຫຼາຍເທື່ອແລ້ວ, ແລະ ທ່ານ​ກໍ່ໄດ້ເຫັນປະຈັກຕາຄວາມສາມາດບົ່ມຊ້ອນຂອງຂະແໜງອຸດສາຫະກຳຂໍ້​ມູນ​ຂ່າວ​ສານຂອງຫວຽດນາມກໍ່ຄືບັນດາມາດຕະການໃນການຊຸກຍູ້ ແລະ ໜູນຊ່ວຍການພັດທະນາຂອງຂະ​ແໜງອຸດສາຫະກຳນີ້ຂອງ​ລັດ​ຖະ​ບານ​ຫວຽດ​ນາມ. ​ທຸກ​ສິ່ງ​ທຸກ​ຢ່າງໄດ້ເຮັດໃຫ້ HCL ຕັ້ງໃຈຈະມາລົງທຶນຢູ່ຫວຽດນາມ, ທ່ານ Sanjay Gupta ຢືນຢັນວ່າ HCL ມີຄວາມຫວັງສູງຕໍ່ການພັດທະນາຂອງຫວຽດນາມໃນອະນາຄົດແລະ ກຳລັງສົ່ງເສີມແຜນການລົງທຶນ​ໃຫຍ່​ທີ່​ມີ​ມູນ​ຄ່າ​ນັບຮ້ອຍລ້ານໂດລາສະຫະລັດເຂົ້າປະເທດນີ້.

ຫວຽດນາມດ ງດ ດບ ນດາວ ສາຫະກ ດເຕ ກໂນໂລຢ ຂ ມ ນຂ າວສານຂອງອ ນເດຍ EVFTA ມີຜົນ​ສັກ​ສິດແມ່ນໂອກາດທີ່ດີເພື່ອຊຸກ​ຍູ້ການຮ່ວມມືອິນເດຍ - ອາຊຽນ - ໂອເຊຍເນຍ

ຍ​ສ​ໝ - EVFTA ທີ່ຜົນ​ສັກ​ສິດແມ່ນໂອກາດທີ່ດີເພື່ອຊຸກ​ຍູ້ການຮ່ວມມືອິນເດຍ - ອາຊຽນ - ໂອເຊຍເນຍ ນັ້ນແມ່ນ ຄຳເຫັນຂອງທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ທີ່ກອງປະຊຸມໃຫ້​ແກ່ເອກອັກຄະລັດຖະທູດ, ຫົວໜ້າອົງ​ການການທູດໃນກອງປະຊຸມສຸດຍອດການຄ້າ ແລະ ຕະຫຼາດ​ນັດ,ວາງ​ສະ​ແດງ​ສິນ​ຄ້າ ອິ​ນ​ເດຍ - ອາ​ຊຽນ - ໂອເຊຍເນຍ ທີ່​ໄດ້​ຈັດ​ຕັ້ງ​ຄັ້ງ​ທ​ຳ​ດິດຢູ່ອິນເດຍ, ໃນຕອນເຊົ້າຂອງວັນທີ 4 ສິງຫາ 2020.

ຫວຽດນາມດ ງດ ດບ ນດາວ ສາຫະກ ດເຕ ກໂນໂລຢ ຂ ມ ນຂ າວສານຂອງອ ນເດຍ ຜູ້ປະຈຳການຄະນະເລຂາທິການຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ

ຍສໝ - ວັນທີ 4 ສິງຫານີ້, ຢູ່ສຳນັກງານສູນກາງພັກ, ທ່ານເຈີ່ນກວກເວືອງ - ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການຫວຽດນາມ ໄດ້ມີການຕ້ອນຮັບ ທ່ານ Pranay Verma - ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ.

ຫວຽດນາມດ ງດ ດບ ນດາວ ສາຫະກ ດເຕ ກໂນໂລຢ ຂ ມ ນຂ າວສານຂອງອ ນເດຍ ເພີ່ມທະວີການຮ່ວມມືລະຫວ່າງ ສປປ.ລາວ ແລະ ສ.ອິນເດຍ

ເມື່ອບໍ່ດົນມານີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ - ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາເຣັນດຣາ ໂມດີ - ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ ເພື່ອຮັດແໜ້ນ ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.