ການ​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ - ລາວ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ

11:30 | 08/08/2020

ຍ​ສ​ໝ - ທ່ານ ເຈິ່ນ​ເຍິດ​ແທັ່ງ, ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ​ຕີ​ລາ​ຄາ​ວ່າ, ເຖິງວ່າ ຊຸມ​ເດືອນ​ຕົ້ນ​ປີນີ້, ໂລກ​ລະ​ບາດ Covid – 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ກໍ່​ຕາມ, ແຕ່​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ແກ້​ໄຂ​ເປັນ​ຢ່າງ​ດີ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ໃນ​ທຸກ​ດ້ານ​ຄື: ການ​ເມືອງ​, ເສດ​ຖະ​ກິດ, ການ​ທູດ ແລະ ການ​ປ້ອງ​ກັ​ນ​ຄວາມ​ສະ​ຫງົບ.

ການ ຮ ວມ ມ ຮອບ ດ ານ ຫວຽດ ນາມ ລາວ ສ ບ ຕ ໄດ ຮ ບ ການ ເພ ມ ທະ ວ ແລະ ພ ດ ທະ ນາ ນັກ​ສຶກ​ສາ​ລາວ​ກ່​ວາ 400 ຄົນ​ໄດ້​ຮັບ​ການ​ແຍກ​ຕົວ
ການ ຮ ວມ ມ ຮອບ ດ ານ ຫວຽດ ນາມ ລາວ ສ ບ ຕ ໄດ ຮ ບ ການ ເພ ມ ທະ ວ ແລະ ພ ດ ທະ ນາ ກຳ​ປູ​ເຈຍ - ລາວ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ເສັ້ນ​​ຊາຍ​ແດນ​ລວ​ມ​ແຫ່ງ​ສັນ​ຕິ​ພາບ - ມິດ​ຕະ​ພາບ ແລະ ​ຮ່ວມ​ມື
ການ ຮ ວມ ມ ຮອບ ດ ານ ຫວຽດ ນາມ ລາວ ສ ບ ຕ ໄດ ຮ ບ ການ ເພ ມ ທະ ວ ແລະ ພ ດ ທະ ນາ
ພາບ​ປະ​ກອບ: baoquocte.vn

ເຖິງວ່າ ໂລກ​ລະ​ບາດ Covid – 19 ເຮັດ​ໃຫ້ຫຼາຍ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ທີ​່​ສຳ​ຄັນ​ລະ​ຫວ່າງ ສອງ​ປະ​ເທດ​ຖືກ​ຍົກ​ເລີກ, ໂຈະ​ໄວ້ກ​ໍ່​ຕາມ ແຕ່​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ ​ຍັງສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ​ຢ່າງ​ດີ​ງາມ.

ນີ້​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກາງ​ສະ​ໄໝ​ຂອງ ສອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຫວຽດ​ນາມ - ລາວ ເຊິ່ງ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊ​ົ້າ​ວັນ​ທີ 7 ສິງ​ຫາ ຕາມ​ຮູບ​ການ​ທາງ​ອອນ​ລາຍ. ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ, ຕີ​ລາ​ຄາ​ສະ​ພາບ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2020 ແລະ ສ້າງ​ທິດ​ທາງ, ຊຸກ​ຍູ້​​ການຜັນ​ຂະ​ຫຍາຍ​ໜ້າ​ທີ່​​ໃນຊຸມ​ເດືອນ​ທ້າຍ​ປີ 2020 ເພື່ອ​ແນ​ໃສ່​ສ້າ​ງ​ທ່ວງ​ທ່າການຜັນ​ຂະ​ຫຍາຍ​ແຜນ​ການ​ຮ່ວມ​ມື​ປີ 2021 ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ແຜນ​ການ 5 ປີ 2021 – 2025.

ທ່ານ ເຈິ່ນ​ເຍິດ​ແທັ່ງ, ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ​ຕີ​ລາ​ຄາ​ວ່າ, ເຖິງວ່າ ຊຸມ​ເດືອນ​ຕົ້ນ​ປີນີ້, ໂລກ​ລະ​ບາດ Covid – 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ກໍ່​ຕາມ, ແຕ່​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ແກ້​ໄຂ​ເປັນ​ຢ່າງ​ດີ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ໃນ​ທຸກ​ດ້ານ​ຄື: ການ​ເມືອງ​, ເສດ​ຖະ​ກິດ, ການ​ທູດ ແລະ ການ​ປ້ອງ​ກັ​ນ​ຄວາມ​ສະ​ຫງົບ. ທ່ານ​ກ່າວ​ວ່າ:

ເຖິງວ່າ ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ໂລກ​ພ​ວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ກໍ່​ຕາມ, ແຕ່​ໃນ​ປີນີ້​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ ກ​ໍ່ໄດ້​ມີ​ການ​ພົບ​ປະ​ກັນ​ 2 ຄັ້ງແລ້ວ, ທັງ​ມີ​ການຢ້ຽມ​ຢາມ​ຖາມ​ຂ່າວ ແລະ ທັງ​ມີ​​ການ​ພົບ​ປະກັນ​ໂດຍ​ສະ​ເພາະ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ນີ້​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ. ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດກ​ໍ່​ເຊັ່ນ​ດຽວ​ກັນ, ໃນ​ສະ​ພາບ​ການ​​ເກີດໂລກ​ລະ​ບາດມີ​ຄວາມ​ຫຍຸ້ງ​ຍາກ, ແຕ່ຢູ່​ເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ທີ່​ສຸດ.

ເພື່ອ​ປະ​ຕິ​ບັດ​ແຜນ​ການ​ຮ່ວມ​ມື​ລະ​ຫ່​ວາງ ສອງ​ປະ​ເທດ ຫວຽດ​ນາມ - ລາວ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໃນ​ຊຸມ​ເດືອນ​ທ້າຍ​ປີ 2020, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​​ນຳ​ກັນ​ວ່າຈະ​ເພ​ີ່ມ​ທະ​ວີ​ການ​ສົມ​ທົບ​ກັນ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ຫຍຸ້ງ​ຍາກ, ສິ່ງ​ຕິດ​ຂັດ​ທີ່​ເກີດ​ຂຶ້ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ​ບົນ​ເນື້ອ​ໃນ​ຈິດ​ໃຈ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ - ລາວ​ຢ່າງ​ທັນ​ການ.

ໜູ​ນ​ຊ່ວຍ​ກັນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາ​ມ​ສະ​ຫງົ​ບ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ​ສັງ​ຄົມ, ສົມ​ທົບ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຄືບ​ໜ້າ​, ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ນຳ​ໃຊ້​ແຫຼ່ງ​ເງິນ​ໜູນ​ຊ່ວຍ​ຂອງ​ຫວຽດ​ນາມ​ທີ່​ສະ​ຫງວ​ນ​ໃຫ້​ແກ່​ລາວ, ພິ​ເສດ​ແມ່ນ​ບັນ​ດາ​ໂຄງ​ການ​ສຳ​ຄັນ​ຄື: ຫ​ໍ​ສະ​ພາ​ແຫ່ງ​ຊາດລາວ, ບັນ​ດາ​ໂຮງ​ໝໍ​ມິດ​ຕະ​ພາບ ຢູ່​ແຂວງ​ຫົວ​ພັ​ນ ແລະ ຊຽງ​ຂວາງ.

ການ ຮ ວມ ມ ຮອບ ດ ານ ຫວຽດ ນາມ ລາວ ສ ບ ຕ ໄດ ຮ ບ ການ ເພ ມ ທະ ວ ແລະ ພ ດ ທະ ນາ ນັກ​ສຶກ​ສາ​ລາວ​ກ່​ວາ 400 ຄົນ​ໄດ້​ຮັບ​ການ​ແຍກ​ຕົວ

​ຍ​ສໝ - ມີ​ນັກ​ສຶກ​ສາ​ລາວ​ກ່​ວາ 400 ຄົນ ​ພາຍຫຼັງ​ເຂົ້າ​ເມືອງ​ຫວຽດ​ນາມ​ຜ່ານ​ດ່ານ​ຊາຍ​ແດນສາ​ກົນ ເກົ່າ​ແຈວ, ເມືອງ ເຮືອງ​ເຊີນ ໄດ້​ຮັບ​ການ​ແຍກ​ຕົວ​ໃນ​ວັນ​ທີ 22 ກໍ​ລະ​ກົດ.

ການ ຮ ວມ ມ ຮອບ ດ ານ ຫວຽດ ນາມ ລາວ ສ ບ ຕ ໄດ ຮ ບ ການ ເພ ມ ທະ ວ ແລະ ພ ດ ທະ ນາ ຫວຽດ​ນາມ - ລາວ​ ດຳ​ເນີນກອງ​ປະ​ຊຸມ​ຂ​ັ້ນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ປະ​ເທດ ຢູ່ແຂວງເງະອານ ສສ ຫວຽດນາມ

ຍສໝ - ໃນຕອນເຊົ້າວັນທີ 27 ພະຈິກ 2019, ຢູ່ແຂວງເງະອານ ສສ ຫວຽດນາມ, ຄະນະກຳມະການຮ່ວມມືຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ຂັ້ນຮອງປະທານເພື່ອຕີລາຄາການປະຕິບັດຂໍ້ຕົກລົງຮ່ວມມື ປີ 2019 ແລະ ແລກປ່ຽນທິດທາງໃນການຮ່ວມມືປີ 2020.

ການ ຮ ວມ ມ ຮອບ ດ ານ ຫວຽດ ນາມ ລາວ ສ ບ ຕ ໄດ ຮ ບ ການ ເພ ມ ທະ ວ ແລະ ພ ດ ທະ ນາ ຜູ້​ແທນ​ລາວ​ເຂົ້າ​ຮ່ວມ​ກອງ​ປະຊຸມລັດຖະມົນຕີແຮງງານອາຊຽນສະໄໝພິເສດ

ຄະນະຜູ້ແທນລາວ ນຳໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມ​ຄະນະໄດ້​ເຂົ້າ​ຮ່ວມກອງປະຊຸມ ລັດຖະມົນຕີ ແຮງງານອາຊຽນສະໄໝພິເສດວ່າດ້ວຍວຽກໃນອານາຄົດ, ການນໍາໃຊ້ເຕັກໂນໂລຊີ ແລະ ການເຕີບໂຕແບບມີສ່ວນຮ່ວມແມ່ນຂໍ້ລິເລີ່ມຂອງລັດຖະມົນຕີແຮງງານອາຊຽນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.