ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນເຖິງແກ່ມໍລະນະກໍາ

08:35 | 13/05/2020

ເພື່ອຈາລຶກຄຸນງາມຄວາມດີຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ; ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍ ຊຶ່ງເປັນຜູ້ໜຶ່ງທີ່ອົງອາດກ້າແກ່ນ ໃນບັນດາການນໍາຮຸ່ນທໍາອິດກໍ່ຕັ້ງພັກ ແລະ ກອງທັບປະຊາຊົນລາວ. ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ໄດ້ຕົກລົງໄວ້ອາໄລຢ່າງເປັນທາງການ ເປັນເວລາ 5 ວັນ ນັບແຕ່ວັນທີ 12 ເຖິງວັນທີ 16 ພຶດສະພາ.

ສະຫາຍ ພ ນເອກ ສ ສະຫວາດ ແກ ວບ ນພ ນເຖ ງແກ ມ ລະນະກ າ
ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແຫ່ງ ສປປ.ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ແກ້ວບຸນພັນ ຂໍແຈ້ງຂ່າວຄວາມເສົ້າສະຫລົດໃຈມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ພີ່ນ້ອງຮ່ວມຊາດ ຊາບທົ່ວເຖິງກັນວ່າ: ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກໍາມະການສູນກາງພັກສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິ ການສູນກາງພັກ ສະໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ,ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາເເພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເຖິງແກ່ມໍລະນະກໍາແລ້ວ ພາຍຫລັງທີ່ສະຫາຍໄດ້ມີການເຈັບເປັນໄລຍະໜຶ່ງ. ການ ຈັດຕັ້ງພັກ-ລັດ, ຄອບຄົວຍາດພີ່ນ້ອງ, ຄະນະແພດໝໍທັງພາຍໃນ ແລະ ຕ່າງປະເທດ ໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ, ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້, ສະຫາຍຈຶ່ງໄດ້ສິ້ນລົມຫາຍໃຈໃນເວລາ 7 ໂມງ 00 ນາທີຂອງວັນທີ 12 ພຶດສະພາ 2020 ລວມອາຍຸກະສຽນ 92 ປີ. ປັດຈຸບັນສົບຂອງສະຫາຍໄດ້ບໍາເພັນກຸສົນໄວ້ຢູ່ ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ, ສ່ວນວັນຊາປະນາກິດສົບຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 16/05/2020 ເວລາ 13 ໂມງ 00 ນາທີ ຢູ່ເດີ່ນພະທາດຫລວງ.

ດັ່ງນັ້ນ,ຈຶ່ງແຈ້ງຂ່າວມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ເພື່ອຊາບທົ່ວເຖິງກັນ.

ສະຫາຍ ພ ນເອກ ສ ສະຫວາດ ແກ ວບ ນພ ນເຖ ງແກ ມ ລະນະກ າ ທ່ານ​ ຫງວຽນ​ຊວັນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄຫວ້​ອາ​ໄລ ​ທ່ານ​ພົນ​ເອກ ​ສີສະຫວາດ ແກ້ວບຸນພັນ​ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ

ຍສໝ - ຕອນ​ບ່າຍ​ ວັນ​ທີ 13 ພຶດ​ສະ​ພາ, ຢູ່ ​ນະ​ຄອນຫຼວງວຽງ​ຈັນ ສປປ.ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ັນ​ຟຸກ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ແລະ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ໄປ​ໄຫວ້​ອາ​ໄລ​ທ່ານ​ ພົວ​ເອກ​ ສີ​ສະ​ຫວ​າດ ແກ້ວ​ບຸນ​ພັນ, ອະ​ດີ​ດກຳ​ມະ​ການ​ກົມ​ການ​ເມືອງ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ທີ່ຫາກໍ່​ເຖິງ​ແກ່​ມໍ​ລະ​ນະ​ກຳ​ໃນ​ວັນ​ທີ 12 ພຶດ​ສະ​ພາ.

ສະຫາຍ ພ ນເອກ ສ ສະຫວາດ ແກ ວບ ນພ ນເຖ ງແກ ມ ລະນະກ າ 29 ມື້ທີ່ ສປປ. ລາວ ບໍ່​ມີ​ຜູ້​ຕິດເຊື້ອໂຄ​ວິດ-19 ເພີ່ມ

ຮອດ​ວັນ​ທີ 11 ພຶດສະພາ 2020 ລວມ​ເປັນ 29 ມື້ ທີ່ ສປປ ລາວ ບໍ່​ມີ​ຜູ້​ຕິດເຊື້ອ ໂຄ​ວິດ-19 ເພີ່ມ ໃນ​ຂະນະ​ໂຕ​ເລກ​ຜູ້​ຕິດເຊື້ອ​ທີ່​ຜ່ານ​ມາ ມີ​ຈຳນວນ 19 ຄົນ.

ສະຫາຍ ພ ນເອກ ສ ສະຫວາດ ແກ ວບ ນພ ນເຖ ງແກ ມ ລະນະກ າ ກວ໋າງຈິ ​ເປີດ​ປະຕູ​ດ່າ​ນຊາຍ​ແດນ​ສໍາຮອງ 4 ​ແຫ່ງ ​ແນ​ໃສ່​ຈໍລະ​ຈອນ​​ສິນຄ້າ​ກັບ ລາວ

ຍສໝ - ບັນດາປະຕູດ່ານຊາຍແດນສໍາຮອງທີ່ໄດ້ຮັບການອະນາຍາດໃຫ້ເປີດປະຕູຄືນໃໝ່ເຫຼົ່ານັ້ນ ລວມມີ ຕ່າຣຸ່ງ, ແຈງ, ແທັງ ຂຶ້ນກັບເມືອງ ເຮື໊ອງຮວ໊າ ແລະ ດ່ານຊາຍແດນ ກອກ ຂຶ້ນກັບເມືອງ ດັກຣົງ ຕິດກັບຊາຍແດນຂອງສອງແຂວງ ສະຫວັນນະເຂດ ແລະ ສາລະວັນຂອງລາວ.

https://lnr.org.la/

ເຫດການ
302 Found

Found

The document has moved here.