ທ່ານນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມທົ່ວປະເທດ ກ່ຽວກັບການຜັນຂະຫຍາຍສັນຍາ EVFTA

12:59 | 06/08/2020

ຍສໝ - ໃນຕອນເຊົ້າວັນທີ 06 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວັນຟຸກ - ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທົ່ວປະເທດ ທາງອອນລາຍ ດ້ວຍຫົວຂໍ້ວ່າ “ຈັດຕັ້ງປະຕິບັດແຜນການຈັດຕັ້ງປະຕິບັດ EVFTA”.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ເປ ນປະທານກອງປະຊ ມທ ວປະເທດ ກ ຽວກ ບການຜ ນຂະຫຍາຍສ ນຍາ evfta EVFTA ມີຜົນ​ສັກ​ສິດແມ່ນໂອກາດທີ່ດີເພື່ອຊຸກ​ຍູ້ການຮ່ວມມືອິນເດຍ - ອາຊຽນ - ໂອເຊຍເນຍ
ທ ານນາຍ ກລ ດຖະມ ນຕ ຫວຽດນາມ ເປ ນປະທານກອງປະຊ ມທ ວປະເທດ ກ ຽວກ ບການຜ ນຂະຫຍາຍສ ນຍາ evfta ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ (EU) - ຫວຽດນາມ (EVFTA), ເປັນສັນຍາການຄ້າຮອບດ້ານທີ່ສຸດ

ເຂົ້າຮ່ວມມີການນຳຂອງບັນດາອົງການພັກ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າຄະນະຜູ້ຕາງໜ້າຂອງບັນດາປະເທດສະຫະພັນເອີຣົບ, ບັນດາສະມາຄົມ ແລະ ວິສາຫະກິດດີເດັ່ນຂອງ ຫວຽດນາມ ແລະ ສະຫະພັນເອີຣົບ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ເປ ນປະທານກອງປະຊ ມທ ວປະເທດ ກ ຽວກ ບການຜ ນຂະຫຍາຍສ ນຍາ evfta
ທ່ານນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມທົ່ວປະເທດ ກ່ຽວກັບການຜັນຂະຫຍາຍສັນຍາ EVFTA. (ພາບ: baochinhphu)

ກ່າວຄຳເຫັນທີກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ ເຊິ່ງປະກອບສ່ວນໃນການຊຸກຍູ້ການເຕີບໂຕ 3.25% ໃຫ້ແກ່ເສດຖະກິດຂອງ ຫວຽດນາມ ໃນໄລຍະ 5 ປີທຳອິດ, ເພີ່ມ 5% ໃນ 5 ປີຕໍ່ໄປ ແລະ 7% ໃນ 5 ປີ ຕໍ່ມາ.

ຂໍ້ຕົກລົງລຸ້ນໃໝ່ນີ້ຄາດວ່າ ຈະຊ່ວຍໃຫ້ຫວຽດນາມ ແລະ ອີຢູ ເພີ່ມຄວາມພະຍາຍາມໃນການຟື້ນຟູເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດຢ່າງສັບສົນຂອງພະຍາດ COVID-19.

ເພື່ອຮັບປະກັນການປະຕິບັດສັນຍາໄດ້ຄົບຖ້ວນ, ຄົບສຸດ ແລະ ມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ປະກາດໃຊ້ແຜນການປະຕິບັດສັນຍາຂອງລັດຖະບານດ້ວຍ 5 ກຸ່ມເນື້ອໃນໃຫຍ່ລວມມີ: ທີ 1 ແມ່ນວຽກງານໂຄສະນາ, ເຜີຍແຜ່ກ່ຽວກັບສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ; ທີ 2 ແມ່ນວຽກງານສ້າງຕັ້ງກົດໝາຍ, ລະບອບລະບຽບການ; ທີ 3 ແມ່ນບັນດາມາດຕະການຍົກສູງຄວາມສາມາດແກ່ງແຍ່ງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ; ທີ 4 ແມ່ນແຜນນະໂຍບາຍ ແລະ ນະໂຍບາຍສຳລັບອົງການກຳມະບານ ແລະ ບັນດາອົງການຂອງຜູ້ອອກແຮງງານຢູ່ພື້ນຖານວິສາຫະກິດ; ທີ 5 ແມ່ນນະໂຍບາຍປະກັນຊີວິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ.

ນອກຈາກນັ້ນ, ຜູ້ບໍລິໂພກຫວຽດນາມ ຈະໄດ້ຮັບຜົນປະໂຫຍດຢ່າງຫຼາຍ ເມື່ອ 65% ມູນຄ່າການສົ່ງອອກຂອງອີຢູ ຕໍ່ຫວຽດນາມຈະໄດ້ຮັບການຍົກເວັ້ນພາສີນໍາເຂົ້າ ຫຼັງຈາກສັນຍາການຄ້າເສລີ EVFTA ມີຜົນສັກສິດ. ສ່ວນທີ່ເຫຼືອຈະໄດ້ລົບລ້າງອີງຕາມແຜນການເຊິ່ງໝັ້ນໝາຍໃນ 10 ປີ.

ສັນຍາການຄ້າເສລີ (EVFTA) ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 01 ສິງຫາ 2020. ເຫດການດັ່ງກ່າວ ປຽບເໝືອນເສັ້ນທາງການຄ້າຄວາມໄວສູງ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ ໄດ້ນໍາເຂົ້າເຄື່ອນໄຫວຢ່າງເປັນທາງການດ້ວຍ 99% ຈໍານວນປະເພດພາສີອາກອນ ຈະໄດ້ຮັບການຍົກເລີກໃຫ້ທັງສອງຝ່າຍຕາມຂັ້ນຕອນ. ເຖິງຢ່າງໃດກໍຕາມ, ເພື່ອໝູນໃຊ້ໄດ້ບັນດາໂອກາດຈາກສັນຍາ EVFTA , ຜູ້ຕາງໜ້າຂອງບັນດາສະຫະສະມາຄົມວິສາຫະກິດ ແລະ ນັກຊ່ຽວຊານເສດຖະກິດຖືວ່າ ຫວຽດນາມ ຕ້ອງປະຕິຮູບລະບອບລະບຽບການຢ່າງແຮງ ແລະ ພ້ອມກັນນັ້ນກໍ່ແມ່ນວິສາຫະກິດຕ້ອງມີຄວາມເປັນເຈົ້າການ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ເປ ນປະທານກອງປະຊ ມທ ວປະເທດ ກ ຽວກ ບການຜ ນຂະຫຍາຍສ ນຍາ evfta ທ່ານ​ນາ​ຍົກ​ລັດ​ຖະ​ຕີ ຫງວຽນ​ຊວັນ​ຟຸກ ໂອ້​ລົມ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Ursula von der Leyen ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ

ຍ​ສ​ໝ - ທ່ານ​ປະ​ທານ EC ໄດ້​ເນັ້ນ​ໜັກ​ວ່າ EU ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ທຸ​ກ​ດ້ານ, ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ​ໃນ​ການ​ຮັບ​ດຳ​ລົງ​ຕຳ​ແໜ​່ງ​ເປັນ​ປະ​ທານ​ອາ​ຊຽນ ແລະ ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ສ​ປ​ຊ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ເປ ນປະທານກອງປະຊ ມທ ວປະເທດ ກ ຽວກ ບການຜ ນຂະຫຍາຍສ ນຍາ evfta EVFTA: ເປີດອອກກາລະໂອກາດສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມ

ຍສໝ - ສັນຍາການຄ້າເສລີຫວຽດນາມ – EU (EVFTA) ໄດ້ເປີດກາລະໂອກາດໃຫຍ່, ແຕ່ກໍ່ມີສິ່ງທ້າທາຍຫຼາຍ, ຕ້ອງຕອບສະໜອງມາດຕະຖານໄດ້ຢ່າງເຄັ່ງຄັດຄື: ຜະລິດຕະພັນຕ້ອງຊອກຫາໄດ້ຕົ້ນກຳເນີດ, ຂັ້ນຕອນຜະລິດ, ຄວາມປອດໄພຂອງທັນຍາຫານ, ການຊີ້ບອກທາງພູມສາດ.

ທ ານນາຍ ກລ ດຖະມ ນຕ ຫວຽດນາມ ເປ ນປະທານກອງປະຊ ມທ ວປະເທດ ກ ຽວກ ບການຜ ນຂະຫຍາຍສ ນຍາ evfta ສັນຍາ EVFTA ເປີດກາລະໂອກາດ ເພື່ອດຳເນີນທຸລະກິດໃຫ້ແກ່ປະເທດເບວຢ້ຽມ ແລະ ຫວຽດນາມ

ຍສໝ - ສັນຍ EVFTA ທີ່ມີຜົນບັງຄັບນຳໃຊ້ໃນວັນທີ 1 ສິງຫາ ເຊິ່ງຈະນຳມາບັນດາຜົນສະທ້ອນທີ່ດີໃຫ້ແກ່ບັນດານັກສົ່ງອອກ ຂອງປະເທດເບວຢ້ຽມ ໃນຂະນະທີ່ການເຕີບໂຕຂອງເສດຖະກິດຫວຽດນາມ ເຕັມໄປດ້ວຍຄວາມຫວັງ ບໍ່ຫົວຊາຕໍ່ການແຜ່ລະບາດຂອງພະຍາດ COVID​-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.