EVFTA: ເປີດອອກກາລະໂອກາດສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມ

12:13 | 26/07/2020

ຍສໝ - ສັນຍາການຄ້າເສລີຫວຽດນາມ – EU (EVFTA) ໄດ້ເປີດກາລະໂອກາດໃຫຍ່, ແຕ່ກໍ່ມີສິ່ງທ້າທາຍຫຼາຍ, ຕ້ອງຕອບສະໜອງມາດຕະຖານໄດ້ຢ່າງເຄັ່ງຄັດຄື: ຜະລິດຕະພັນຕ້ອງຊອກຫາໄດ້ຕົ້ນກຳເນີດ, ຂັ້ນຕອນຜະລິດ, ຄວາມປອດໄພຂອງທັນຍາຫານ, ການຊີ້ບອກທາງພູມສາດ.

evfta ເປ ດອອກກາລະໂອກາດສ ງອອກຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ າຂອງຫວຽດນາມ ສະ​ເຫຼີມ​ສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອາເມລິກາ
evfta ເປ ດອອກກາລະໂອກາດສ ງອອກຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ າຂອງຫວຽດນາມ

ນາຍົກລັດຖະມົນຕີລາວ ຕີລາຄາສູງລະດັບຄວາມຄືບໜ້າ ແລະຄຸນນະພາບຂອງກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່ ເຊິ່ງແມ່ນຂອງຂວັນຂອງຫວຽດນາມ

evfta ເປ ດອອກກາລະໂອກາດສ ງອອກຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ າຂອງຫວຽດນາມ

ພາບປະກອບ

ຕາມ ທ່ານ ເລແທັງຕຸ່ງ, ຮອງຫົວໜ້າກົມປູກຝັງ, ກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ແລ້ວ, ບັນດາແຂວງຢູ່ເຂດຕາເວັນອອກພາກໃຕ້ມີທ່າໄດ້ປຽບຫຼາຍຢ່າງເພື່ອຍູ້ແຮງການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປາຂອງດົງ, ສິນໃນນໍ້າ, ສິນທະເລໄປຍັງບັນດາປະເທດອີຢູ.

ຜະລິດຕະພັນກະເສດມີມູນຄ່າເສດຖະກິດສູງ ຈະມີຫຼາຍກາລະໂອກາດກວມເອົາອັດຕາສ່ວນ ໃນການສົ່ງອອກ. ເຖິງຢ່າງໃດກໍ່ຕາມ, ບັນຫາວາງອອກແມ່ນການຂຸດຄົ້ນທ່າໄດ້ປຽບນັ້ນຄືແນວໃດ ເພື່ອນໍາມາເຊິ່ງປະສິດທິຜົນ ແລະຍືນຍົງ. ບັນດາທ້ອງຖິ່ນ, ວິສາຫະກິດ, ນັກວິທະຍາສາດຄວນຮ່ວມແຮງຮ່ວມໃຈເພື່ອສ້າງບັນດາມາດຕະຖານ, ຄວາມຮຽກຮ້ອງຂອງຄູ່ຮ່ວມມືໃຫ້ເໝາະສົມກັບບັນດາຄໍາໝັ້ນສັນຍາລະຫວ່າງຫວຽດນາມ ແລະອີຢູ ໃນສັນຍາ EVFTA.

ຂັ້ນຕອນການຜະລິດຕ້ອງມຸ່ງໄປເຖິງຄວາມໂປ່ງໃສ, ເຄັ່ງຄັດ, ຕ້ອງປະຕິບັດຕາມບັນດາຄໍາໝັ້ນສັນຍາກ່ຽວກັບສິ່ງແວດລ້ອມ, ການແຮງງານ. ດ້ວຍທ່າໄດ້ປຽບກ່ຽວກັບວິທະຍາສາດເຕັກໂນໂລຢີ, ພື້ນຖານໂຄງລ່າງ, ທ່າກໍາປັ່ນ, ໂຮງງານປຸງແຕ່ງ. ເຂດຕາເວັນອອກພາກໃຕ້ສວມບົດບາດນໍາໜ້າໃນການສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ.

ສັນຍາການຄ້າເສລີຫວຽດນາມ – EU ສ້າງໂອກາດຢ່າງໃຫ່ຍຫຼວງໃຫ້ແກ່ວິສາຫະກິດຍູ້ແຮງການສົ່ງອອກສິນຄ້າ, ຜະລິດຕະພັນກະເສດຫວຽດນາມ ເຂົ້າຕະຫຼາດ EU. ແຕ່ເຖິງຢ່າງໃດກໍ່ຕາມ, ຢາກນຳໃຊ້ບັນດາທ່າໄດ້ປຽບດ້ານພາສີອາກອນຢ່າງມີປະສິດທິຜົນ, ວິສາຫະກິດຕ້ອງຍົກສູງຄຸນນະພາບ ແລະ ສ້າງເຄື່ອງໝາຍການຄ້າ ໃຫ້ແກ່ຜະລິດຕະພັນກະເສດຫວຽດນາມ.

ດ້ວຍທ່າເຕີບໂຕໃນໄລຍະ 6 ເດືອນຕົ້ນປີ 2020, ການສົ່ງອອກເຄື່ອງປ່າຂອງດົງທັງປີ 2020 ຄາດວ່າຈະບັນລຸລະດັບ 11,75 – 12 ຕື້ USD. ທ່ານ ຮ່າກົງຕ໊ວນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຖືວ່າ: ຂົງເຂດກະສິກຳ-ປ່າໄມ້ ໄດ້ປະກອບການເຕີບໂຕ ແລະ ການສົ່ງອອກສູງທີ່ສຸດໃນຂະແໜງກະສິກຳໃນໄລຍະ 6 ເດືອນຕົ້ນປີ 2020. ທ່ານ ຮ່າກົງຕ໊ວນ ສະເໜີວ່າ, ໃນໄລຍະຈະມາເຖິງ, ກົມໃຫຍ່ກະສິກຳ-ປ່າໄມ້ ຕ້ອງແນະນຳ, ກວດກາ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອແນະນຳໃຫ້ວິສາຫະກິດແກ້ໄຂການຂັດແຍ້ງດ້ານການຄ້າ, ໂດຍສະເພາະແມ່ນບັນຫາກ່ຽວກັບໄມ້ຊະນິດຕ່າງໆ; ຕີລາຄາຜົນກະທົບຂອງບັນຫານີ້.

ທະນາຄານພັດທະນາອາຊີ (ADB) ຄາດຄະເນວ່າ ເສດຖະກິດຂອງ ຫວຽດນາມ ຈະເຕີບໂຕ 4,8% ໃນປີ 2020 ແລະ ຈະຟື້ນຕົວຢູ່ໃນລະດັບ 6,8% ໃນປີ 2021 ດ້ວຍເງື່ອນໄຂແມ່ນສາມາດຄວບຄຸມໂລກລະບາດໄດ້.

evfta ເປ ດອອກກາລະໂອກາດສ ງອອກຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ າຂອງຫວຽດນາມ ບັນດາທັດສະນີຍະພາບຈັບອົກຈັບໃຈທີ່ສຸດຢູ່ຫວຽດນາມ

ຍສໝ - ຊາປາ ແມ່ນສະຖານທີ່ງາມຍອດຍິ່ງເພື່ອຍ່າງໄປ, ຖີບລົດ ແລະໄຕ່ພູ, ຊົມບັນດານ້ຳຕົກຕາດໃຫຍ່ໂຕມະໂຫຖານ, ບັນດາທົ່ງນາອ້ອມຮອບໝູ່ບ້ານພູດອຍດ້ວຍຫຼາຍອາຊີບຫັດຖະກຳທີ່ເປັນມູນເຊື້ອ.

evfta ເປ ດອອກກາລະໂອກາດສ ງອອກຜະລ ດຕະພ ນກະເສດ ເຄ ອງປ າຂອງດ ງ ສ ນໃນນ າຂອງຫວຽດນາມ ການເຕີບໂຕເສດຖະກິດ ຫວຽດນາມ ຄາດຄະເນວ່າ ຈະຟື້ນຕົວໃນ 6 ເດືອນທ້າຍປີນີ້ ດ້ວຍກຳລັງໜູນສຳຄັນທີ່ມາຈາກກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ

ຍສໝ - ນັກຊ່ຽວຊານດ້ານເສດຖະກິດພາກພື້ນອາຊີ, ຂຶ້ນກັບທະນາຄານ Standard Chartered ໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດ ຫວຽດນາມ ຄາດຄະເນວ່າ ຈະຟື້ນຕົວໃນ 6 ເດືອນທ້າຍປີນີ້ ດ້ວຍກຳລັງໜູນສຳຄັນທີ່ມາຈາກກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ.

ໄຊພອນ

ເຫດການ
302 Found

Found

The document has moved here.