ບັນດານັກຊ່ຽວຊານລັດເຊຍ ໄດ້ຕີລາຄາສູງການປະກອບສ່ວນໃຫຍ່ຂອງຫວຽດນາມ ສຳຫຼັບອາຊຽນ

11:40 | 28/07/2020

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີທີ່ຫວຽດນາມເຂົ້າເປັນສະມາຊິກອາຊຽນຂອງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (28 ກໍລະກົດ 1995 - 28 ກໍລະກົດ 2020), ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳນະຄອນຫຼວງ Moskva ໄດ້ໃຫ້ສຳພາດກັບຜູ້ຊ່ຽວຊານລັດເຊຍ Grigory Pavlovich Trofimchuk - ປະທານສະພາຊ່ຽວຊານຂອງກອງທຶນຄົ້ນຄ້ວາແນວຄວາມຄິດອາຊີ - ເອີຣົບ ກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງຫວຽດນາມຕໍ່ອາຊຽນ, ກໍ່ຄືການຮ່ວມມືຫວຽດນາມ - ລັດເຊຍພາຍໃນອາຊຽນ.

ບ ນດານ ກຊ ຽວຊານລ ດເຊຍ ໄດ ຕ ລາຄາສ ງການປະກອບສ ວນໃຫຍ ຂອງຫວຽດນາມ ສຳຫ ບອາຊຽນ ຫວຽດນາມ ມີບັນດາການປະກອບສ່ວນໃຫ້ແກ່ວິວັດທະນາການເປີດກວ້າງການຮ່ວມມືຂອງອາຊຽນ
ບ ນດານ ກຊ ຽວຊານລ ດເຊຍ ໄດ ຕ ລາຄາສ ງການປະກອບສ ວນໃຫຍ ຂອງຫວຽດນາມ ສຳຫ ບອາຊຽນ ຫວຽດນາມ ປະຕິບັດຢ່າງເຂັ້ມງວດ ຄຳໝັ້ນສັນຍາໃນການຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ

ຕາມຜູ້ຊ່ຽວຊານ Grigory Trofimchuk ໃຫ້ຮູ້ວ່າ ຫວຽດນາມມີບົດບາດໃຫຍ່ໃນການພັດທະນາຂອງອາຊຽນໃນ 25 ປີທີ່ຜ່ານມາ. ປະເທດຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມບໍ່ພຽງແຕ່ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງອາຊຽນ, ແຕ່ຍັງເປັນຜູ້ນຳຂອງອົງການທີ່ຄວາມໄວ້ວາງໃຈນີ້.

ບ ນດານ ກຊ ຽວຊານລ ດເຊຍ ໄດ ຕ ລາຄາສ ງການປະກອບສ ວນໃຫຍ ຂອງຫວຽດນາມ ສຳຫ ບອາຊຽນ
ຜູ້ຊ່ຽວຊານລັດເຊຍ Grigory Pavlovich Trofimchuk - ປະທານສະພາຊ່ຽວຊານຂອງກອງທຶນຄົ້ນຄ້ວາແນວຄວາມຄິດອາຊີ - ເອີຣົບ. (ພາບ: TTXVN)

ທ່ານ Trofimchuk ໃຫ້ຮູ້ວ່າ ຄວາມເຫັນຂອງປະຊາຊົນຢູ່ລັດເຊຍ ແລະ ສະຫະພັນເສດຖະກິດອາຊີ - ເອີຣົບ ໄດ້ແບ່ງປັນວ່າ ຫວຽດນາມເປັນປະເທດພວມປະກອບສ່ວນຍົກສູງຖານະບົດບາດຂອງອາຊຽນ, ໂຄສະນາພາບພົດຂອງອາຊຽນໃນທົ່ວໂລກ. ທ່ານ Grigory Trofimchuk ກ່າວວ່າ "ບໍ່ພຽງແຕ່ຣັດເຊຍຕ້ອງສະແດງຄວາມຂອບໃຈ, ອາຊຽນກໍ່ຕ້ອງຂໍຂອບໃຈຫວຽດນາມ ເຊັນດຽວກັນ".

ຫວຽດນາມກໍ່ພ້ອມແລ້ວແບ່ງປັນບັນດາປະສົບການກັບບັນດາປະເທດອາຊຽນ ພ້ອມທັງໄດ້ສະເໜີ ບັນດາມາດຕະການແກ້ໄຂໂດຍສັນຕິວິທີ, ທ່າທີສ້າງສັນສຳລັບພາກພື້ນອາຊີ - ປາຊີຟິກ, ໃນນັ້ນມີບັນຫາທະເລຕາເວັນອອກ.

ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ລັດເຊຍ ໃນບັນດາບັນຫາທີ່ກ່ຽວຂ້ອງກັບອາຊຽນ, ຜູ້ຊ່ຽວຊານ Trofimchuk ໃຫ້ຮູ້ວ່າ ຫວຽດນາມໄດ້ປະຕິບັດຫຼາຍຢ່າງເພື່ອຊ່ວຍໃຫ້ນະຄອນຫຼວງ Moskva ໄດ້ຮັບການຮ່ວມມືຢ່າງມີປະສິດທິຜົນພາຍໃນຂອບອາຊຽນ ແລະ ສົ່ງເສີມຜົນປະໂຫຍດຂອງລັດເຊຍໃນຂົງເຂດນີ້.

ດ້ວຍສັນຍາການຄ້າເສລີກັບຫວຽດນາມ, ສະຫະພັນເສດຖະກິດອາຊີ - ເອີຣົບ ໄດ້ຂະຫຍາຍອິດທິພົນຊື່ສຽງມາສູ່ອາຊີຕາເວັນອອກສ່ຽງໃຕ້. ຕາມບັນດາຜູ້ຊ່ຽວຊານລັດເຊຍແລ້ວ, ຕ້ອງຍູ້ແຮງພື້ນທີ່ການຄ້າເສລີລະຫວ່າງສະຫະພັນເສດຖະກິດອາຊີ - ເອີຣົບ ແລະ ບັນດາປະເທດອາຊຽນ. ທ່ານ Trofimchuk ສະແດງຄວາມເຊື່ອໝັ້ນວ່າ ລັດເຊຍ, ຫວຽດນາມ ແລະ ອາຊຽນ ພວມຢູ່ໃນເສັ້ນທາງທີ່ຖືກຕ້ອງ ແລະ ຈະບັນລຸເປົ້າໝາຍຂອງຕົວເອງ.

ບ ນດານ ກຊ ຽວຊານລ ດເຊຍ ໄດ ຕ ລາຄາສ ງການປະກອບສ ວນໃຫຍ ຂອງຫວຽດນາມ ສຳຫ ບອາຊຽນ ຫວຽດນາມ ປະກອບສ່ວນຢ່າງສໍາຄັນໃຫ້ແກ່ພາກພື້ນໃນໄລຍະຮັບຕໍາແໜ່ງເປັນປະທານອາຊຽນ

ຍສໝ - ນີ້ແມ່ນ ຄຳພິນິດໄສຂອງທ່ານ Ahmad Ibrahim Almutaqqi - ຜູ້ອຳນວຍການໂຄງການຄົ້ນຄ້ວາອາຊຽນຂອງສູນ Habibie (ອິນໂດເນເຊຍ) ໃນການໂອ້ລົມກັບນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ປະຈຳຢູ່ ຈາກາຕາ - ອິນໂດເນເຊຍ.

ບ ນດານ ກຊ ຽວຊານລ ດເຊຍ ໄດ ຕ ລາຄາສ ງການປະກອບສ ວນໃຫຍ ຂອງຫວຽດນາມ ສຳຫ ບອາຊຽນ ກຸ່ມອາຊຽນຢູ່ລັດຖະສະພາ ອາເມລິກາຢັ້ງຢືນເພີ່ມທະວີການພົວພັນຕໍ່ຄູ່ຮ່ວມມືຍຸດທະສາດ ລະຫວ່າງ ອາຊຽນ - ອາເມລິກາ

ຍ​ສໝ - ໃນ​ການປຶກສາຫາລື, ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງອາເມລິກາ ໃນຄວາມມານະພະຍາຍາມຮັກສາກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຢູ່ທະເລຕາເວັນອອກ ແລະ ບັນດາເຂດທະເລຢູ່ພາກພື້ນ.

ບ ນດານ ກຊ ຽວຊານລ ດເຊຍ ໄດ ຕ ລາຄາສ ງການປະກອບສ ວນໃຫຍ ຂອງຫວຽດນາມ ສຳຫ ບອາຊຽນ ການຮ່ວມມືແມ່ນ້ຳຂອງຕ້ອງຕິດພັນກັບບັນດາເປົ້າໝາຍຂອງອາຊຽນ

ຍສໝ - ວັນທີ 14 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງເວທີປຶກສາຫາລືອາຊຽນກ່ຽວກັບການພັດທະນາອະນຸພາກພື້ນ: "ການຮ່ວມມືແມ່ນ້ຳຂອງ ຕ້ອງຕິດພັນກັບບັນດາເປົ້າໝາຍຂອງອາຊຽນ".

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.