ທະນາຄານກາງ ສ.ເກົາຫຼີ ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ VSAK

12:37 | 27/07/2020

ຍສໝ -     ເມື່ອບໍ່ດົນມານີ້, ຢູ່ Seoul, ສ.ເກົາຫຼີ, ສະຫະພັນທະນາຄານ Woori ໄດ້ມອບຜ້າອັດປາກ 10.000 ອັນ ໃຫ້ຜູ້ຕາງໜ້າ ສະມາຄົມນັກສຶກສາຫວຽດນາມປະຈຳ ສ.ເກົາຫຼີ (VSAK) ເພື່ອປ້ອງກັນ ແລະ ຄວບຄຸມ COVID-19.  

ທະນາຄານກາງ ສ ເກ າຫ ມອບຜ າອ ດປາກ 10 000 ອ ນ ໃຫ ແກ vsak ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 15.930.000 ຄົນ, ໃນນັ້ນເກືອບ 642.000 ຄົນເສຍຊີວິດ
ທະນາຄານກາງ ສ ເກ າຫ ມອບຜ າອ ດປາກ 10 000 ອ ນ ໃຫ ແກ vsak ຊາວຫວຽດນາມຢູ່ເຢຍລະມັນ ມອບຜ້າອັດປາກ 900 ອັນ ເພື່ອຊ່ວຍເຫຼືອປະຊາຊົນນະຄອນ Berlin ຕ້ານ COVID-19
ທະນາຄານກາງ ສ ເກ າຫ ມອບຜ າອ ດປາກ 10 000 ອ ນ ໃຫ ແກ vsak

ທະນາຄານກາງ ສ.ເກົາຫຼີ ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ VSAK.(ພາບ:Tapchiquehuong)

ທີ່ພິທີມອບຮັບຜ້າອັດປາກ, ທ່ານ ເຈິ່ນທ້ຽນກວາງ, ປະທານສະມາຄົມນັກສຶກສາຫວຽດນາມປະຈຳ ສ.ເກົາຫຼີ (VSAK) (VSAK) ທີ່ໄດ້ຕາງໜ້າໃຫ້ປະຊາຄົມນັກສຶກສາສາກົນຢູ່ທີ່ນີ້ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ທ່ານ Park Pil Joon ປະທານສະຫະພັນທະນາຄານ Woori, ແລະ ແບ່ງປັນເພີ່ມເຕີມກ່ຽວກັບຄວາມຫຍຸ້ງຍາກໃນການດຳລົງຊີວິດ, ບັນຫາວີຊ່າ, ວຽກເຮັດງານທໍາ... ທີ່ນັກຮຽນໄດ້ ແລະ ພວມປະເຊີນໜ້າ ຍ້ອນ ພະຍາດ COVID-19 ເພື່ອຊອກຫາວິທີແກ້ໄຂຮ່ວມກັນ. ພ້ອມດຽວກັນນັ້ນ, ກໍ່ໃຫ້ຄຳໝັ້ນສັນຍາຈະຈັດຕັ້ງປະຕິບັດໂດຍໄວເພື່ອໃຫ້ນັກສຶກສາຕ່າງປະເທດໄດ້ຮັບຜ້າອັດປາກໄວເທົ່າທີ່ຈະໄວໄດ້.

ສະມາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ ແມ່ນອົງການໜຶ່ງທີ່ໄດ້ ແລະ ພວມດຳເນີນການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍໃຫ້ນັກຮຽນມີຄວາມອຸ່ນອ່ຽງເພື່ອຜ່ານຜ່າໄລຍະທີ່ຫຍຸ້ງຍາກ, ຮ່ວມກັນຕ້ານການລະບາດຂອງ COVID-19.

ສະມາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ ຮັບຜິດຊອບເກັບກຳຂໍ້ມູນນັກສຶກສາຕ່າງປະເທດ ຢູ່ ເຂດ Daegu ແລະ Gyeongbuk. ນັບແຕ່ນັ້ນມາ, ສະມາຄົມນັກສຶກສາໄດ້ສະໜອງຂໍ້ມູນຂ່າວສານ, ປະສານງານ ແລະ ໃຫ້ຄຳແນະນຳກັບສະຖານທູດຫວຽດນາມປະຈຳ ສ. ເກົາຫຼີ, ບັນດາອົງການເຈົ້າໜ້າທີ່ຕ້ອງມີແຜນການໜູນຊ່ວຍຢ່າງທັນການ. ພ້ອມກັນນັ້ນ, ການປັບປຸງຂໍ້ມູນຂ່າວສານໄດ້ຊ່ວຍໃນການຄຸ້ມຄອງຢູ່ທ້ອງຖິ່ນ, ຕິດຕໍ່ຄອບຄົວຂອງນັກຮຽນຕ່າງປະເທດຢູ່ຫວຽດນາມໃນກໍລະນີທີ່ຕ້ອງການ.

ຄຽງຄ້າງນັ້ນ, ສະມາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ ໄດ້ລະດົມທຸກແຫຼ່ງກຳລັງຢ່າງຮີບດ່ວນເພື່ອປະຕິບັດໂຄງການ “ນັກຮຽນຫວຽດນາມ ຢູ່ ສ.ເກົາຫຼີ - ຮວ່ມກັນຕ້ານ COVID-19’’ ເພື່ອໜູນຊ່ວຍນັກຮຽນກຳລັງພັກເຊົາຢູ່ປະເທດ ສ.ເກົາຫຼີ, ໂດຍສະເພາະໃນເຂດທີ່ມີການລະບາດ. ດ້ວຍຄວາມພະຍາຍາມຂອງທີມງານຄະນະບໍລິຫານງານ ພ້ອມກັບການຮ່ວມມືຂອງສາຂາສະມາຄົມນັກສຶກສາ, ຜູ້ຕາງໜ້າ VSAK ໄດ້ພົບປະ ແລະ ໄດ້ຮັບນໍ້າຢາລ້າງມື 5.000 ກວດ ດ້ວຍມູນຄ່າທັງໝົດ 19.5 ລ້ານວອນ (ປະມານ 400 ລ້ານດົ່ງ) ຈາກ ບໍລິສັດ Dr. Althea.

ໂດຍອີງໃສ່ບັນຊີລາຍຊື່ທີ່ໄດ້ລວບລວມກ່ອນໜ້ານີ້, VSAK ໄດ້ຂົນສົ່ງນໍ້າຢາລ້າງມື Dr. Althea Instant Hand Cleaner ມາໃຫ້ແກ່ນັກສຶກສາຕ່າງປະເທດທີ່ຍັງພັກຢູ່ ສ.ເກົາຫຼີ ໃນບໍລິເວນອ້ອມແອ້ມ ແລະ ເຂດ Daegu. ໃນອະນາຄົດອັນໃກ້ນີ້, VSAK ກຳລັງພະຍາຍາມຊອກຫາ ແລະ ຮຽກຮ້ອງຜູ້ອຸປະຖຳ ເພື່ອຊ່ວຍເຫຼືອນັກຮຽນທົ່ວປະເທດ. ພ້ອມດຽວກັນນີ້, ຄະນະບໍລິຫານງານ VSAK ຍັງໄດ້ຫັກຄ່າໃຊ້ຈ່າຍໃນການປະຕິບັດງານພ້ອມທັງຮ່ວມມືກັບອົງການຈັດຕັ້ງຊຸມຊົນຊາວຫວຽດນາມຢູ່ ສ.ເກົາຫຼີ ເພື່ອເພີ່ມການສະໜັບສະໜູນນັກສຶກສາ.

ທະນາຄານກາງ ສ ເກ າຫ ມອບຜ າອ ດປາກ 10 000 ອ ນ ໃຫ ແກ vsak ຮ່າ​ໂນ້ຍມອບ​ຜ້າ​ອັດ​ປາກ​ 150.000 ອັ​ນ​ ໃຫ້​ແກ່​ເຂດ Ile-de-France

ຍ​ສ​ໝ - ວັນ​ທີ 3 ກໍ​ລະ​ກົດ, ຢູ່ Paris, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ປາ​ຣິດ ໄດ້​ຕາ​ງ​ໜ້າ​ໃຫ້​ແກ່​ອຳ​ນາດ​ກາ​ນ​ປົກ​ຄອງ ຮ່າ​ໂນ້ຍມອບ​ຜູ້​ອັດ​ປາກ​ 150.000 ອັນ ໃຫ້ແກ່​ອຳ​ນາດ​ການ​ປົ​ກ​ຄອງ Ile-de-France.

ທະນາຄານກາງ ສ ເກ າຫ ມອບຜ າອ ດປາກ 10 000 ອ ນ ໃຫ ແກ vsak ລັດຖະບານ ຫວຽດນາມ ໄດ້ມອບຜ້າອັດປາກ 50.000 ອັນ ເພື່ອຊ່ວຍປະຊາຄົມຊາວຫວຽດນາມຢູ່ການາດາເອົາຊະນະ COVID-19

ຍສໝ - ຕໍ່ໜ້າສະພາບການລະບາດ ຢ່າງສັບສົນ ຂອງ ໂລກລະບາດ COVID-19 ໃນທົ່ວໂລກ, ໂດຍສະເພາະຢູ່ອາເມລິກາເໜືອ, ລັດຖະບານຫວຽດນາມ ໄດ້ມອບຜ້າອັດປາກ 50.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ການາດາ.

ທະນາຄານກາງ ສ ເກ າຫ ມອບຜ າອ ດປາກ 10 000 ອ ນ ໃຫ ແກ vsak ນັກທຸລະກິດຫວຽດນາມມອບຜ້າອັດປາກ 300.000 ອັນ ໃຫ້ແກ່ປະຊາຊົນເຢຍລະມັນ

ຍສໝ - ເມື່ອການລະບາດຂອງ ພະຍາດ Covid-19 ເກີດຂື້ນຢູ່ຫວຽດນາມ, ເພື່ອຕອບສະໜອງຄຳຮຽກຮ້ອງຂອງລັດຖະບານ, ເພິ່ນໄດ້ປະກອບສ່ວນ 2 ຕື້ດົ່ງເພື່ອພ້ອມກັບປະຊາຊົນຫວຽດນາມຕໍ່ສູ້ກັບການລະບາດຂອງພະຍາດ Covid-19. ເປັນແບບຢ່າງຂອງຄວາມໃຈບຸນຂອງເພິ່ນໄດ້ຮັບການຍອມຮັບຈາກຜູ້ນຳ ແລະ ປະຊາຊົນຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.