ຫວຽດນາມ ມີບັນດາການປະກອບສ່ວນໃຫ້ແກ່ວິວັດທະນາການເປີດກວ້າງການຮ່ວມມືຂອງອາຊຽນ

09:40 | 28/07/2020

ຍສໝ - ຫວຽດນາມແມ່ນຂົວເຊື່ອມຕໍ່ລະຫວ່າງ 5 ປະເທດອາຊຽນ ທຳອິດ ກັບ ບັນດາປະເທດຄື: ກຳປູເຈຍ, ລາວ ແລະ ມຽນມາ ເຊິ່ງແມ່ນບັນດາປະເທດເຂົ້າເປັນສະມາຊິກຕາມຫຼັງ.

ຫວຽດນາມ ມ ບ ນດາການປະກອບສ ວນໃຫ ແກ ວ ວ ດທະນາການເປ ດກວ າງການຮ ວມມ ຂອງອາຊຽນ ນາຍົກລັດຖະມົນຕີເນັ້ນໜັກບໍ່ປະໃຫ້ໂລກລະບາດລະເບີດ ແລະ ແຜ່ລະບາດໃນວົງກວ້າງຢູ່ດ່າໜັງ ແລະ ທ້ອງຖິ່ນຕ່າງໆ
ຫວຽດນາມ ມ ບ ນດາການປະກອບສ ວນໃຫ ແກ ວ ວ ດທະນາການເປ ດກວ າງການຮ ວມມ ຂອງອາຊຽນ

ຫວຽດນາມ ປະຕິບັດຢ່າງເຂັ້ມງວດ ຄຳໝັ້ນສັນຍາໃນການຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ

ຫວຽດນາມ ມ ບ ນດາການປະກອບສ ວນໃຫ ແກ ວ ວ ດທະນາການເປ ດກວ າງການຮ ວມມ ຂອງອາຊຽນ
ພາບປະກອບ

ຕາມຂໍ້ສັງເກດຂອງທ່ານ ປ.ອ Frederick Kliem, ນັກຊ່ຽວຊານຄົ້ນຄ້ວາສັງກັດ ສູນຄົ້ນຄ້ວາລັດທິຫຼາຍຝ່າຍ, ໂຮງຮຽນຄົ້ນຄ້ວາສາກົນ S.Rajaratanam, ສິງກະໂປແລ້ວ, ໃນເລວາ 25 ປີທີ່ຜ່ານມາ, ນັບແຕ່ເວລາເຂົ້າເປັນສະມາຊິກອາຊຽນ, ຫວຽດນາມໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນຂອງອົງການໃນພາກພື້ນນີ້, ຫວຽດນາມແມ່ນສະມາຊິກໄດ້ຮັບຄວາມເຄົາລົບທີ່ສຸດ, ເປັນໜ້າໄວ້ເນື້ອເຊື່ອໃຈ ແລະ ມີລັກສະນະສ້າງສາໃນອາຊຽນ. ຫວຽດນາມສວມບົດບາດເປັນເຈົ້າການໃນປະຊາຄົມຄວາມໝັ້ນຄົງການເມືອງ, ພິເສດແມ່ນຄວາມໝັ້ນຄົງໃນພາກພື້ນ ແລະ ການເດີນເຮືອ. ຫວຽດນາມຍາມໃດກໍ່ຢູ່ແຖວໜ້າໃນຂົງເຂດນີ້.

ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ຖືວ່າ ຫວຽດນາມໄດ້ປະກອບສ່ວນຍົກສູງຖານະບົດບາດສາກົນຂອງອາຊຽນໃນ 25 ປີທີ່ຜ່ານມາ. ໃນຂົງເຂດເສດຖະກິດ, ຫວຽດນາມໄດ້ເປັນເຈົ້າການບືນຕົວຂຶ້ນສູ່ຕະຫຼາດທົ່ວໂລກໂດຍຜ່ານການລົງນາມໃນບັນດາສັນຍາການຄ້າ ນັບທັງ 2 ຝ່າຍ ແລະ ຫຼາຍຝ່າຍ. ໂລກລະບາດ Covid – 19 ໄດ້ສົ່ງຜົນສະທ້ອນເຖິງບາງເຫດການ ແລະ ຂໍ້ລິເລີ່ມ. ໃນສະພາບການນີ້, ຫວຽດນາມໄດ້ປະຕິບັດບົດບາດຂອງຕົນເປັນຢ່າງດີ ຜ່ານການລິເລີ່ມບັນດາມາດຕະການທີ່ແທດຈິງ ແນໃສ່ແກ້ໄຂບັນຫານີ້. ຜ່ານການສົມທົບກັບໄທຢ່າງແໜ້ນແຟ້ນ, ຫວຽດນາມໄດ້ຊັກຈູງການສ້າງຕັ້ງກອງທຶນອາຊຽນເພື່ອຮັບມືກັບ ໂລກລະບາດ Covid – 19.

ບົດຂຽນທີ່ໄດ້ເອົາລົງໃນໜັງສືພິມ New Straits Times ຂອງມາເລເຊຍ ຫວ່າງມໍ່ໆມານີ້ໄດ້ໃຫ້ຂໍ້ສັງເກດວ່າ, ໃນສະພາບເກີດໂລກລະບາດໂຄວິດ-19, ຫວຽດນາມ, ເຊິ່ງເປັນປະທານອາຊຽນ ນັ້ນ ໄດ້ສ້າງແຜນການຟື້ນຟູເສດຖະກິດຢ່າງຮອບດ້ານໃຫ້ແກ່ພາກພື້ນ. ບົດຂຽນກໍ່ຊີ້ແຈ້ງບັນດາການປະກອບສ່ວນຂອງຫວຽດນາມ ນັບແຕ່ເມື່ອເຂົ້າເປັນສະມາຊິກຂອງອາຊຽນ, ໃນນັ້ນໄດ້ຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 6 ປີ 1998 ສຳເລັດຢ່າງຈົບງາມ. ແຜນການກະທຳຂອງຮ່າໂນ້ຍ ທີ່ຍົກອອກມາທີ່ກອງປະຊຸມໄດ້ຊ່ວຍຮັກສາການຮ່ວມມື ແລະ ເພີ່ມທະວີທີ່ຕັ້ງບົດບາດຂອງອາຊຽນ ໃນຕະຫຼອດໄລຍະທີ່ເກີດວິກິດການການເງິນຢູ່ອາຊີ 1997 – 1998. ຫວຽດນາມ ກໍ່ບັນລຸໄດ້ຜົນງານຫຼາຍຢ່າງດ້ວຍຖານະເປັນປະທານຄະນະກຳມະການປະຈຳການອາຊຽນ 2001 ແລະ ປະເທດປະທານອາຊຽນ 2010.

ຫວຽດນາມ ມ ບ ນດາການປະກອບສ ວນໃຫ ແກ ວ ວ ດທະນາການເປ ດກວ າງການຮ ວມມ ຂອງອາຊຽນ ອະດີດນັກຮົບອາສາສະໝັກ ແນວໂຮມ 479 ຢູ່ເຂດຮ່າໂນ້ຍ ສືບຕໍ່ເພີ່ມທະວີຄວາມສາມັກຄີລະຫວ່າງຫວຽດນາມ ແລະ ກຳປູເຈຍ

ຍສໝ - ອະດີດນັກຮົບອາສາສະໝັກ ແນວໂຮມ 479 ໄດ້ທົບທວນຄືນຄວາມຊົງຈຳ ແລະ ຄວາມຮູ້ບຸນຄຸນຕໍ່ ບັນດານັກຮົບວິລະຊົນ ທີ່ໄດ້ເສຍສະຫລະຊີວິດເພື່ອຊາດ ຢູ່ປະເທດກໍາປູເຈຍ. ບັນດາອະດີດນັກຮົບອາສາສະໝັກ ກໍ່ໄດ້ລະດົມກຳລັງໃຈເຊິ່ງກັນ, ເຊີດຊູ ແລະ ເສີມຂະຫຍາຍຄວາມສາມັກຄີລະຫວ່າງຫວຽດນາມ ແລະ ກຳປູເຈຍ.

ຫວຽດນາມ ມ ບ ນດາການປະກອບສ ວນໃຫ ແກ ວ ວ ດທະນາການເປ ດກວ າງການຮ ວມມ ຂອງອາຊຽນ ທະນາຄານກາງ ສ.ເກົາຫຼີ ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ VSAK

ຍສໝ - ເມື່ອບໍ່ດົນມານີ້, ຢູ່ Seoul, ສ.ເກົາຫຼີ, ສະຫະພັນທະນາຄານ Woori ໄດ້ມອບຜ້າອັດປາກ 10.000 ອັນ ໃຫ້ຜູ້ຕາງໜ້າ ສະມາຄົມນັກສຶກສາຫວຽດນາມປະຈຳ ສ.ເກົາຫຼີ (VSAK) ເພື່ອປ້ອງກັນ ແລະ ຄວບຄຸມ COVID-19.

ຫວຽດນາມ ມ ບ ນດາການປະກອບສ ວນໃຫ ແກ ວ ວ ດທະນາການເປ ດກວ າງການຮ ວມມ ຂອງອາຊຽນ ຫວຽດນາມ ນຳສົ່ງພົນລະເມືອງຈຳນວນ 276 ຄົນ ຢູ່ ກູບາ ແລະ ເຢຍລະມັນ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນວັນທີ 25 ກໍລະກົດ, ຖ້ຽວບິນພິເສດເລກໝາຍ VN9 ໄດ້ນຳສົ່ງພົນລະເມືອງ ຫວຽດນາມ ຈຳນວນ 276 ຄົນຢູ່ປະເທດກູບາ ແລະ ເຢຍລະມັນ ໄດ້ກັບຄືນປະເທດຢ່າງປອດໄພ.

ໄຊພອນ

ເຫດການ
302 Found

Found

The document has moved here.