ຫວຽດນາມ ຢາກນຳການພົວພັນສອງປະເທດ ກັບນິວຊີແລນ ຂຶ້ນສູ່ລະດັບສູງໃໝ່

07:57 | 17/07/2020

ຍ​ສ​ໝ -  ວັນທີ 22 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະມີການພົບປະເຈລະຈາຂັ້ນສຸດຍອດທາງອອນລາຍກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Jacida Ardern.

ຫວຽດນາມ ຢາກນຳການພ ວພ ນສອງປະເທດ ກ ບນ ວຊ ແລນ ຂ ນສ ລະດ ບສ ງໃໝ ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ກູບ​າ
ຫວຽດນາມ ຢາກນຳການພ ວພ ນສອງປະເທດ ກ ບນ ວຊ ແລນ ຂ ນສ ລະດ ບສ ງໃໝ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ - ຝະລັ່ງ
ຫວຽດນາມ ຢາກນຳການພ ວພ ນສອງປະເທດ ກ ບນ ວຊ ແລນ ຂ ນສ ລະດ ບສ ງໃໝ
ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ

ວັນທີ 16 ກໍລະກົດ, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມໄດ້ແຈ້ງໃຫ້ຊາບບາງການເຄື່ອນໄຫວພົວພັນຕ່າງປະເທດຂອງວຽດນາມໃນໄລຍະຈະມາເຖິງ.

ຕາມນັ້ນແລ້ວ, ວັນທີ 22 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະມີການພົບປະເຈລະຈາຂັ້ນສຸດຍອດທາງອອນລາຍກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Jacida Ardern.

ໃນການພົບປະເຈລະຈານັ້ນ, ສອງຝ່າຍຄາດຄະເນວ່າຈະແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດຢ່າງຮອບດ້ານ ແລະ ແທດຈິງ: ການເມືອງ, ການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ, ກະສິກຳ, ການພົວພັນແລກປ່ຽນປະຊາຊົນ ແລະ ການຮັບມືກັບໂລກລະບາດ Covid – 19 ເພື່ອແນໃສ່ນຳການພົວພັນສອງປະເທດ ຂຶ້ນສູ່ລະດັບສູງໃໝ່ ໃຫ້ເໝາະສົມກັບເນື້ອໃນຈິດໃຈຂອງຖະແຫຼງການຮ່ວມລະຫວ່າງສອງປະເທດທີ່ບັນລຸໄດ້ ເນື່ອງໃນໂອກາດການຢ້ຽມຢາມນິວຊີແລນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃນປີ 2018. ສອງຝ່າຍກໍ່ຈະແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຄວາມສາມາດການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ນິວຊີແລນຈະຖືກຍົກລະດັບເປັນຄູ່ຮ່ວມມືຍຸດທະສາດນັ້ນ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ປີ 2020 ຫວຽດນາມ - ນິວຊີແລນຈະສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ໃນຕະຫຼອດ 45 ປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ ແລະ ນິວຊີແລນ ມີການພັດທະນາຢ່າງຕັ້ງໜ້າ ແລະຍືນຍົງ. ປີ 2009 ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຮອບດ້ານ. ນີ້ແມ່ນຂີດໝາຍແຫ່ງການຊຸກຍູ້ການພົວພັນສອງປະເທດທີ່ນັບມື້ນັບມີການພັດທະນາຢ່າງຮອບດ້ານ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.

ຫວຽດນາມ ຢາກນຳການພ ວພ ນສອງປະເທດ ກ ບນ ວຊ ແລນ ຂ ນສ ລະດ ບສ ງໃໝ ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ກູບ​າ

ຍສ​ໝ - ສ່ວນ​ທ່ານ ຢັ້ງ​ຢືນ​ວ່າ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ​ຕໍ່​ໂລກ​ລະ​ບາດ Covid – 19 ໄດ້​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ສຸດຍອດ​ຂອງ​ລັດ​ຖິ​ສັງ​ຄົມ​ໃນ​ການ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ , ທ່ານ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບັນ​ດາ​ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ໃຫ້​ແກ່​ກູ​ບາ ໃນ​ວຽກ​ງານ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ກໍ່​ຄ​ື​ບັນ​ດາ​ຂົງ​ເຂດ​ທັງ​ໝົດ.

ຫວຽດນາມ ຢາກນຳການພ ວພ ນສອງປະເທດ ກ ບນ ວຊ ແລນ ຂ ນສ ລະດ ບສ ງໃໝ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນຫວຽດນາມ - ຝະລັ່ງ

ຍ​ສ​ໝ - ສະຖານກົງສຸນໃຫຍ່ຝຣັ່ງປະຈຳ ນະຄອນໂຮ່ຈີມິນຈະສືບຕໍ່ມານະພະຍາຍາມປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ຫວຽດນາມ ຢາກນຳການພ ວພ ນສອງປະເທດ ກ ບນ ວຊ ແລນ ຂ ນສ ລະດ ບສ ງໃໝ ທ່ານນາຍົກລັດຖະມົນຕີເຫັນດີຟື້ນຟູບັນດາສາຍ​ການບິນລະຫວ່າງຫວຽດນາມ ແລະຈີນ

ຍ​ສໝ - ທ່ານນາຍົກລັດຖະມົນຕີຫງວຽນ​ຊວັນ​ຟຸກໄດ້ເຫັນດີຟື້ນຟູການຂົນສົ່ງທາງອາກາດລະຫວ່າງຫວຽດນາມ ແລະຈີນ. ດ້ວຍຄວາມຖີ່ ແລະເງື່ອນໄຂຂອງການຂົນສົ່ງຜູ້ໂດຍສານແມ່ນອີງ​ຕາມ​ການ​ເຫັນ​ດີ​ເປັນ​ເອ​ກະ​ພາບລະ​ຫວ່າງ ຫວຽດ​ນາມ ແລ​ະ​​ຈີນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.