ທູດລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດຫວຽດນາມ

10:00 | 26/06/2020

ວັນທີ 25 ມິຖຸນາ 2020, ທີ່ສຳນັກງານສູນກາງພັກຄອມມູນນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ເຈືອງທິມາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດຫວຽດນາມ ເນື່ອງໃນໂອກາດດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ຫວຽດນາມ.

ທ ດລາວ ປະຈ າ ສສ ຫວຽດນາມ ເຂ າຢ ຽມຂ ຳນ ບຫ ວໜ າຄະນະຂ ນຂວາຍປະຊາຊ ນ ສ ນກາງພ ກຄອມມ ນ ດຫວຽດນາມ ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ສະຫາຍ ຫວູ ມາວ
ທ ດລາວ ປະຈ າ ສສ ຫວຽດນາມ ເຂ າຢ ຽມຂ ຳນ ບຫ ວໜ າຄະນະຂ ນຂວາຍປະຊາຊ ນ ສ ນກາງພ ກຄອມມ ນ ດຫວຽດນາມ ທູດລາວ ຍື່ນສານຕາຕັ້ງຕໍ່ປະທານປະເທດ ສສ ຫວຽດນາມ
ທ ດລາວ ປະຈ າ ສສ ຫວຽດນາມ ເຂ າຢ ຽມຂ ຳນ ບຫ ວໜ າຄະນະຂ ນຂວາຍປະຊາຊ ນ ສ ນກາງພ ກຄອມມ ນ ດຫວຽດນາມ
ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ເຈືອງທິມາຍ ກຳມະການກົມການເມືອງສູນກາງພັກ (ພາບ​: Kpl)

ໃນການຕ້ອນຮັບ, ສະຫາຍ ນາງ ເຈືອງທິມາຍ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມທັງເຊື່ອໝັ້ນວ່າສະຫາຍ ຈະປະສົບຜົນສຳເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ ເພື່ອເປັນຂົວຕໍ່ ໃຫ້ແກ່ການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ ໂດຍສະເພາະແມ່ນ ລະຫວ່າງຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ກ່າວສະແດງຄວາມຊົມເຊີຍ, ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫລວງ, ຮອບດ້ານ, ເລິກເຊິ່ງທີ່ຄະນະຂົນຂວາຍປະຊາຊົນ ສູນກາງພັກຄອມມູນິດຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະການປະກອບສ່ວນເຂົ້າໃນບັ້ນຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ປະສົບຜົນສຳເລັດຢ່າງໃຫຍ່ຫລວງ, ພ້ອມກັນນີ້ ກໍໄດ້ສະແດງຄວາມຂອບໃຈມາຍັງການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍໄດ້ໃຫ້ການຊ່ວຍເຫລືອພາລະກິດປະຕິວັດຂອງປະຊາຊົນລາວຕະຫລອດມາ, ພິເສດ ແມ່ນການຊ່ວຍເຫລືອວັດຖຸ, ອຸປະກອນການແພດ ແລະ ຊ່ຽວຊານໃນການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ພ້ອມດຽວກັນນັ້ນ ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຢືນຢັນວ່າ ຈະພະຍາຍາມສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ຈະເລີນງອກງາມຕະຫລອດໄປ.

ທ ດລາວ ປະຈ າ ສສ ຫວຽດນາມ ເຂ າຢ ຽມຂ ຳນ ບຫ ວໜ າຄະນະຂ ນຂວາຍປະຊາຊ ນ ສ ນກາງພ ກຄອມມ ນ ດຫວຽດນາມ ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ສະຫາຍ ຫວູ ມາວ

ຕອນ​ເຊົ້າ​ ວັນ​ທີ 3 ມິຖຸນາ 2020 ນີ້, ຄະນະ​ການນຳ​ສະຖານ​ເອກອັກຄະ​ລັດຖະທູດ, ນຳ​ໂດຍ​ສະຫາຍ​ ແສງ​ເພັດ ຮຸ່ງ​ບຸນ​ຍວງ ເອກອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ​ໄດ້​ຕາງໜ້າ​ໃຫ້​ແກ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ລາວ ເຂົ້າ​ວາງ​ພວງມາລາ ​ແລະ ​ເຊັນ​ປື້​ມ​ປື້ມໄວ້ອາໄລ ​ເພື່ອອາ​ໄລ​​ເຖິງ​ດວງ​ວິນຍານ​ຂອງ ສະຫາຍ ຫວູ ມາວ, ອະດິດກຳມະການ​ສູນ​ກາງ​ພັກ, ອະ​ດິດຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ອະ​ດິດປະ​ທານ​ກຳມາ​ທິການ​ ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ແຫ່ງ ສສ ຫວຽດນາມ.

ທ ດລາວ ປະຈ າ ສສ ຫວຽດນາມ ເຂ າຢ ຽມຂ ຳນ ບຫ ວໜ າຄະນະຂ ນຂວາຍປະຊາຊ ນ ສ ນກາງພ ກຄອມມ ນ ດຫວຽດນາມ ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ໄດ້ສົ່ງຄໍາຂອບໃຈຢ່າງເລິກເຊິ່ງມາຍັງລັດຖະບານ ແລະປະຊາຊົນຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ດໍາເນີນພິທີມອບ-ຮັບອຸປະກອນການແພດຂອງລັດຖະບານ ແລະປະຊາຊົນຫວຽດນາມ ໜູນຊ່ວຍລັດຖະບານ ແລະ ປະຊາຊົນອາເມລິກາ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ທ ດລາວ ປະຈ າ ສສ ຫວຽດນາມ ເຂ າຢ ຽມຂ ຳນ ບຫ ວໜ າຄະນະຂ ນຂວາຍປະຊາຊ ນ ສ ນກາງພ ກຄອມມ ນ ດຫວຽດນາມ ຄະນະທູດທະຫານຕ່າງປະເທດ ປະຈໍາ ສສ ຫວຽດນາມ ຢ້ຽມຢາມງານວາງສະແດງ-ງານຕະຫຼາດນັດ ຫວຽດບັ໊ກ ປີ 2019

ຍສໝ - ຕອນເຊົ້າວັນທີ 23 ທັນວາ 2019, ຄະນະທູດທະຫານຕ່າງປະເທດ ປະຈໍາ ສສ ຫວຽດນາມ ໄດ້ໄປຢ້ຽມຢາມງານວາງສະແດງ “ຜົນງານກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ກໍ່ສ້າງກໍາລັງປະກອບອາວຸດປະຊາຊົນ” ແລະງານຕະຫຼາດນັດ ຫວຽດບັ໊ກ ປີ 2019.

kpl.gov.la

ເຫດການ
302 Found

Found

The document has moved here.