ທູດລາວ ປະຈຳ ສສ ຫວຽດນາມ ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ສະຫາຍ ຫວູ ມາວ

14:21 | 04/06/2020

ຕອນ​ເຊົ້າ​ ວັນ​ທີ 3 ມິຖຸນາ 2020 ນີ້, ຄະນະ​ການນຳ​ສະຖານ​ເອກອັກຄະ​ລັດຖະທູດ, ນຳ​ໂດຍ​ສະຫາຍ​ ແສງ​ເພັດ  ຮຸ່ງ​ບຸນ​ຍວງ ເອກອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ​ໄດ້​ຕາງໜ້າ​ໃຫ້​ແກ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ລາວ ເຂົ້າ​ວາງ​ພວງມາລາ ​ແລະ ​ເຊັນ​ປື້​ມ​ປື້ມໄວ້ອາໄລ ​ເພື່ອອາ​ໄລ​​ເຖິງ​ດວງ​ວິນຍານ​ຂອງ ສະຫາຍ ຫວູ ມາວ, ອະດິດກຳມະການ​ສູນ​ກາງ​ພັກ, ອະ​ດິດຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ອະ​ດິດປະ​ທານ​ກຳມາ​ທິການ​ ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ແຫ່ງ ສສ ຫວຽດນາມ.

ທ ດລາວ ປະຈຳ ສສ ຫວຽດນາມ ເຂ າວາງພວງມາລາ ແລະ ເຊ ນປ ມໄວ ອາໄລ ສະຫາຍ ຫວ ມາວ ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືຫວຽດນາມ - ລາວ
ທ ດລາວ ປະຈຳ ສສ ຫວຽດນາມ ເຂ າວາງພວງມາລາ ແລະ ເຊ ນປ ມໄວ ອາໄລ ສະຫາຍ ຫວ ມາວ ປະເທດລາວ ໄດ້ຜ່ອນຄາຍຂໍ້ຈຳກັດທາງສັງຄົມ, ສືບຕໍ່ຄວບຄຸມການເຂົ້າເມືອງຢ່າງເຂັ້ມງວດຈົນຮອດທ້າຍເດືອນມິຖຸນາ
ທ ດລາວ ປະຈຳ ສສ ຫວຽດນາມ ເຂ າວາງພວງມາລາ ແລະ ເຊ ນປ ມໄວ ອາໄລ ສະຫາຍ ຫວ ມາວ
ແສງ​ເພັດ ຮຸ່ງ​ບຸນ​ຍວງ ເອກອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມເຊັນປື້ມໄວ້ອາໄລ ສະຫາຍ ຫວູ ມາວ (ພາບ: ຂ​ປ​ລ)

ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ໄດ້ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍດາຍ ​ແລະ ອາ​ໄລ​ອາວ​ອນຢ່າງ​ສຸດ​ຊຶ້​ງຕໍ່​ ການຈາກໄປຂອງ ສະຫາຍ ຫວູ ມາວ, ​ເຊິ່ງ​ການ​ຈາກ​ໄປ​ຂອງ​ສະຫາຍບໍ່ພຽງແຕ່ ​ເປັນການສູນເສຍ ອາດີດຜູ້ນໍາທາງ ການເມືອງຜູ້ປີຊາສາມາດ ແລະ ສະມາຊິກສະພາແຫ່ງຊາດຫວຽດນາມ ຜູ້ທີ່ປ່ຽມລົ້ນໄປດ້ວຍປະສົບການ ຂອງ​ພັກ, ລັດ ​ແລະ​ປະຊາຊົນ​ຫວຽດນາມ ​ແຕ່​ຍັງ​ເປັນ​ການ​ສູນເສຍເພື່ອນມິດຜູ້ໃກ້ຊິດສະໜິດສະໜົມຂອງພັກ, ສະພາແຫ່ງຊາດ ແລະ ປະຊາຊົນລາວ, ສະຫາຍ ຫວູ ມາວ ​ໄດ້ປະກອບສ່ວນອັນສຳຄັນ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ໂອກາດແຫ່ງຄວາມໂສກເສົ້າເສຍດາຍນີ້, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ກໍຄື ໃນນາມຕາງໜ້າຄະນະປະຈຳສະພາແຫ່ງຊາດ​ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກ, ຄວາມອາໄລອາວອນຢ່າງສຸດຊຶ້ງຮ່ວມກັບສະພາແຫ່ງຊາດຫວຽດນາມ ແລະ ປະຊາຊົນຫວຽດນາມ ຕະຫລອດຮອດ ຄອບຄົວ, ຍາດພີ່ນ້ອງ ແລະ ເພື່ອນມິດຂອງ ສະຫາຍ ຫວູ ມາວ ທຸກທົ່ວໜ້າ.

ທ ດລາວ ປະຈຳ ສສ ຫວຽດນາມ ເຂ າວາງພວງມາລາ ແລະ ເຊ ນປ ມໄວ ອາໄລ ສະຫາຍ ຫວ ມາວ ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄວ້ອາໄລ ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ

ຍສໝ - ເມື່ອບໍ່ດົນມານີ້, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີໄວ້ອາໄລທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ.

ທ ດລາວ ປະຈຳ ສສ ຫວຽດນາມ ເຂ າວາງພວງມາລາ ແລະ ເຊ ນປ ມໄວ ອາໄລ ສະຫາຍ ຫວ ມາວ ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມຈັດ​ຕັ້ງພິ​ທີ​ໄ​ຫວ້​ອາ​ໄລ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ​

ຍສໝ - ໂດຍ​ໄດ້ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ຕໍ່​ທ່ານ​ພົນ​ເອກ ສີ​ສະ​ຫ​ວາດ ແກ້ວ​ບຸນ​ພັນ, ການ​ນຳ​ປີ​ຊາ​ສາ​ມາດ, ເປັນລູກ​ຮັກຫຼານ​ແພງ​ທີ່​ດີ​ເດັ່ນ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ, ນັກ​ຮົບ​ປະ​ຕິ​ວັດ​ທີ່​ອົງ​ອາດ​ກ້າຫານ, ຍອມ​ເສຍ​ສະຫຼະ​ຕະຫຼອດຊີ​ວິດເພື່ອ​ເອ​ກະ​ລາດ​ແຫ່ງ​ຊາດ, ເສ​ລີ​ພາບ, ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ ແລະ ການ​ພັດ​ທະ​ນາ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ລາວ.

ທ ດລາວ ປະຈຳ ສສ ຫວຽດນາມ ເຂ າວາງພວງມາລາ ແລະ ເຊ ນປ ມໄວ ອາໄລ ສະຫາຍ ຫວ ມາວ ທ່ານ​ ຫງວຽນ​ຊວັນ​ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄຫວ້​ອາ​ໄລ ​ທ່ານ​ພົນ​ເອກ ​ສີສະຫວາດ ແກ້ວບຸນພັນ​ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ

ຍສໝ - ຕອນ​ບ່າຍ​ ວັນ​ທີ 13 ພຶດ​ສະ​ພາ, ຢູ່ ​ນະ​ຄອນຫຼວງວຽງ​ຈັນ ສປປ.ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ັນ​ຟຸກ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ແລະ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ໄປ​ໄຫວ້​ອາ​ໄລ​ທ່ານ​ ພົວ​ເອກ​ ສີ​ສະ​ຫວ​າດ ແກ້ວ​ບຸນ​ພັນ, ອະ​ດີ​ດກຳ​ມະ​ການ​ກົມ​ການ​ເມືອງ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ທີ່ຫາກໍ່​ເຖິງ​ແກ່​ມໍ​ລະ​ນະ​ກຳ​ໃນ​ວັນ​ທີ 12 ພຶດ​ສະ​ພາ.

kpl.gov.la

ເຫດການ
302 Found

Found

The document has moved here.