ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຄະນະຜູ້ແທນວິສາຫະກິດ ປະເທດຈີນ

16:38 | 14/06/2020

ຍສໝ - ໃນຕອນບ່າຍວັນທີ 13 ມິຖຸນາ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດ ປະເທດຈີນ ທີ່ພວມລົງທຶນເຂົ້າບັນດາຂົງເຂດຢູ່ຫວຽດນາມ, ເຊັ່ນ: ຕຳແຜ່ນແພ, ສ່ວນປະກອບເຄື່ອງຈັກ ແລະ ຢາງລົດໃຫຍ່.

ທ ານ ຫງວຽນຊວນຟ ກ ນາຍ ກລ ດຖະມ ນຕ ຫວຽດນາມ ຕ ອນຮ ບຄະນະຜ ແທນວ ສາຫະກ ດ ປະເທດຈ ນ ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຕອບສຳພາດຕໍ່ສຳນັກຂ່າວຕ່າງປະເທດ ກ່ຽວກັບການປ້ອງກັນພະຍາດ COVID-19
ທ ານ ຫງວຽນຊວນຟ ກ ນາຍ ກລ ດຖະມ ນຕ ຫວຽດນາມ ຕ ອນຮ ບຄະນະຜ ແທນວ ສາຫະກ ດ ປະເທດຈ ນ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການປ້ອງກັນການລະບາດພະຍາດ Covid-19

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ສະແດງຄວາມຊົມຊື່ນເມື່ອໄດ້ພົບປະກັບບັນດາການນຳວິສາຫະກິດ ທີ່ຕາງໜ້າໃຫ້ວິສາຫະກິດປະເທດຈີນ ຈຳນວນກວ່າ 3000 ແຫ່ງ ເຊິ່ງກຳລັງມາລົງທຶນຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ໃຫ້ຮູ້ວ່າ ໃນສະພາບການແຜ່ລະບາດຂອງພະຍາດ COVID-19, ເຊິ່ງໄດ້ສົ່ງຜົນກະທົບຕໍ່ຫລາຍວິສາຫະກິດ, ໃນນັ້ນມີວິສາຫະກິດທີ່ລົງທຶນຈາກຕ່າງປະເທດ. ສະນັ້ນ, ທ່ານນາຍົກລັດຖະມົນຕີ, ຜູ້ນຳບັນດາກະຊວງ ແລະ ທ້ອງຖິ່ນຂອງຫວຽດນາມ ໄດ້ຈັດການພົບປະກັບບັນດາວິສາຫະກິດ, ສະມາຄົມທຸລະກິດ ເພື່ອຮັບຟັງ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດ.

ທ ານ ຫງວຽນຊວນຟ ກ ນາຍ ກລ ດຖະມ ນຕ ຫວຽດນາມ ຕ ອນຮ ບຄະນະຜ ແທນວ ສາຫະກ ດ ປະເທດຈ ນ
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຄະນະຜູ້ແທນວິສາຫະກິດ ປະເທດຈີນ. (ພາບ: TTXVN)

ທີ່ການພົບປະ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີ ໄດ້ກ່າວວ່າ, ປະຈຸບັນ ປະເທດຈີນ ແມ່ນທ້ອງຕະຫຼາດທີ່ນຳເຂົ້າໃຫຍ່ທີ່ສຸດ ແລະ ແມ່ນທ້ອງຕະຫຼາດສົ່ງອອກໃຫຍ່ທີສອງຂອງຫວຽດນາມ. ຫວຽດນາມ ກໍ່ແມ່ນຄູ່ການຄ້າໃຫຍ່ທີ່ສຸດຂອງປະເທດ ຈີນ ໃນອາຊຽນ. ປີກາຍນີ້, ວົງເງິນການຄ້າສອງຝ່າຍ ໄດ້ບັນລຸເຖິງ 120 ຕື້ໂດລາສະຫະລັດ, ໃນນັ້ນຫວຽດນາມ ມີການຂາດດຸນການຄ້າຫຼາຍກວ່າ 30 ຕື້ໂດລາສະຫະລັດ. ປະຈຸບັນ, ວິສາຫະກິດຈີນຫຼາຍແຫ່ງ ພວມດຳເນີນທຸລະກິດຢູ່ຫວຽດນາມຢ່າງມີປະສິດທິຜົນ, ລົງທຶນໃນຫຼາຍຂົງເຂດ. ດ້ວຍການຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງມີປະສິດທິຜົນຈາກສອງປະເທດ, ຫວຽດນາມ ກຳລັງພິຈາລະນາເປີດຖ້ຽວບິນກັບຈີນຄືນໃໝ່ ເພື່ອສົ່ງເສີມການແລກປ່ຽນສິນຄ້າ ແລະ ພົນລະເມືອງລະຫວ່າງສອງປະເທດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ກ່າວວ່າລັດຖະບານຫວຽດນາມ ຈະສືບຕໍ່ຈັດການ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການເຂົ້າ - ອອກເມືອງຫວຽດນາມ ສຳຫຼັບບັນດານັກຊ່ຽວຊານ, ຜູ້ບໍລິຫານທຸລະກິດ, ນັກລົງທືນ ແລະ ກຳມະກອນທີ່ມີສີມືຂອງບັນດາປະເທດ, ໃນນັ້ນມີປະເທດຈີນ.

ຄະນະຜູ້ແທນວິສາຫະກິດປະເທດຈີນ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ; ຂອບໃຈລັດຫວຽດນາມ ທີ່ໄດ້ຄວບຄຸມພະຍາດ COVID-19 ຢ່າງສຳເລັດຜົນ, ຊ່ວຍໃຫ້ບັນດາວິສາຫະກິດ ຈີນ ກັບມາດຳເນີນງານຢ່າງປົກກະຕິ. ບັນດາວິສາຫະກິດປະເທດຈີນ ໄດ້ສະແດງຄວາມເຊື່ອໝັ້ນຢ່າງສູງ ຕໍ່ຄວາມຕັດສິນໃຈຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນຫວຽດນາມ ໃນການປະຕິບັດເປົ້າໝາຍສອງຝ່າຍ, ກໍ່ຄືກາລະໂອກາດຈາກສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ແລະ ສັນຍາປົກປ້ອງການລົງທືນຂອງ ຫວຽດນາມ - ອີຢູ (EVIPA).

ທ ານ ຫງວຽນຊວນຟ ກ ນາຍ ກລ ດຖະມ ນຕ ຫວຽດນາມ ຕ ອນຮ ບຄະນະຜ ແທນວ ສາຫະກ ດ ປະເທດຈ ນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ໂອ້ລົມທາງໂທລະສັບກັບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການຕ່າງປະເທດກູເວດ

ຍ​ສໝ - ນິ້ີ້​ແມ່ນ​ການ​ແລກ​ປ່ຽນ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ທ່ານ ​ຟ້າມ​ບິ່ງ​ມິງ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີກະ​ຊວງ ຕ່າງປະເທດ ຫວຽດ​ນາມ ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກູ​ເວດ​ນັບ​ແຕ່​ເວ​ລາ​ດຳ​ລົງ​ຕຳ​ແໜ່ງ​ໃນ​ທ້າຍ​ປີ 2019.

ທ ານ ຫງວຽນຊວນຟ ກ ນາຍ ກລ ດຖະມ ນຕ ຫວຽດນາມ ຕ ອນຮ ບຄະນະຜ ແທນວ ສາຫະກ ດ ປະເທດຈ ນ ວິສາຫະກິດອາເມລິກາ ມີຄວາມເອົາໃຈໃສ່ຕໍ່ມາດຕະການຟື້ນຟູພື້ນຖານເສດຖະກິດຂອງຫວຽດນາມ

ຍສໝ - ທ່ານຮ່າກິມຫງ້ອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ປາດຖະໜາວ່າ ບັນດາວິສາຫະກິດອາເມລິກາ ມີຄວາມສາມາດບົ່ມຊ້ອນດ້ານເຕັກໂນໂລຢີ, ວິຊາສະເພາະ ແລະ ທຶນຮອນ ຈະໄດ້ສືບຕໍ່ເລືອກເຟັ້ນ ຫວຽດນາມ ແມ່ນສະຖານທີ່ດຶງດູດ ແລະ ປອດໄພສຳລັບບັນດາການເຄື່ອນໄຫວດຳເນີນທຸລະກິດ.

ທ ານ ຫງວຽນຊວນຟ ກ ນາຍ ກລ ດຖະມ ນຕ ຫວຽດນາມ ຕ ອນຮ ບຄະນະຜ ແທນວ ສາຫະກ ດ ປະເທດຈ ນ ຫວຽດນາມ ຈະສືບຕໍ່ການໜູນຊ່ວຍ ບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມຈະສືບຕໍ່ການໜູນຊ່ວຍບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19, ຮັກສາການເຄື່ອນໄຫວເສດຖະກິດເປັນປົກກະຕິ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.