ວິສາຫະກິດອາເມລິກາ ມີຄວາມເອົາໃຈໃສ່ຕໍ່ມາດຕະການຟື້ນຟູພື້ນຖານເສດຖະກິດຂອງຫວຽດນາມ

16:00 | 05/06/2020

ຍສໝ - ທ່ານຮ່າກິມຫງ້ອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ປາດຖະໜາວ່າ ບັນດາວິສາຫະກິດອາເມລິກາ ມີຄວາມສາມາດບົ່ມຊ້ອນດ້ານເຕັກໂນໂລຢີ, ວິຊາສະເພາະ ແລະ ທຶນຮອນ ຈະໄດ້ສືບຕໍ່ເລືອກເຟັ້ນ ຫວຽດນາມ ແມ່ນສະຖານທີ່ດຶງດູດ ແລະ ປອດໄພສຳລັບບັນດາການເຄື່ອນໄຫວດຳເນີນທຸລະກິດ.

ວ ສາຫະກ ດອາເມລ ກາ ມ ຄວາມເອ າໃຈໃສ ຕ ມາດຕະການຟ ນຟ ພ ນຖານເສດຖະກ ດຂອງຫວຽດນາມ ຊ​ຸ​ກ​ຍຸ້​​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ​ໄລ​ຍະຫຼັງ Covid – 19
ວ ສາຫະກ ດອາເມລ ກາ ມ ຄວາມເອ າໃຈໃສ ຕ ມາດຕະການຟ ນຟ ພ ນຖານເສດຖະກ ດຂອງຫວຽດນາມ ທ່ານ ຮ່າກິມງອກ ໂອ້ລົມທາງໂທລະສັບກັບທ່ານ Ami Bera ສະມາຊິກສະພາຕ່ຳອາເມລິກາ

ວັນທີ 3 ມິຖຸນາ, ທີ່ນະຄອນຫຼວງ Washington (ອາເມລິກາ), ທ່ານຮ່າກິມຫງ້ອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ແລະ ທ່ານ Jose Manuel Romualdez - ເອກອັກຄະລັດຖະທູດຟິລິບປິນ ປະຈຳສະຫະລັດອາເມລິກາ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນທາງອິນເຕີເນັດ ເຊິ່ງຈັດໂດຍສູນສາກົນ Meridian ດ້ວຍຫົວຂໍ້ວ່າ “ການຮັບມືຂອງອາຊຽນໃນໄລຍະຟື້ນຟູເສດຖະກິດທີ່ຫຼັງ COVID-19."

ກອງປະຊຸມດັ່ງກ່າວ ມີການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າກະຊວງການຕ່າງປະເທດ ສະຫະລັດອາເມລິກາ, ບັນດາສະຖານທູດ ແລະ ຜູ້ຕາງໜ້າຂັ້ນສູງມາຈາກບໍລິສັດ 30 ກວ່າແຫ່ງ ຂອງສະຫະລັດອາເມລິກາ ແລະ ສະມາຄົມທຸລະກິດຂະໜາດໃຫຍ່ 2 ແຫ່ງ ໃນຂົງເຂດຕ່າງໆ, ເຊັ່ນ: ການແພດ, ອາຫານ ແລະ ກະສິກຳ, ເຄື່ອງດື່ມ, ເຕັກໂນໂລຢີ, ພະລັງງານ, ປະກັນໄພ ແລະ ກົດໝາຍ.

ວ ສາຫະກ ດອາເມລ ກາ ມ ຄວາມເອ າໃຈໃສ ຕ ມາດຕະການຟ ນຟ ພ ນຖານເສດຖະກ ດຂອງຫວຽດນາມ
ທ່ານຮ່າກິມຫງ້ອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະລັດອາເມລິກາ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນທາງອິນເຕີເນັດ “ການຮັບມືຂອງອາຊຽນໃນໄລຍະຟື້ນຟູເສດຖະກິດທີ່ຫຼັງ COVID-19." (ພາບ: TTXVn)

ທີ່ການພົບປະ, ທ່ານຮ່າກິມຫງ້ອກ - ເອກອັກຄະລັດຖະທູດຫວຽດນາມ ແລະ ທ່ານ Jose Manuel - ເອກອັກຄະລັດຖະທູດຟິລິບປິນ ໄດ້ເນັ້ນໜັກວ່າ ພະຍາດ COVID-19 ພວມສ້າງບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ ສຳລັບບັນດາປະເທດໃນທົ່ວໂລກ, ໃນນັ້ນມີຂົງເຂດອາຊຽນ. ໃນຖານະທີ່ເປັນປະທານອາຊຽນ, ຫວຽດນາມ ໄດ້ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກອາຊຽນອື່ນໆ ໃນການຊຸກຍູ້ກົນໄກຕ່າງໆ ເພື່ອປະສານງານນະໂຍບາຍ ແລະ ການເຄື່ອນໄຫວຂອງອາຊຽນໂດຍໄວ.

ເມື່ອບໍ່ດົນມານີ້, ບັນດາຜູ້ນຳອາຊຽນໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຮັກສາຂະບວນສິນຄ້າ ແລະ ການບໍລິການ, ໂດຍສະເພາະ ແມ່ນສິນຄ້າທີ່ຈຳເປັນ; ສົ່ງເສີມຫົວຄິດປະດິດສ້າງ, ການພັດທະນາແຜນການເພື່ອຟື້ນຟູ ແລະ ເປີດກວ້າງພື້ນຖານເສດຖະກິດ ແລະ ສັງຄົມ ຫຼັງ COVID-19.

ທ່ານເອກອັກຄະລັດຖະທູດ ຮ່າກິມຫງ້ອກ ໄດ້ປະກາດວ່າ ເພື່ອຕ້ອນຮັບຂະບວນທຶນຮອນ ທີ່ຫັນປ່ຽນການລົງທືນ ແລະ ຕ່ອງໂສ້ການສະໜອງທົ່ວໂລກ, ເມື່ອບໍ່ດົນມານີ້, ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຕົກລົງສ້າງຕັ້ງກຸ່ມປະຕິບັດງານພິເສດ ເພື່ອຊຸກຍູ້ການດຶງດູດການລົງທຶນຈາກຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດອາເມລິກາ.

ສະນັ້ນ, ທ່ານຮ່າກິມຫງ້ອກ ໄດ້ປາດຖະໜາວ່າ ບັນດາວິສາຫະກິດອາເມລິກາ ມີຄວາມສາມາດບົ່ມຊ້ອນດ້ານເຕັກໂນໂລຢີ, ວິຊາສະເພາະ ແລະ ທຶນຮອນ ຈະໄດ້ສືບຕໍ່ເລືອກເຟັ້ນ ຫວຽດນາມ ແມ່ນສະຖານທີ່ດຶງດູດ ແລະ ປອດໄພສຳລັບບັນດາການເຄື່ອນໄຫວດຳເນີນທຸລະກິດ.

ທ່ານຮ່າກິມຫງ້ອກ ກ່າວຕື່ມວ່າ: ນອກເໜືອຈາກການຮ່ວມມືດ້ານສາທາລະນະສຸກ ແລະ ການຜະລິດວັກຊີນ, ມັນຍັງມີຫລາຍຂົງເຂດທີ່ມີທ່າແຮງ, ເຊັ່ນ: ການຄ້າດິຈິຕອນ, ພື້ນຖານໂຄງລ່າງ ແລະ ພະລັງງານ, ໂດຍສະເພາະ ແມ່ນພະລັງງານແບບສ້າງໃໝ່. ນີ້ແມ່ນບັນດາຂົງເຂດມີທ່າດີເຊິ່ງບັນດາວິສາຫະກິດອາເມລິກາ ໄດ້ຮ່ວມມື ແລະ ການລົງທຶນກັບຫວຽດນາມ.

ທີ່ການພົບປະ, ຜູ້ຕາງໜ້າບັນດາວິສາຫະກິດອາເມລິກາ ໄດ້ສືບຕໍ່ສະແດງຄວາມເອົາໃຈໃສ່ເຖິງຫວຽດນາມ, ຊົມເຊີຍຜົນສຳເລັດຂອງຫວຽດນາມ ໃນການຄວບຄຸມພະຍາດ, ພ້ອມທັງໄດ້ຕີລາຄາສູງ ຕໍ່ນະໂຍບາຍເປີດປະຕູ ແລະ ການຟື້ນຟູເສດຖະກິດຂອງຫວຽດນາມ.

ບັນດາວິສາຫະກິດອາເມລິກາ ໄດ້ສະແດງຄວາມປາດຖະໜາຢາກໃຫ້ອາຊຽນເວົ້າລວມ ແລະ ຫວຽດນາມເວົ້າສະເພາະ ແມ່ນຮັກສາລະບົບຕ່ອງໂສ້ການສະໜອງ, ໂດຍສະເພາະ ແມ່ນບັນດາຜະລິດຕະພັນ ແລະ ອຸປະກອນການແພດ, ພ້ອມທັງສະເໜີໃຫ້ຫວຽດນາມ ໄດ້ເປີດປະຕູຄືນໃໝ່ໂດຍໄວ ເພື່ອວິສາຫະກິດອາເມລິກາ ສາມາດເຂົ້າເຖິງຄູ່ຮ່ວມມື ແລະ ທ້ອງຕະຫຼາດຫວຽດນາມ.

ວ ສາຫະກ ດອາເມລ ກາ ມ ຄວາມເອ າໃຈໃສ ຕ ມາດຕະການຟ ນຟ ພ ນຖານເສດຖະກ ດຂອງຫວຽດນາມ ປະເທດອາເມລິກາ ໄດ້ຖືຫວຽດນາມ ແມ່ນບຸລິມະສິດໃນການຮ່ວມມື ໃນລະບົບຕ່ອງໂສ້ການສະໜອງ

ຍສໝ - ເມື່ອບໍ່ດົນມານີ້, ປະເທດອາເມລິກາ ໄດ້ກ່າວວ່າ, ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດໃນບັນດາໂຄງການພາກພື້ນທີ່ຈະມາເຖິງ, ປະກອບມີ ການຜະລິດບັນດາຜະລິດຕະພັນຍຸດທະສາດໃນຕ່ອງໂສ້ການສະໜອງ ຂອງປະເທດອາເມລິກາ.

ວ ສາຫະກ ດອາເມລ ກາ ມ ຄວາມເອ າໃຈໃສ ຕ ມາດຕະການຟ ນຟ ພ ນຖານເສດຖະກ ດຂອງຫວຽດນາມ ຜູ້ຊ່ຽວຊານອາເມລິກາ: ຫວຽດນາມ ເປັນແບບຢ່າງ ໃນການຄວບຄຸມພະຍາດ Covid-19

ຍສໝ - ໃນການໃຫ້ສຳພາດກັບ ບົດຂຽນທີ່ລົງໃນໜັງສືພິມ Washington Post, ທ່ານ Matthew Moore, ຜູ້ຊ່ຽວຊານຈາກສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ອາເມລິກາ ຢູ່ຮ່າໂນ້ຍ ໄດ້ກ່າວວ່າ: “ຫວຽດນາມໄດ້ປະຕິບັດມາດຕະການທີ່ເປັນແບບຢ່າງ ໃນການຄວບຄຸມພະຍາດ Covid-19”.

ວ ສາຫະກ ດອາເມລ ກາ ມ ຄວາມເອ າໃຈໃສ ຕ ມາດຕະການຟ ນຟ ພ ນຖານເສດຖະກ ດຂອງຫວຽດນາມ ຫວຽດນາມ ສືບຕໍ່ນຳສົ່ງພົນລະເມືອງຈຳນວນ 340 ຄົນ ຈາກສະຫະລັດອາເມລິກາ ກັບຄືນປະເທດຢ່າງປອດໄພ.

ຍສໝ - ຫຼັງຈາກຈອດລົງດິນຢູ່ສະໜາມບິນ ໂນຍບາຍq, ຜູ້ໂດຍສານ ແລະ ພະນັກງານປະຈຳຖ້ຽວບິນທຸກຄົນ ໄດ້ຕິດຕາມກວດກາດ້ານການແພດ ແລະ ແຍກອອກຫ່າງຕາມລະບຽບການ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.