ໜັງສືພິມອັງກິດ: ຫວຽດນາມ ແມ່ນພື້ນຖານເສດຖະກິດມີຄວາມໝັ້ນຄົງ ແລະ ປອດໄພພາຍຫຼັງ Covid-19

05:55 | 07/05/2020

ຍສໝ - ອີງຕາມການຕີລາຄາຂອງໜັງສືພິມ The Economist, ລາຊະອານາຈັກອັງກິດ ໃຫ້ຮູ້ວ່າ ຫວຽດນາມກຳລັງຢູ່ໃນພື້ນຖານເສດຖະກິດທີ່ປອດໄພ ຫຼັງຈາກການລະບາດ ຂອງການລະບາດພະຍາດ Covid-19.

ໜ ງສ ພ ມອ ງກ ດ ຫວຽດນາມ ແມ ນພ ນຖານເສດຖະກ ດມ ຄວາມໝ ນຄ ງ ແລະ ປອດໄພພາຍຫ ງ covid 19 ປີ 2020, ເສດຖະກິດຂອງຫວຽດນາມ ຍັງຄົງສືບຕໍ່ເປັນປົກກະຕິ ແລະ ເຕີບໂຕໃນລະດັບແຕ່ 6,8% - 7%
ໜ ງສ ພ ມອ ງກ ດ ຫວຽດນາມ ແມ ນພ ນຖານເສດຖະກ ດມ ຄວາມໝ ນຄ ງ ແລະ ປອດໄພພາຍຫ ງ covid 19 IMF ຕີລາຄາສູງບັນດາຜົນງານເສດຖະກິດຂອງຫວຽດນາມ

ເມື່ອບໍ່ດົນມານີ້, ວາລະສານ The Economist ຫາກໍ່ປະກາດເປັນທາງການ ຕາຕະລາງຈັດອັນດັບສຸຂະພາບການເງິນຂອງ 66 ພື້ນຖານເສດຖະກິດທີ່ໂດດເດ່ັນໃໝ່, ໃນນັ້ນພື້ນຖານເສດຖະກິດຂອງປະເທດຫວຽດນາມ ຢູ່ໃນອັນດັບທີ 12, ໃນກຸ່ມທີ່ປອດໄພຫຼັງຈາກການລະບາດຂອງພະຍາດ Covid-19.

ໜ ງສ ພ ມອ ງກ ດ ຫວຽດນາມ ແມ ນພ ນຖານເສດຖະກ ດມ ຄວາມໝ ນຄ ງ ແລະ ປອດໄພພາຍຫ ງ covid 19
ຕາຕະລາງຈັດອັນດັບສຸຂະພາບການເງິນຂອງ 66 ພື້ນຖານເສດຖະກິດທີ່ໂດດເດ່ັນໃໝ່, ອີງຕາມສະຖິຕິວາລະສານ The Economist. (ພາບ: The Economist)

ຕາຕະລາງຈັດອັນດັບຂອງ ວາລະສານ The Economist ແມ່ນອີງໃສ່ ຕົວເລກສະແດງ 4 ຂໍ້ເຊິ່ງເປັນຄວາມເຂັ້ມແຂງດ້ານການເງິນ, ຄື: ການໜີ້ສິນ, ໜີ້ຕ່າງປະເທດ, ຄ່າໃຊ້ຈ່າຍໃນການກູ້ຢືມ ແລະ ເງິນສຳຮອງເງິນຕາຕ່າງປະເທດ. ຕາມນັ້ນແລ້ວ, ມີຈຳນວນຫຼາຍກວ່າ 30 ພື້ນຖານເສດຖະກິດ ທີ່ກຳລັງປະເຊີນໜ້າກັບຄວາມກົດດັນຢ່າງໃຫຍ່, ປະເທດທີ່ຮ້າຍແຮງທີ່ສຸດຄື ປະເທດແຊມເບຍ, ເລບານອນ ແລະ ເວເນຊູເອລາ.

ໃນກຸ່ມພື້ນຖານເສດຖະກິດທີ່ປອດໄພ, ປະເທດ Botswana ຢູ່ອັນດັບທີໜຶ່ງ, ຮອງລົງມາແມ່ນປະເທດ Taiwan ແລະ ເກົາຫຼີໃຕ້. ປະເທດຫວຽດນາມ ຢູ່ໃນອັນດັບທີ 12, ຈັດຫລັງປະເທດຈີນ ແລະ ປະເທດ Guatemala, ແຕ່ໄດ້ຈັດກ່ອນໜ້າ ປະເທດ Poland ແລະ ປະເທດ Nigieria ໂດຍມີຕົວເລກສະແດງການໜີ້ສິນ, ໜີ້ຕ່າງປະເທດ, ຄ່າໃຊ້ຈ່າຍໃນການກູ້ຢືມ ແລະ ເງິນສຳຮອງເງິນຕາຕ່າງປະເທດ ຢູ່ໃນລະດັບຫມັ້ນຄົງທີ່ເຂັ້ມແຂງ. ໂດຍສະເພາະ, ຫວຽດນາມບໍ່ມີຕົວເລກໃດໃນເຂດ “ເຕືອນໄພແດງ”.

ໃນລະຫວ່າງໄລຍະຜ່ານມາ, ການລະບາດຂອງພະຍາດ Covid-19 ໄດ້ສ້າງຜົນກະທົບຕໍ່ບັນດາພື້ນຖານເສດຖະກິດ ທີ່ກຳລັງເກີດຂື້ນໃໝ່ ໂດຍບັນດາຄຳສັ່ງການກີດຂວາງ, ຂໍ້ຈຳກັດການເດີນທາງ, ການຂາອອກຂາເຂົ້າຫຼຸດລົງ ແລະ ການລົງທືນຂອງນັກລົງທຶນຕ່າງປະເທດຫຼຸດລົງ.

ເຖິງຢ່າງໃດກໍ່ຕາມ, ອີງຕາມວາລະສານ The Economist, ສ່ວນຫຼາຍເສດຖະກິດໃນກຸ່ມດັ່ງກ່າວ ແມ່ນ "ສຸຂະພາບດີ" ເພື່ອເອົາຊະນະການລະບາດຂອງພະຍາດ Covid-19. ກຸ່ມຂອງ 30 ພື້ນຖານເສດຖະກິດທີ່ອ່ອນແອ ແມ່ນຂອບຂະໜາດໜ້ອຍ, ກວມພຽງເປັນ 11% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງທັງໝົດ 66 ພື້ນຖານເສດຖະກິດ.

ໜ ງສ ພ ມອ ງກ ດ ຫວຽດນາມ ແມ ນພ ນຖານເສດຖະກ ດມ ຄວາມໝ ນຄ ງ ແລະ ປອດໄພພາຍຫ ງ covid 19 ພົນລະເມືອງຫວຽດນາມ ຈຳນວນເກືອບ 300 ຄົນ ຢູ່ UAE ໄດ້ກັບຄືນປະເທດຢ່າງປອດໄພ

ຍສໝ - ພົນລະເມືອງຫວຽດນາມຈຳນວນເກືອບ 300 ຄົນ ຢູ່ ບັນດາປະເທດ UAE ໄດ້ກັບຄືນປະເທດ ຢ່າງປອດໄພໃນສະພາບເສັ້ນທາງການບິນການຄ້າລະຫວ່າງຫວຽດນາມ ແລະ ສາກົນ ຖືກໂຈະຍ້ອນການລະບາດຂອງພະຍາດ Covid-19.

ໜ ງສ ພ ມອ ງກ ດ ຫວຽດນາມ ແມ ນພ ນຖານເສດຖະກ ດມ ຄວາມໝ ນຄ ງ ແລະ ປອດໄພພາຍຫ ງ covid 19 ຫວຽດນາມເຂົ້າຮ່ວມກອງປະຊຸມອອນລາຍ ຄະນະກຳມະການອາຊຽນ ຢູ່ ສະຫະລັດອາເມລິກາ

ຍສໝ - ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕ່າງໜ້າອາຊຽນໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຫວຽດນາມ ໃນຖານບົດບາດເປັນປະທານອາຊຽນ ໃນສະພາບການຜັນແປຢ່າງສັບສົນ ຂອງການລະບາດພະຍາດ COVID-19.

ໜ ງສ ພ ມອ ງກ ດ ຫວຽດນາມ ແມ ນພ ນຖານເສດຖະກ ດມ ຄວາມໝ ນຄ ງ ແລະ ປອດໄພພາຍຫ ງ covid 19 ພະຍາດ Covid-19 : ອິນໂດເນເຊຍ ຮຽນຮູ້ຫວຽດນາມໃນການນຳໃຊ້ຕູ້ ATM ເຂົ້າສານ ເພື່ອແຈກຢາຍເຂົ້າສານໃຫ້ປະຊາຊົນ

ຍສໝ - ເມື່ອບໍ່ດົນມານີ້, ແນວຄວາມຄິດໃນການຈັດຕັ້ງປະຕິບັດຕູ້ ATM ເຂົ້າສານ, ສະບຽງອາຫານ ສຳລັບຜູ້ທຸກຍາກທີ່ຖືກຮັບຜົນກະທົບຈາກການລະບາດພະຍາດ COVID-19 ຂອງປະເທດຫວຽດນາມ ໄດ້ນຳໃຊ້ຢູ່ປະເທດອິນໂດເນເຊຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.