ສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ຢູ່ນະຄອນໂຮ່ຈີມິນ

15:56 | 31/12/2020

ຍສໝ - ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນແອງຫງອກ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ອິນໂດເນເຊຍ ຢູ່ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໃນໄລຍະ 65 ປີທີ່ຜ່ານມາ, ສາຍພົວພັນຫວຽດນາມ - ອິນໂດເນເຊຍນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາ.

ສະເຫ ມສະຫ ອງ 65 ປ ແຫ ງການພ ວພ ນທາງການທ ດລະຫວ າງຫວຽດນາມ ແລະ ອ ນໂດເນເຊຍ ຢ ນະຄອນໂຮ ຈ ມ ນ ຫວຽດນາມປະກອບສ່ວນສຳຄັນເຂົ້າໃນການຍົກ​ສູງສຽງ ແລະ ພາບພົດຂອງອາຊຽນ
ສະເຫ ມສະຫ ອງ 65 ປ ແຫ ງການພ ວພ ນທາງການທ ດລະຫວ າງຫວຽດນາມ ແລະ ອ ນໂດເນເຊຍ ຢ ນະຄອນໂຮ ຈ ມ ນ ກອງປະຊຸມສຳມະນາ “ຫວນຄືນ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ແລະ ເສັ້ນທາງໃນອະ​ນາ​ຄົດ”

ໃນວັນທີ 30 ທັນວາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ (HUFO) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອິນໂດເນເຊຍ (30 ທັນວາ 1955 - 30 ທັນວາ 2020).

ສະເຫ ມສະຫ ອງ 65 ປ ແຫ ງການພ ວພ ນທາງການທ ດລະຫວ າງຫວຽດນາມ ແລະ ອ ນໂດເນເຊຍ ຢ ນະຄອນໂຮ ຈ ມ ນ
ສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ ຢູ່ນະຄອນໂຮ່ຈີມິນ. (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນແອງຫງອກ - ຮອງປະທານສະມາຄົມມິດຕະພາບຫວຽດນາມ - ອິນໂດເນເຊຍ ໃຫ້ຮູ້ວ່າ ໃນໄລຍະຕະຫຼອດ 65 ປີທີ່ຜ່ານມາ, ສາຍພົວພັນຫວຽດນາມ - ອິນໂດເນເຊຍ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາ, ໂດຍສະເພາະຮອດເດືອນ ມິຖຸນາ ປີ 2013, ໄດ້ຍົກລະດັບເປັນ “ຄູ່ຮ່ວມມືຍຸດທະສາດ” ແລະ ກາຍເປັນຄູ່ຮ່ວມມືຍຸດທະສາດໜຶ່ງດຽວຂອງອິນໂດເນເຊຍ ຢູ່ອາຊີຕາເວັນອອກສ່ຽງໃຕ້.

ບົນພື້ນຖານນັ້ນ, ສາຍພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ ໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ຮອບດ້ານ ແລະ ກວ້າງຂວາງ, ໃນສອງຝ່າຍ ແລະ ຫຼາຍຝ່າຍ. ການພົວພັນດ້ານການເມືອງນັບມື້ນັບເຊື່ອມໂຍງເຂົ້າກັນ, ບັນລຸລະດັບຄວາມໄວ້ເນື້ອເຊື່ອໃຈສູງ, ການແລກປ່ຽນຄະນະ, ເພີ່ມທະວີການພົວພັນໃນລະດັບສູງ.

ນອກຈາກການຮ່ວມມືທາງດ້ານການເມືອງ ແລະ ເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ ກໍ່ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນໃນສາຍພົວພັນລະຫວ່າງອິນໂດເນເຊຍ ແລະ ຫວຽດນາມ, ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈລະຫວ່າງປະຊາຊົນຂອງສອງປະເທດ, ກາຍເປັນກຳລັງແຮງຊຸກຍູ້ການຮ່ວມມືໃນຂົງເຂດອື່ນໆ.

ທ່ານ ຫງວຽນແອງຫງອກ ໄດ້ສະແດງຄວາມຂອບອົກຂອບໃຈ ສຳຫຼັບສະຖານກົງສຸນໃຫຍ່ອິນໂດເນເຊຍ ປະຈຳ ນະຄອນໂຮ່ຈີມິນ, ສະມາຄົມວິສາຫະກິດອິນໂດເນເຊຍ ແລະ ປະຊາຄົມຊາວອິນໂດເນເຊຍທີ່ ດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນຍ້ອນຄວາມມານະພະຍາຍາມຂອງຕົນ ເພື່ອຮ່ວມເດີນທາງກັບສະມາຄົມມິດຕະພາບຫວຽດນາມ - ອິນໂດເນເຊຍນະຄອນໂຮ່ຈີມິນ ໃນການດຳເນີນການເຄື່ອນໄຫວການທູດປະຊາຊົນ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມສາມັກຄີ, ຜ່ານນັ້ນຮັດແໜ້ນ ແລະ ພັດທະນາການພົວພັນລະຫວ່າງປະຊາຊົນສອງປະເທດນັບມື້ນັບດີກ່ວາອີກ.

ເນື່ອງໃນໂອກາດນີ້, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບບາງຜົນສຳເລັດຂອງການຮ່ວມມືຫວຽດນາມ - ອິນໂດເນເຊຍ ໃນຊຸມປີຜ່ານມາ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າກົງສຸນ, ປະຊາຄົມວິສາຫະກິດອິນໂດເນເຊຍ ຢູ່ນະຄອນໂຮ່ຈີມິນ ແລະ ບັນດານັກຄົ້ນຄ້ວາ, ນັກຮຽນຮູ້ຈຳນວນໜຶ່ງທີ່ມາຈາກບັນດາມະຫາວິທະຍາໄລໃນຂົງເຂດ.

ສະເຫ ມສະຫ ອງ 65 ປ ແຫ ງການພ ວພ ນທາງການທ ດລະຫວ າງຫວຽດນາມ ແລະ ອ ນໂດເນເຊຍ ຢ ນະຄອນໂຮ ຈ ມ ນ ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ

ຍສໝ - ນີ້ແມ່ນລາງວັນອັນປະເສີດເລີດລໍ້າຂອງລັດຫວຽດນາມ ແນໃສ່ຮັບຮູ້ຄວາມມານະພະຍາຍາມຂອງທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ໃນການຊຸກຍູ້ການພົວພັນສອງປະເທດ.

ສະເຫ ມສະຫ ອງ 65 ປ ແຫ ງການພ ວພ ນທາງການທ ດລະຫວ າງຫວຽດນາມ ແລະ ອ ນໂດເນເຊຍ ຢ ນະຄອນໂຮ ຈ ມ ນ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ມອບຫຼຽນກາລະນຶກໃຫ້ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈໍາ ຫວຽດນາມ

ຍສໝ - ທ່ານເອກອັກຄະລັດຖະທູດ Ibnu Hadi ສະແດງຄວາມເປັນກຽດທີ່ໄດ້ຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດ” ເຊິ່ງເປັນລາງວັນອັນສູງສົ່ງທີ່ສຸດຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO). ພ້ອມທັງເຊື່ອໝັ້ນວ່າການພົວພັນລະຫວ່າງ ອິນໂດເນເຊຍ-ຫວຽດນາມ ຈະສືບຕໍ່ໄດ້ຮັບການເພີ່ມທະວີໃນໄລຍະຈະມາເຖິງ.

ສະເຫ ມສະຫ ອງ 65 ປ ແຫ ງການພ ວພ ນທາງການທ ດລະຫວ າງຫວຽດນາມ ແລະ ອ ນໂດເນເຊຍ ຢ ນະຄອນໂຮ ຈ ມ ນ ງານມິດຕະພາບຫວຽດນາມ - ອິນໂດເນເຊຍ: ສີລະປະ ໄດ້ສ່ວນປະກອບເຮັດໃຫ້ເພີ່ມທະວີການເຂົ້າໃຈກັນ ລະຫວ່າງສອງປະເທດ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ (ປີ 1955-2020), ຕອນແລງວັນທີ 17 ພະຈິກ, ທີ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານທູດອິນໂດເນເຊຍ ປະຈຳຫວຽດນາມ ໄດ້ຈັດງານມິດຕະພາບຫວຽດນາມ ແລະ ອິນໂດເນເຊຍ.

ຄຳຮຸ່ງ

302 Found

Found

The document has moved here.