ປະທານຄະນະ ກຳມະການປະຊາຊົນແຂວງນາມດິ້ງ ຕ້ອນຮັບຄະນະຜູ້ແທນ ພະແນກ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ສປປ ລາວ

16:47 | 24/10/2019

ຍສໝ - ຕົ້ນອາທິດນີ້, ສະຫາຍ ຟ້າມ ດິ່ງ ງິ, ຮອງເລຂາພັກແຂວງ, ປະທານຄະນະກຳ ມະການປະຊາຊົນແຂວງນາມດິ້ງ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ຕຳຫຼວດແຂວງອຸດົມໄຊ, ສປປ ລາວນຳໂດຍ ສະຫາຍ ຄຳແຮ ຂັນທະລີ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເປັນຫົວໜ້າຄະນະຜູ້ແທນ ເດີນທາງໄປເຮັດວຽກ ຢູ່ແຂວງນາມດິ້ງ. ເຂົ້າຮ່ວມໃນພິທີຕ້ອນຮັບຄັ້ງນີ້ປະກອບມີ ບັນດາການ ນຳຂອງພະແນກ ປກສແຂວງ, ຫ້ອງວ່າການ ຄະນະກຳມະການປະຊາຊົນແຂວງນາມດິ້ງເຂົ້າຮ່ວມຢ່າງພ້ອມພຽງ.

ປະທານຄະນະ ກຳມະການປະຊາຊົນແຂວງນາມດິ້ງ ຕ້ອນຮັບຄະນະຜູ້ແທນ ພະແນກ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ສປປ ລາວ

ປະທານຄະນະກຳມະການປະຊາຊົນແຂວງນາມດິ້ງ ຟ້າມ ກິງ ງິ ໃຫ້ການຕ້ອນຮັບຄະນະຜູ້ແທນ ຕຳຫຼວດແຂວງອຸດົມໄຊ.(ພາບ:baonamdinh.com.vn)

ສະຫາຍປະທານຄະນະກຳມະການປະຊາຊົນແຂວງນາມດິ້ງ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນ ຕຳຫຼວດແຂວງອຸດົມໄຊທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງນາມດິງ; ສະແດງຄວາມຮັກແພງ, ມູນເຊື້ອສາຍພົວພັນລະຫວ່າງພັກ, ລັດຖະບານ, ປະຊາຊົນ, ກຳລັງຕຳຫຼວດແຂວງອຸດົມໄຊ ແລະ ແຂວງນາມດິ້ງ. ຈາກນັ້ນ, ປັບປຸງ ແລະ ສ້າງສາຍພົວພັນສາມັກຄີໃຫ້ເລິກເຊິ່ງຢ່າງບໍ່ຢຸດຢັ້ງ, ມິດຕະພາບ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ການນຳ ແລະ ປະຊາຊົນສອງແຂວງ ສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ສະຫາຍປະທານຄະນະກຳມະການປະຊາຊົນແຂວງໄດ້ປະກາດຜົນຂອງການແລກປ່ຽນ ແລະ ການຮ່ວມມື ລະຫວ່າງແຂວງນາມດິ້ງ ແລະ ແຂວງອຸດົມໄຊໃນຊຸມປີຜ່ານມາ, ໃນນັ້ນ, ນັບແຕ່ປີ 2010, ແຂວງນາມດິ້ງ ໄດ້ຮັບ ແລະ ຊ່ວຍເຫຼຶອທືນການສຶກສາໃຫ້ນັກຮຽນ ຈຳນວນ 9 ຄົນ, ແຂວງອຸດົມໄຊ ຢູ່ ແຂວງນາມດິ້ງ. ພະແນກ ຕຳຫຼວດແຂວງນາມດິ້ງ ສືບຕໍ່ປະຕິບັດບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳວ່າດ້ວຍ “ ການຮ່ວມມື ຕ້ານອາດຊະຍາກຳ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ” ທີ່ໄດ້ລົງນາມກັບ ຕຳຫຼວດແຂວງອຸດົມໄຊ ໃນປີ 2014. ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ຄັດເລືອກ ແລະ ສົ່ງຄູສອນປະຖົມຂອງແຂວງນາມດິ້ງ ມາສອນພາສາຫວຽດນາມ ຢູ່ ສປປ ລາວ ພາຍໃຕ້ໂຄງການຮ່ວມມືຂອງກະຊວງສຶກສາ ແລະ ບຳ ລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ລາວ.

ໃນເດືອນສິງຫາ ປີ 2017, ຢູ່ແຂວງອຸດົມໄຊ, ຄະນະຜູ້ແທນຂັ້ນສູງຂອງສອງແຂວງ ໄດ້ເຊັນລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງສອງແຂວງໃນໄລຍະປີ 2017-2021. ຈາກນັ້ນ, ໃນແຕ່ລະປີ, ແຂວງນາມດິ້ງໄດ້ໃຫ້ການຊ່ວຍກໍ່ສ້າງນັກຮຽນລະດັບມະຫາວິທະຍາໄລ ຈຳນວນ 5 ຄົນ ແລະ ພະນັກງານທີ່ມີຄວາມດີເດັ່ນຈຳນວນ 2 ຄົນ ໄດ້ເຂົ້າຮຳ່ຮຽນຢູ່ມະຫາວິທະຍາໄລຕ່າງໆໃນແຂວງນາມດິ້ງ ດ້ວຍງົບປະມານຂອງແຂວງນາມດິ້ງ. ປະຈຸບັນ, ບັນດາມະຫາວິທະຍາໄລຢູ່ແຂວງນາມດິ້ງ ກຳລັງຮັບ ແລະ ກໍ່ສ້າງນັກຮຽນ 7 ຄົນ ຂອງແຂວງອຸດົມໄຊ. ໃນໄລຍະຈະມາເຖິງ, ແຂວງນາມດິ້ງ ກໍ່ຈະສືບຕໍ່ຮ່ວມມືຢ່າງ ແໜ້ນແຟ້ນກັບແຂວງອຸດົມໄຊ ໃນບາງຂົງເຂດກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ; ການສຶກສາທິການ ແລະ ບຳລຸງສ້າງ; ການຮ່ວມມືດ້ານການລົງທືນ ແລະ ການຄ້າ; ການຮ່ວມມືໃນຂົງເຂດກະສິກຳ, ແລກປ່ຽນຄວາມຊ່ຽວຊານ, ແລກປ່ຽນປະສົບການ, ຖ່າຍທອດເຕັກໂນໂລຢີ, ເຜີຍແຜ່ເຕັກນິກການຜະລິດແນວພັນໄມ້ ແລະ ແນວພັນສັດ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ພ້ອມກັບບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳ, ສະຫາຍປະທານຄະນະກຳມະການປະຊາຊົນແຂວງນາມດິ້ງ ຫວັງວ່າໃນໄລຍະຈະມາເຖິງ, ກຳລັງ ຕຳຫຼວດຂອງສອງທ້ອງຖິ່ນ ສືບຕໍ່ເພີ່ມທະວີການຢ້ຽມຢາມເຊິ່ງກັນແລະກັນ ເພື່ອຮ່ວມມື, ປະຕິບັດພາລະກິດເພື່ອຮັບປະກັນ ຄວາມໝັ້ນຄົງການເມືອງໃຫ້ດີກວ່າເກົ່າ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມປອດໄພໃນແຕ່ລະທ້ອງຖິ່ນ…

ສະຫາຍ ຄຳແຮ ຂັນທະລີ ຮອງຫົວໜ້າ ພະແນກ ປກສແຂວງອຸດົມໄຊ, ຫົວໜ້າຄະນະຜູ້ແທນ ໄດ້ຝາກຄຳອວຍພອນຂອງຄະນະພັກແຂວງ, ອຳນາດການປົກຄອງແຂວງອຸດົມໄຊ ສົ່ງເຖິງຄະນະພັກແຂວງນາມດິ້ງ, ສະພາປະຊາຊົນ ແລະ ຄະນະກຳມະການປະຊາຊົນແຂວງນາມດິ້ງ; ສະແດງຄຳຂອບໃຈຢ່າງຈິງໃຈ ສຳລັບການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ, ນຳ້ໃຈອ້າຍນ້ອງຂອງປະທານຄະນະກຳມະການປະຊາຊົນແຂວງນາມດິ້ງ. ຜ່ານການຢ້ຽມຢາມຄັ້ງນີ້, ຕຳຫຼວດແຂວງອູດົມໄຊ ຫວັງວ່າ ໃນອານາຄົດຈະສືບຕໍ່ໄດ້ຮັບການອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອຫຼາຍກວ່າເກົ່າ ຈາກແຂວງນາມດິ້ງ ເພື່ອຊ່ວຍໃຫ້ກຳລັງ ຕຳຫຼວດແຂວງອູດົມໄຊ ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.