ການບິນລາວ ໄດ້ຮັບຜົນກະທົບໂດຍກົງ ຈາກໄວຣັສ COVID-19

17:15 | 11/03/2020

ປັດ­ຈຸ­ບັນ ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ­ລາ​ໂຣກ​ສາຍ​ພັນ​ໃໝ່ COVID-19ໄດ້ ແຜ່​ລະ­ບາດ​ໃນ​ຫຼາຍ​ປະ­ເທດ​ເປັນ​ວົງ​ກວ້າງ ແລະ ສືບ­ຕໍ່​ມີ​ກໍ­ລະ­ນີ​ຕິດ­ເຊື້ອ ແລະ ເສຍ​ຊີ­ວິດ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ວັນ ເຊິ່ງ​ມີ​ຜົນ​ກະ­ທົບ​ຕໍ່​ຫຼາຍ​ຂະ­ແໜງ­ການ ໂດຍ​ສະ­ເພາະ ການ­ບິນ​ລາວ​ໄດ້​ຮັບ​ຜົນ​ກະ­ທົບ​ໂດຍ​ກົງ ຈຳ­ນວນ​ຜູ້­ໂດຍ­ສານ​ທີ່​ໃຊ້​ບໍ­ລິ­ການ​ເຮືອ­ບິນ ສ່ວນ​ຫຼາຍ​ແມ່ນ​ນັກ​ທ່ອງ​ທ່ຽວ​ໄດ້​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວ ຈຶ່ງ​ມີ​ແຜນ​ໃຫ້​ພະ­ນັກ­ງານ​ພັກ­ຜ່ອນ​ປະ­ມານ 30% ຂອງ​ພະ­ນັກ­ງານ​ທັງ​ໝົດ.

ການບິນລາວ ໄດ້ຮັບຜົນກະທົບໂດຍກົງ ຈາກໄວຣັສ COVID-19

ພາບປະກອບ

ທ່ານ ພົນ​ຈັດ­ຕະ­ວາ ບຸນ​ມາ ຈັນ­ທະ​ວົງ­ສາ ຜູ້­ອຳ­ນວຍ­ການ​ໃຫຍ່​ລັດ​ວິ​ສາ​ຫະ​ກິດ​ການ­ບິນ​ລາວ ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ທຸກ​ສາຍ​ການ­ບິນ​ແມ່ນ​ໄດ້​ພົບ​ບັນ­ຫາ​ເນື່ອງ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ເຮັດ​ໃຫ້​ຈຳ­ນວນ​ນັກ​ທ່ອງ​ທ່ຽວ ກໍ​ຄື ຜູ້​ເດີນ­ທາງ​ຫຼຸດ​ລົງ​ຫຼາຍ ໂດຍ​ສະ­ເພາະ​ສາຍ​ການ­ບິນ​ລາວ​ປັດ­ຈຸ­ບັນ​ລາຍ​ຮັບ ຈາກ​ການ​ຂາຍ​ປີ້​ເຮືອ­ບິນ​ຫຼຸດ​ລົງ​ເກືອບ 50% ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງ­ຍາກ​ດ້ານ​ລາຍ​ຈ່າຍ ເປັນ​ເຫດ​ຕ້ອງ​ໃຫ້​ປະ­ຕິ­ບັດ​ມາດ​ຕະ­ການ​ລາຍ​ຈ່າຍ ເຊິ່ງ​ເບື້ອງ​ຕົ້ນ​ໄດ້​ລະ­ດົມ​ໜ່ວຍ​ງານ​ທີ່​ບໍ່​ໄດ້​ເຮັດ​ໜ້າ­ທີ່​ໂດຍ​ກົງ​ກັບ​ຄວາມ​ປອດ​ໄພ​ການ­ບິນ ແລະ ພະ­ນັກ­ງານ​ຈຳ­ນວນ​ໜຶ່ງ​ທີ່​ອະ­ນຸ­ຍາດ​ໃຫ້​ພັກ ເຊັ່ນ ຈຸ​ບິນ​ທີ່​ເຫຼືອ​ຢູ່​ເສັ້ນ​ບິນ​ຫຼາຍ​ເສັ້ນ​ບິນ​ບໍ່​ໄດ້ ພະ­ນັກ­ງານ​ບໍ­ລິ­ຫານ​ບໍ່​ໄດ້​ເຮັດ​ໜ້າ­ທີ່​ໂດຍ​ກົງ​ກັບ​ການ​ຜະ­ລິດ ການ​ບໍ­ລິ­ການ​ຈະ​ໄດ້​ຮັບ​ການ​ພັກ­ຜ່ອນ​ໂດຍ​ບໍ່​ເອົາ​ເງິນ­ເດືອນ ເຊິ່ງ​ພະ­ນັກ­ງານ​ມີ​ຄວາມ​ຕື່ນ​ຕົວ ແລະ ຍິນ​ດີ​ທີ່​ຈະ​ພັກ​ຈົນ​ກວ່າ​ສະ­ພາບ​ຈະ​ດີ​ຂຶ້ນ ໂດຍ​ການ​ພັກ­ຜ່ອນ​ຂອງ​ພະ­ນັກ­ງານ​ຄັ້ງ​ນີ້​ກວມ​ເອົາ 30% ຂອງ​ຈຳ­ນວນ​ພະ­ນັກ­ງານ​ທັງ​ໝົດ 1.000 ກວ່າ​ຄົນ​ເພື່ອ​ຮັບ­ປະ­ກັນ​ບໍ່​ໃຫ້​ມີ​ຜົນ​ກະ­ທົບ​ຕໍ່​ການ​ບໍ­ລິ­ການ ແລະ ຄວາມ​ປອດ​ໄພ​ຂອງ​ການ­ບິນ.

ເພື່ອ​ສະ­ກັດ​ກັ້ນ ແລະ ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19 ເຂົ້າ​ມາ​ປະ­ເທດ​ເຮົາ ລັດ​ວິ​ສາ​ຫະ​ກິດ​ສາຍ​ການ­ບິນ​ລາວ ໄດ້​ຢຸດ​ເສັ້ນ­ທາງ​ບິນ​ໄປ​ປະ­ເທດ​ທີ່​ມີ​ຄວາມ​ສ່ຽງ ເປັນ­ຕົ້ນ ສປ ຈີນ ໄດ້​ຢຸດ​ໃຫ້­ການ​ບໍ­ລິ­ການ​ແຕ່​ຕົ້ນ​ເດືອນ​ກຸມ­ພາ​ເປັນ­ຕົ້ນ​ມາ ເລີ່ມ​ແຕ່​ວັນ​ທີ 1 ມີ­ນາ ໄດ້​ເປີດ​ໃຫ້­ການ​ບໍ­ລິ­ການ​ບາງ​ເສັ້ນ​ບິນ​ເນື່ອງ​ຈາ​ກວ່າ​ຫຼາຍ​ສາຍ​ການ­ບິນ​ຂອງ ສປ ຈີນ ໄດ້​ເປີດ​ບິນ​ເຂົ້າ​ມາ ໂດຍ​ສະ­ເພາະ ຄຸນ​ໝິງ 3 ຖ້ຽວ​ຕໍ່​ອາ­ທິດ ສະ­ເພາະ​ເສັ້ນ​ບິນ​ໄປ ສ ເກົາ­ຫຼີ ແມ່ນ​ໄດ້​ຢຸດ​ແຕ່​ວັນ​ທີ 29 ກຸມ­ພາ ເປັນ­ຕົ້ນ​ມາ ແລະ ເມື່ອ​ສະ­ພາບ​ການ​ດີ​ຂຶ້ນ ກໍ​ຈະ​ເປີດ​ຖ້ຽວ​ບິນ​ອີກ​ຄັ້ງ ສຳ­ລັບ​ການ​ຮັບ​ມື​ກັບ​ການ​ແຜ່​ລະ­ບາດ​ພະ­ຍາດ​ນີ້ ແມ່ນ​ປະ­ຕິ­ບັດ​ຕາມ​ຄຳ​ແນະ­ນຳ​ຂອງ​ກະ­ຊວງ​ສາ​ທາ ໂດຍ​ຈຸ​ບິນ​ໃນ​ເວ­ລາ​ປະ­ຕິ­ບັດ​ໜ້າ­ທີ່​ຕ້ອງ​ໃສ່​ໜ້າ​ກາກ ຖົງ­ມື​ປ້ອງ​ກັນ​ບໍ່​ໃຫ້​ຕິດ­ເຊື້ອ ທຸກ​ຖ້ຽວ​ບິນ​ຫຼັງ​ຈາກ​ທີ່​ບິນ​ກັບ​ມາ​ແລ້ວ ກ່ອນ​ທີ່​ຈະ​ບິນ​ຕໍ່​ໄດ້​ມີ​ການ​ນຳ​ໃຊ້​ສານ​ເຄ​ມີ​ບໍ່​ມີ​ຜົນ​ກະ­ທົບ​ຕໍ່​ຮ່າງ­ກາຍ ທີ່​ໄດ້​ຮັບ​ການ​ຢັ້ງ­ຢືນ​ໃຫ້​ນຳ​ໃຊ້​ກັບ​ເຮືອ­ບິນ ເພື່ອ​ອະ​ເຊື້ອ​ແລ້ວ ​ຈຶ່ງ​ເອົາ​ໄປ​ບິນ​ຕໍ່​ເສັ້ນ​ບິນ​ຖ້ຽວ​ຕໍ່​ໄປ ແລະ ມາດ​ຕະ­ການ​ອື່ນໆ ເຊັ່ນ: ຜູ້­ໂດຍ­ສານ​ທີ່​ເຂົ້າ​ມາ​ຕ້ອງ​ກວດ​ອຸນ­ຫະ­ພູມ​ກ່ອນ ເພື່ອ​ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.