ຫວຽດນາມ ໄດ້ຜະລິດຊຸດກວດຊອກຄົ້ນຫາ SARS-CoV-2 ສຳເລັດຕາມມາດຕະຖານ WHO

06:34 | 04/03/2020

ຍສໝ - ພາຍຫຼັງໄລຍະປະຕິບັດຢ່າງຫ້າວຫັນ, ທີມຄົ້ນຄ້ວາຂອງສະຖາບັນເຕັກໂນໂລວະວິທະຍາຂອງສະພາມະຫາບັນດິດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຜັນຂະຫຍາຍຊຸດ KIT ກວດເຊື້ອໄວຣັດ SARS-CoV-2 ຢ່າງສຳເລັດຜົນ.

ຕອນບ່າຍວັນທີ 3 ມີນາ, ສະຖາບັນເຕັກໂນໂລຢີ ຊີວະວິທະຍາ ສັງກັດ ສະຖາບັນ ບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ປະກາດວ່າໄດ້ປະດິດຊຸດ KITກວດເຊື້ອໄວຣັດ SARS-CoV-2 ສຳເລັດ. ຕາມຜູ້ຕາງໜ້າສະພາມະຫາບັນດິດ ແລະ ເຕັກໂນໂລຢີ ຫວຽດນາມ, ໃນໄລຍະຈະມາເຖິງ, ສະພາມະຫາບັນດິດ ແລະ ເຕັກໂນໂລຢີ ຈະປະສານສົມທົບກັບສະຖາບັນແພດສາດຂອງກອງທັບ ເພື່ອຜະລິດປະລິມານທີ່ໃຫຍ່ສຳລັບການຮັບໃຊ້ວິເຄາະຂະໜາດໃຫຍ່.

ຫວຽດນາມ ໄດ້ຜະລິດຊຸດກວດຊອກຄົ້ນຫາ SARS-CoV-2 ສຳເລັດຕາມມາດຕະຖານ WHO

ຫວຽດນາມ ໄດ້ຜະລິດຊຸດກວດຊອກຄົ້ນຫາ SARS-CoV-2 ສຳເລັດຕາມມາດຕະຖານ WHO. (ພາບ: tuoitre)

ຊຸດ KIT ມີຜົນພິເສດ 100%ກັບເວລາກວດເຊື້ອແມ່ນ 80 ນາທີນັບແຕ່ເມື່ອໄດ້ຮັບຕົວຢ່າງ RNA ຂອງຄົນເຈັບ. ມາຮອດຕອນບ່າຍວັນທີ 2 ມີນາ, ຊຸດ KIT ໄດ້ຮັບການທົດລອງ, ຕີລາຄາ ກ່ຽວກັບ ເວລາສະແດງຜົນໄວ ແລະ ລະດັບຜົນພິເສດໂດຍສະຖາບັນການແພດປ້ອງກັນກອງທັບ. ໝາກຜົນໄດ້ຊີ້ໃຫ້ເຫັນວ່າ ຊຸດ KIT ມີລະດັບສະແດງຜົນໄວ ແລະ ລະດັບຜົນພິເສດຄ້າຍຄືກັນກັບ ຊຸດ KIT realtime RT – PCR ຂອງອົງການອະນາໄມໂລກ.

ຮອງສາດສະດາຈານ, ປ.ອ ຈູຮ່ວາງຮ່າ, ຫົວໜ້າສະຖາບັນເຕັກໂນໂລຢີຊີວະວິທະຍາໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສະຖາບັນຈະສົມທົບກັບສະຖາບັນການແພດປ້ອງກັນກອງທັບ ຜະລິດຊຸດ KIT ເປັນຈຳນວນຫຼາຍເພື່ອຮັບໃຊ້ຄວາມຮຽກຮ້ອງຕ້ອງການໃນການກວດ, ວິໄຈຂະໜາດໃຫຍ່. ສະຖາບັນກໍ່ພ້ອມແລ້ວທີ່ຈະສົມທົບກັບອົງການເຈົ້າໜ້າທີ່ອື່ນເພື່ອຜັນຂະຫຍາຍ ຊຸດ Kit ກວດເຊື້ອໄວຣັດ SARS-CoV-2 ປະກອບສ່ວນຄວບຄຸມໂລກລະບາດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.