ຫວຽດນາມ ໄດ້ພິຈາລະນາຢຸດຕິການຮັບຖ້ຽວບິນຈາກປະເທດທີ່ເກີດມີສາຍພັນໃໝ່ຂອງໄວຣັດ SARS-CoV-2

16:21 | 07/01/2021

ຍສໝ - ທ່ານ ມາຍຕຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ໄດ້ກ່າວວ່າ ຕໍ່ໜ້າກັບການແຜ່ລະບາດທີ່ບໍ່ສາມາດຄາດເດົາໄດ້ ຂອງພະຍາດ COVID-19, ກະຊວງສາທາລະນະສຸກຫວຽດນາມ ໄດ້ສະເໜີຢຸດຕິການຮັບຖ້ຽວບິນຈາກປະເທດທີ່ເກີດມີສາຍພັນໃໝ່ຂອງໄວຣັດ SARS-CoV-2.

ຫວຽດນາມ ໄດ ພ ຈາລະນາຢ ດຕ ການຮ ບຖ ຽວບ ນຈາກປະເທດທ ເກ ດມ ສາຍພ ນໃໝ ຂອງໄວຣ ດ sars cov 2 ຫວຽດນາມ ມີຜູ້ອອກແຮງງານຫຼາຍກວ່າ 32 ລ້ານຄົນ ໄດ້ຮັບຜົນສະທ້ອນຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19
ຫວຽດນາມ ໄດ ພ ຈາລະນາຢ ດຕ ການຮ ບຖ ຽວບ ນຈາກປະເທດທ ເກ ດມ ສາຍພ ນໃໝ ຂອງໄວຣ ດ sars cov 2 ຫວຽດນາມ ພ້ອມແລ້ວທີ່ຈະຂຸດຄົ້ນກາລະໂອກາດຈາກບັນດາສັນຍາ FTA

ບົນພື້ນຖານຂໍ້ສະເໜີຂອງກະຊວງສາທາລະນະສຸກ, ລັດຖະບານສສ.ຫວຽດນາມ ກຳລັງເອົາໃຈໃສ່ ແລະ ພິຈາລະນາຢ່າງລະມັດລະວັງ ແລະ ຮອບຄອບ.

ຕາມທ່ານລັດຖະມົນຕີ ມາຍຕຽນຢຸງ ແລ້ວ, ສະພາບການຜັນແປຂອງການລະບາດພະຍາດ COVID-19 ຢູ່ບັນດາປະເທດໃນທົ່ວໂລກແມ່ນຍັງສັບສົນຫຼາຍ ແລະ ບໍ່ສາມາດຄາດເດົາໄດ້. ເຖິງວ່າຫວຽດນາມ ສາມາດຄວບຄຸມສະຖານະການໄດ້ເປັນຢ່າງດີກໍ່ຕາມ, ແຕ່ກໍ່ບໍ່ໄດ້ມີຄວາມປະໝາດ ແລະ ລະເລີຍ. ໂດຍສະເພາະ ໃນເມື່ອບຸນປີໃໝ່ໃກ້ຈະມາເຖິງ, ພ້ອມກັບຫຼາຍເຫດການການເມືອງທີ່ ສຳຄັນ ທີ່ກຳລັງຈະເກີດຂື້ນເຊັ່ນ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.

ຫວຽດນາມ ໄດ ພ ຈາລະນາຢ ດຕ ການຮ ບຖ ຽວບ ນຈາກປະເທດທ ເກ ດມ ສາຍພ ນໃໝ ຂອງໄວຣ ດ sars cov 2
(ພາບປະກອບ: thoidai.com.vn)

ນອກເໜືອຈາກການຈຳກັດການບິນຈາກບັນດາປະເທດ ຫລື ຜືນແຜ່ນດິນທີ່ມີເຊື້ອໄວຣັສພະຍາດສາຍພັນໃໝ່ Sars-CoV-2, ທ່ານ ມາຍຕຽນຢຸງ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ກ່າວວ່າຕ້ອງການຄວນໄດ້ຮັບການຄຸ້ມຄອງການເຂົ້າເມືອງຢ່າງເຂັ້ມງວດ.

ອີງຕາມກະຊວງສາທາລະນະສຸກຫວຽດນາມ, ການລະບາດຂອງພະຍາດ COVID-19 ໃນໂລກຍັງສືບຕໍ່ຜັນແປຢ່າງສັບສົນໃນຫຼາຍປະເທດ. ໃນວັນທີ 18 ທັນວາ 2020 ນີ້, ອົງການອະນາໄມໂລກ WHO ໄດ້ປະກາດວ່າ ສາຍພັນໃໝ່ຂອງໄວຣັດ SARS-CoV-2 ໄດ້ບັນທຶກໃນປະເທດອັງກິດດ້ວຍອັດຕາການລະບາດເພີ່ມຂຶ້ນ 70% ເມື່ອທຽບໃສ່ສາຍພັນເກົ່າ. ຮອດວັນທີ 3 ມັງກອນ 2021 ນີ້, ມີ 34 ປະເທດໄດ້ບັນທຶກມີສາຍພັນໃໝ່ຂອງໄວຣັດ SARS-CoV-2.

ໃນປະຈຸບັນ, ມີຫຼາຍກວ່າ 40 ປະເທດໃນໂລກ ໄດ້ກຳນົດຂໍ້ຈຳກັດການເຂົ້າເມືອງ, ການປິດຊາຍແດນ, ແລະ ຫ້າມການບິນໄປມາຈາກປະເທດອັງກິດ ແລະ ບັນດາປະເທດທີ່ໄດ້ບັນທຶກມີສາຍພັນໃໝ່ຂອງໄວຣັດ SARS-CoV-2 ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ.

ຫວຽດນາມ ໄດ ພ ຈາລະນາຢ ດຕ ການຮ ບຖ ຽວບ ນຈາກປະເທດທ ເກ ດມ ສາຍພ ນໃໝ ຂອງໄວຣ ດ sars cov 2
ບັນດາພົນລະເມືອງທີ່ກັບມາຈາກຕ່າງປະເທດ ຕ້ອງໄດ້ຮັບການແຍກອອກຫ່າງຕາມລະບຽບການຢ່າງເຂັ້ມງວດ. (ພາບປະກອບ: thoidai.com.vn)

ກ່ຽວກັບການໂຈະຖ້ຽວບິນຈາກເຂດມີການລະບາດ, ນັບແຕ່ເດືອນ ເມສາປີ 2020, ລັດຖະບານຫວຽດນາມ ໄດ້ຮຽກຮ້ອງໃຫ້ຢຸດທຸກເສັ້ນທາງການເດີນອາກາດການຄ້າ ສຳຫຼັບປະເທດອື່ນ. ເມື່ອສະພາບການລະບາດໄດ້ຮັບການຄວບຄຸມເປັນຢ່າງດີ, ຫວຽດນາມ ຈະໄດ້ເປີດສາຍການບິນສາກົນຄືນໃໝ່, ແຕ່ວ່າພຽງແຕ່ຂົນສົ່ງສິນຄ້າເຂົ້າຫວຽດນາມ ແລະ ບັນທຸກຜູ້ໂດຍສານຈາກຫວຽດນາມ.

ກ່ຽວກັບການຂົນສົ່ງຜູ້ໂດຍສານຈາກຕ່າງປະເທດ ກັບຄືນຫວຽດນາມ ແມ່ນນຳໃຊ້ສຳຫຼັບການບິນກູ້ໄພເທົ່ານັ້ນ, ໂດຍໄດ້ຮັບອະນຸຍາດຈາກອົງການທີ່ມີໜ້າທີ່. ບັນດາພົນລະເມືອງທີ່ກັບມາຈາກຕ່າງປະເທດ ຕ້ອງໄດ້ຮັບການແຍກອອກຫ່າງຕາມລະບຽບການຢ່າງເຂັ້ມງວດ.

ຫວຽດນາມ ໄດ ພ ຈາລະນາຢ ດຕ ການຮ ບຖ ຽວບ ນຈາກປະເທດທ ເກ ດມ ສາຍພ ນໃໝ ຂອງໄວຣ ດ sars cov 2 ຫວຽດນາມ ໄດ້ຮັບການຕີລາຄາຈາກສາກົນວ່າ ແມ່ນຈຸດນັດພົບທີ່ດຶງດູດໃຈ ໃນທ່າອ່ຽງຫັນປ່ຽນການລົງທຶນໃນໂລກ

ຍສໝ - ປະຈຸບັນ, ຍັງມີຫຼາຍນັກລົງທຶນຕ່າງປະເທດທີ່ມີຄວາມສົນໃຈ, ເຊື່ອໝັ້ນ ແລະ ມີຄວາມຕ້ອງການລົງທຶນເຂົ້າຫວຽດນາມ.

ຫວຽດນາມ ໄດ ພ ຈາລະນາຢ ດຕ ການຮ ບຖ ຽວບ ນຈາກປະເທດທ ເກ ດມ ສາຍພ ນໃໝ ຂອງໄວຣ ດ sars cov 2 ກະຊວງສາທາລະນະສຸກຫວຽດນາມ ພວມເຈລະຈາກັບ 3 ປະເທດອື່ນຄື: ອາເມລິກາ, ລັດເຊຍ ແລະ ຈີນ ເພື່ອຊື້ວັກຊິນກັນໂຄວິດ-19

ຍສໝ - ໃນການເຈລະຈາລະຫວ່າງຫວຽດນາມ ແລະ ບໍລິສັດຢາ Astra Zeneca ຂອງອັງກິດ, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງສະໜອງວັກຊິນ 30 ລ້ານໂດຣ ໃຫ້ປະຊາຊົນ 15 ລ້ານຄົນ.

ຫວຽດນາມ ໄດ ພ ຈາລະນາຢ ດຕ ການຮ ບຖ ຽວບ ນຈາກປະເທດທ ເກ ດມ ສາຍພ ນໃໝ ຂອງໄວຣ ດ sars cov 2 ນຳສົ່ງພົນລະເມືອງຫວຽດນາມເກືອບ 280 ຄົນທີ່ມາຈາກ 30 ກວ່າປະເທດໃນເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້

ຍສໝ - ບັນດາອົງການຕາງໜ້າຫວຽດນາມຢູ່ເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ສາຍການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ໄດ້ຈັດຕັ້ງການບິນ ເພື່ອນຳເອົາພົນລະເມືອງເກືອບ 280 ຄົນຫວຽດນາມຈາກ 30 ກວ່າປະເທດໃນຂົງເຂດທີ່ກ່າວມາຂ້າງເທິງໄດ້ກັບບ້ານຢ່າງປອດໄພ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.