ເພີ່ມທະວີການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດລາວ - ຫວຽດນາມໃຫ້ນັບມື້ນັບ ແໜ້ນແຟ້ນຍິ່ງຂຶ້ນ

16:26 | 08/11/2019

ຍສໝ​ - ໃນວັນທີ 7 ພະຈິກນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ພົນຈັດຕະວາ ຮ່ານ ແມັງຖັງ ຫົວໜ້າກົມນິ ຕິກຳກະຊວງປ້ອງກັນປະເທດ ຫວຽດນາມ.

ເນື່ອງໃນໂອກາດເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນ 4-7 ພະຈິກ 2019 ນີ້, ສະຫາຍ ພົນຈັດຕະວາ ຮ່ານ ແມັງຖັງ ຫົວໜ້າກົມນິ ຕິກຳກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີກອງປະຊຸມເຮັດວຽກກັບ ສະຫາຍພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ.

ເພີ່ມທະວີການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດລາວ - ຫວຽດນາມໃຫ້ນັບມື້ນັບ ແໜ້ນແຟ້ນຍິ່ງຂຶ້ນ

ສະຫາຍຮອງລັດຖະມົນຕີ ທອງລອຍ ສີລິວົງ ແລະ ສະຫາຍ ພົນຈັດຕະວາ ຮ່ານ ແມັງຖັງ. (ພາບ: bienphong.vn)

ໃນໂອກາດນີ້, ສະຫາຍຮອງລັດຖະມົນຕີ ທອງລອຍ ສີລິວົງ ໄດ້ກ່າວສະແດງຄວາມ ຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມພ້ອມທັງຢືນຢັນຢ່າງ ໜັກແໜ້ນ ແລະ ຕີລາຄາສູງຕໍ່ການ ມາເຮັດວຽກໃນຄັ້ງນີ້ຂອງສະ ຫາຍຫົວໜ້າກົມນິຕິກຳ ເຊິ່ງເປັນ ການປະກອບສ່ວນເຂົ້າໃນສາຍພົວພັນຮ່ວມມືດ້ານວຽກງານ ປ້ອງກັນຊາດລະຫວ່າງສອງຝ່າຍ ເຊິ່ງແມ່ນການຮ່ວມມືທີ່ສຳຄັນທີ່ ການນຳກະຊວງປ້ອງກັນປະເທດ ກໍຄືການນຳ ພັກ-ລັດ ສອງປະເທດສະໜັບສະໜູນ ແລະ ເຊື່ອໝັ້ນ ວ່າການຮ່ວມມືສອງຝ່າຍລະ ຫວ່າງສອງກອງທັບລາວ ແລະ ຫວຽດນາມ ຈະນັບມື້ຍິ່ງສວຍງາມ ແລະ ມີປະສິດທິຜົນປະກອບ ສ່ວນເສີມສ້າງຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ ໃນພາລະກິດການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດແໜ້ນ ແຟ້ນຍິ່ງໆຂຶ້ນ, ປະກອບສ່ວນປົກປັກຮັກສາສະຖຽນລະພາບທາງ ດ້ານການເມືອງ ແລະ ຄວາມໝັ້ນຄົງຂອງສອງປະເທດ ແລະ ເສີມສ້າງໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ.

ສະຫາຍຫົວໜ້າກົມນິຕິກຳ ກະຊວງປ້ອງກັນປະເທດຫວຽດນາມ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະຫາຍຮອງລັດຖະມົນຕີ ທີ່ໃຫ້ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງລາຍງານຈຸດປະ ສົງຂອງການມາຢ້ຽມຢາມ ແລະ ຜົນຂອງການພົບປະສອງຝ່າຍ ລະຫວ່າງກົມກົດໝາຍກະຊວງ ປ້ອງກັນປະເທດລາວ ແລະ ກົມນິ ຕິກຳກະຊວງປ້ອງກັນປະເທດຫວຽດນາມໃຫ້ທ່ານຮອງລັດຖະມົນຕີຊາບ ແລະ ຢືນຢັນສືບຕໍ່ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຂົງເຂດຂ່າວສານ, ໂຄສະນາ, ສຶກສາອົບຮົມມູນເຊື້ອ, ເຝິກອົບຮົມກໍ່ສ້າງພະນັກງານ, ແລກປ່ຽນທາງດ້ານວັດທະນະທຳ ແລະ ສິລະປະ-ວັນນະຄະດີ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.