ວາງສິລາລຶກໂຄງການກໍ່ສ້າງໂຮງຮຽນນາຍສິບ ທະຫານທ້ອງຖິ່ນ ແຂວງໄຊສົມບູນ

11:33 | 01/11/2019

ຍສໝ - ໃນວັນທີ 29 ຕຸລາ ນີ້, ກອງ ບັນຊາການທະຫານເຂດ 4 ກອງ ທັບປະຊາຊົນຫວຽດນາມ ຮ່ວມ ກັບກອງບັນຊາການທະຫານ ແຂວງໄຊສົມບູນໄດ້ຈັດພິທີວາງສີລະລຶກໂຄງການກໍ່ສ້າງໂຮງຮຽນ ນາຍສິບທະຫານທ້ອງຖິ່ນ.

ກອງບັນຊາການທະແຂວງໄຊສົມບູນ ພາຍໃຕ້ການເປັນປະທານຂອງ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ຮອງເລຂາພັກແຂວງຮອງເຈົ້າ ແຂວງໄຊສົມບູນ, ມີສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັ່ງເຈ້ຍຊ້າຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ, ມີ ສະຫາຍ ພົນຈັດຕະວາ ເຈີນວໍ່ຢຸ້ງ ເລຂາຄະນະພັກ; ຫົວໜ້າການ ເມືອງກອງບັນຊາການທະຫານ ເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ, ມີບັນດາ ການນໍາກົມກອງອ້ອມຂ້າງ ແຂວງ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ໄຊສົມບູນຕະຫຼອດຮອດ ພະນັກງານວິຊາການ ທີ່ກ່ຽວຂ້ອງທັງ ສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

ວາງສິລາລຶກໂຄງການກໍ່ສ້າງໂຮງຮຽນນາຍສິບ ທະຫານທ້ອງຖິ່ນ ແຂວງໄຊສົມບູນ

ວາງສິລາລຶກໂຄງການກໍ່ສ້າງໂຮງຮຽນນາຍສິບ ທະຫານທ້ອງຖິ່ນ ແຂວງໄຊສົມບູນ. (ພາບ: bienphong.com.vn)

ໃນພິທີ ສະຫາຍ ພົນຈັດຕະວາ ຮ່າ ເຕີນຕຽ໋ນ ຮອງຫົວໜ້າ ກອງ ບັນຊາການທະຫານເຂດ 4 ໄດ້ ຂຶ້ນຜ່ານຮ່າງບົດລາຍງານ ໂດຍ ຫຍໍ້ແຜນການກໍ່ສ້າງໂຮງຮຽນ ການທະຫານທ້ອງຖິ່ນ ແຂວງໄຊ ສົມບູນ ໂດຍປະຕິບັດຕາມແຜນ ການພົບປະລະຫວ່າງລັດຖະບານ ສສ ຫວຽດນາມ-ລາວ ຄັ້ງວັນທີ 11 ເມສາ 2011 ກ່ຽວກັບໂຄງ ການຍົກສູງ-ຍົກລະດັບພາລະບົດ ບາດ, ຄຸນນະພາບ ແລະ ຜົນສໍາ ເລັດການຮ່ວມມືລະຫວ່າງ ຫວຽດ ນາມ-ລາວ ໃນຂົງເຂດການພັດ ທະນາດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະ ນຸດໃນໄລຍະ ປີ 2011-2020.

ເຊິ່ງທຶນດັ່ງກ່າວນີ້ລວມມູນຄ່າທັງ ໝົດ153.881.000.000 ດົ້ງ (ສະກຸນເງິນຫວຽດນາມ) ໃນນັ້ນທຶນຊ່ວຍເຫຼືອລ້າຂອງ ລັດຖະບານ ສສ ຫວຽດນາມ 152.110.385.000 ດົ້ງ, ທຶນ ສົມທົບຂອງຝ່າຍ ລັດບານລາວ 1.770.615.000 ດົ້ງ, ໄລຍະ ປະຕິບັດໂຄງການ ແມ່ນໄລຍະ ປີ 2019-2022, ຈຸດປະສົງເພື່ອ ແນໃສ່ການລົງທຶນກໍ່ສ້າງໂຄງ ການ ແລະ ລະບົບໂຄງລ່າງເຕັກ ນິກເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການ, ການສິດ ສອນ, ກິດຈະກໍາຂອງນັກສຶກສາ ໂຮງຮຽນການທະຫານທ້ອງຖິ່ນ ແຂວງໄຊສົມບູນ; ຕາມຂະໜາດ ການລົງທຶນ ແລະ ແບ່ງປັນໄລຍະ ການລົງທຶນທີ່ໄດ້ເອກະພາບລະ ຫວ່າງ ລາວ - ຫວຽດນາມ ໃນນັ້ນ.

ໃນຕໍ່ໜ້າຄະນະຄຸ້ມຄອງໂຄງການ ກອງບັນຊາການທະຫານເຂດ 4 ຈະປະສານກັນເປັນຢ່າງດີກັບຄະນະຄຸ້ມຄອງຝ່າຍລາວ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອດໍາເນີນໂຄງການໃຫ້ຄືບໜ້າ; ຮັບປະກັນຄຸນນະພາບ; ເຕັກນິກ ວິຊາສະເພາະ; ໃຫ້ແທດເໝາະ ສົມກັບການລົງທຶນການກໍ່ສ້າງ ໂຄງການຊ່ວຍເຫຼືອລ້າທີ່ບໍ່ຫວັງ ຜົນຂອງລັດຖະບານ ແລະ ກອງ ທັບປະຊາຊົນຫວຽດນາມທີ່ມອບ ເປັນຂອງຂວັນໃຫ້ແກ່ກອງທັບປະ ຊາຊົນລາວ ເພື່ອເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບທີ່ຍິ່ງ ໃຫຍ່ ຄວາມສາມັກຄີພິເສດໃຫ້ ໝັ້ນຄົງທະນົງແກ່ນຕະຫຼອດໄປ, ພ້ອມນັ້ນຄະນະຮັບຜິດຊອບທັງ ສອງຝ່າຍ ລາວ-ຫວຽດນາມ ໄດ້ຈັດພິທີວາງສີລາລຶກໂຄງການກໍ່ ສ້າງໂຮງຮຽນການທະຫານທ້ອງ ຖິ່ນແຂວງໄຊສົມບູນຢ່າງເປັນ ທາງການ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.