ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ: ສືບຕໍ່ປັບປຸງສາຍພົວພັນມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ ແລະ ລາວ ຢ່າງສຸດກຳລັງໃຈ

07:07 | 21/09/2019

ຍສໝ - ເມື່ອບໍ່ດົນມານີ້, ທີ່ຫ້ອງສະພາແຫ່ງຊາດ, ສະຫາຍ ເຈິນວັນຕູ໋ວ - ກຳມະການສູນກາງພັກ, ຫົວໜ້າ ຄະນະວຽກງານຜູ້ຕາງໜ້າ, ປະທານຄະນະການມິດຕະພາບຫວຽດນາມ - ລາວ ໄດ້ຕ້ອນຮັບ ທ່ານ ທອງສະຫວັນ ພົມວິຫັນ - ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຫວຽດນາມ ມາສັ່ງລາກ່ອນເວລາສຳເລັດວາລະປະຕິບັດງານ.

ພ້ອມເຂົ້າຮ່ວມ ມີ ພົນຈັດຕະວາ ຮວຽນດັ໋ກເຮືອງ - ອະດີດກຳມະການກົມການເມືອງ, ຫົວໜ້າຄະນະຊ່ຽວຊານທະຫານ ຫວຽດນາມຢູ່ລາວ, ຫົວໜ້າຄະນະຕິດຕໍ່ ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານທະຫານຫວຽດນາມຊ່ວຍລາວ ທົ່ວປະເທດ; ສະຫາຍ ຫງວຽນເຟືອງງາ - ປະທານສະຫະພັນ ບັນດາອົງການມິດຕະພາບຫວຽດນາມ ແລະ ບັນດາ ສະຫາຍຜູ້ນຳ ອົງກາາມິດຕະພາບ ຫວຽດນາມ - ລາວ ແລະ ຄະນະຕິດຕໍ່ ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານທະຫານຫວຽດນາມຊ່ວຍລາວ ທົ່ວປະເທດ.

ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ: ສືບຕໍ່ປັບປຸງສາຍພົວພັນມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ ແລະ ລາວ ຢ່າງສຸດກຳລັງໃຈ

ທ່ານ ເຈິນວັນຕູ໋ວ ໄດ້ຮັບທ່ານ ທອງສະຫວັນ ພົມວິຫັນ - ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຫວຽດນາມ. (ພາບ: quochoi.vn)

ໃນການຕ້ອນຮັບ, ປະທານຄະນະການມິດຕະພາບຫວຽດນາມ - ລາວ ທ່ານ ເຈິນວັນຕູ໋ວ ໄດ້ອ່ວຍພອນ ເອກອັກຄະລັດຖະທູດ ທ່ານ ສະຫວັນ ພົມວິຫັນ ທີ່ມີວາລະປະຕິບັດງານ ຢ່າງສຳເລັດຜົນ ຢູ່ຫວຽດນາມ, ໃຫ້ຄວາມຂອບໃຈ ຢ່າງນັບຖືຢ່າງສູງເຖິງ ເອກອັກຄະລັດຖະທູດລາວ ທີ່ສົນໃຈ, ສະໜັບສະໜູນ ບັນດາເຄື່ອນໄຫວ ຂອງຄະນະການມິດຕະພາບຫວຽດນາມ - ລາວ ເວລາຜ່ານມາ. ປະທານຄະນະການມິດຕະພາບຫວຽດນາມ - ລາວ ທ່ານ ເຈິນວັນຕູ໋ວ ໄດ້ຢືນຢັນ, ສະຫາຍ ເອກອັກຄະລັດຖະທູດ ທ່ານ ສະຫວັນ ພົມວິຫັນ ໃນເວລາປະຕິບັດງານ ໄດ້ມີຫຼາຍປະກອບຢ່າງຕັ້ງໜ້າ, ປະກອບສ່ວນ ເພີ່ມທະວີ ການພົວພັນມິດຕະພາບ ຢ່າງພິເສດ ແລະ ຮ່ວມມືທຸກດ້ານ ລະຫວ່າງ ຫວຽດນາມ ແລະ ລາວ.

ປະທານຄະນະການມິດຕະພາບຫວຽດນາມ - ລາວ ທ່ານ ເຈິນວັນຕູ໋ວ ມີຄວາມຫວັງວ່າ ໃນເວລາໃກ້ຈະມາ, ເປັນຖານະຕຳແໜ່ງໃໝ່, ກັບປະສົບການປະຕິບັດງານຢູ່ຫວຽດນາມ ແລະ ສຸດອົກສຸດໃຈຂອງຕົນເອງ, ເອກອັກຄະລັດຖະທູດ ທ່ານ ສະຫວັນ ພົມວິຫັນ ຈະສືບຕໍ່ເຂົ້າຮ່ວມບັນດາເຄື່ອນໄຫວມິດຕະພາບ ແລະ ຮ່ວມມື ກັບ ຫວຽດນາມ, ພິເສດແມ່ນບັນດາການເຄື່ອນໄຫວທີ່ລະນຶກ 71 ປີ ວັນມູນເຊື້ອ ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານທະຫານຫວຽດນາມ ຢູ່ລາວ ( ວັນທີ 30 ເດືອນຕຸລາ ປີ 1949 - ວັນທີ 30 ເດືອນຕຸລາ ປີ 2019) ໄດ້ ສະຫະພັນ ບັນດາອົງການມິດຕະພາບຫວຽດນາມ, ອົງກາາມິດຕະພາບ ຫວຽດນາມ - ລາວ ແລະ ຄະນະຕິດຕໍ່ ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານທະຫານຫວຽດນາມຊ່ວຍລາວ ທົ່ວປະເທດ ກຳກັບບັນຊາ ຈັດຕັ້ງ ຢູ່ລາວ.

ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ: ສືບຕໍ່ປັບປຸງສາຍພົວພັນມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ ແລະ ລາວ ຢ່າງສຸດກຳລັງໃຈ

ປະທານຄະນະການມິດຕະພາບຫວຽດນາມ - ລາວ ເຈິນວັນຕູ໋ວ ແລະ ທ່ານ ທອງສະຫວັນ ພົມວິຫັນ - ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຫວຽດນາມ ແລະ ບັນດາຜູ້ຕາງໜ້າ ໄດ້ຖ່າຍຮູບເປັນທີ່ລະນຶກ. (ພາບ: quochoi.vn)

ເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫັນ ໄດ້ຂອບໃຈ ປະທານຄະນະການມິດຕະພາບຫວຽດນາມ - ລາວ ເຈິນວັນຕູ໋ວ ທີ່ໄດ້ສະຫຼະເວລາຕ້ອບຮັບ ແລະ ອ່ວຍພອນ ໃນວາລະຂອງພວກເຮົາ, ການພົວພັນລະຫວ່າງສອງປະເທດໄດ້ພັດທະນາ ໜຶ່ງບາດກ້າວໃຫມ່. ເອກອັກຄະລັດຖະທູດ ໄດ້ຂອບໃຈ ຄະນະການມິດຕະພາບຫວຽດນາມ - ລາວ, ຄະນະຕິດຕໍ່ ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານທະຫານຫວຽດນາມຊ່ວຍລາວ ທົ່ວປະເທດ ທີ່ສະໜັບສະໝູນ, ຊ່ວຍເຫຼືອ ສະຫາຍ ປະສົບຜົນສຳເລັດ ໃນໜ້າທີ່ ໃນວາລະ. ເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫັນ ໄດ້ຢືນຢັນ, ເທິງໜ້າທີ່ຕຳແໜ່ງໃໝ່ ຈະເຮັດສຸດຄວາມສາມາດ ເພື່ອປັບປຸງການພົວພັນມິດຕະພາບພິເສດ ແລະການຮ່ວມມືທຸກດ້ານ ຫວຽດນາມ ແລະ ລາວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.