ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ເອກອັກຄະລັດຖະທູດລາວ ເຂົ້າຢ້ຽມອຳລາ

07:06 | 10/10/2019

ຍສໝ -​ ໃນວັນທີ 9 ຕຸລາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດງານການທູດຢູ່ຫວຽດນາມ.

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ເອກອັກຄະລັດຖະທູດລາວ ເຂົ້າຢ້ຽມອຳລາ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ ຊຶ່ງໄດ້ປະຕິບັດບົດບາດເປັນຂົວເຊື່ອມຕໍ່ເປັນຢ່າງດີເພື່ອເພີ່ມທະວີສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ.

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ເອກອັກຄະລັດຖະທູດລາວ ເຂົ້າຢ້ຽມອຳລາ

ບັນຍາກາດທີ່ການຕ້ອນຮັບ

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຍັງຖືວ່າຍັງມີຫຼາຍບັນຫາທີ່ຈະຕ້ອງເອົາໃຈໃສ່ຊຸກຍູ້ການຮ່ວມມື, ໃນນັ້ນ ມີບັນຫາຮ່ວມມືເສດຖະກິດ, ການເຕີບໂຕວົງເງິນການຄ້າ, ບັນດາໂຄງການຈຸດສຸມ ແລະ ອື່ນໆ. ສໍາລັບສະພາບການພາກພື້ນ ແລະ ໂລກ, ໃນນັ້ນ ມີບັນຫາທະເລຕາເວັນອອກພວມສືບຕໍ່ຜັນແປຢ່າງສັບສົນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າສອງປະເທດ ຫວຽດນາມ - ລາວ ຄວນເພີີ່ມທະວີຄວາມສາມັກຄີ, ສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນໃນຂອບເຂດຮ່ວມມື ອາຊຽນ, ສູ້ຊົນປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ເພື່ອພ້ອມກັນພັດທະນາ.

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບ ເອກອັກຄະລັດຖະທູດລາວ ເຂົ້າຢ້ຽມອຳລາ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ ພ້ອມດ້ວຍບັນດາຜູ້ແທນຂອງສອງຝ່າຍຖ່າຍຮູບເປັນທີ່ລະນຶກ.

ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ ຢືນຢັນວ່າ: ຈະມານະພະຍາຍາມ ເສີມສ້າງສາຍພົວພັນອັນດີງາມຫວຽດນາມ-ລາວ ໃຫ້ສົມກັບຄວາມຫວັງຂອງການນຳ ແລະ ປະຊາຊົນ ຂອງສອງປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.