![]() |
ຂະແໜງແຮງງານສອງນະຄອນເພີ່ມທະວີການຮ່ວມມື. ພາບ: vientianemai.net
ວັນທີ 23 ເມສາ 2019 ຢູ່ໂຮງແຮມອ່າງຄຳ ນະຄອນຫຼວງວຽງຈັນ ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ (ຮສສ ນວ) ນຳໂດຍທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກ ຮສສ ນວ ແລະ ພະແນກແຮງງານ ເສຍອົງຄະ ແລະ ສັງຄົມ ນະຄອນໂຮ່ຈີມິງ ສສ ຫວຽດນາມ ນຳໂດຍທ່ານ ເລມິນເຕີນ ຫົວໜ້າພະແນກແຮງງານ ເສຍອົງຄະ ແລະ ສັງຄົມ ນະຄອນໂຮ່ຈີມິງ ໄດ້ພົບປະແລກປ່ຽນບົດຮຽນການຮ່ວມມືເຊິ່ງກັນ ແລະ ກັນ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ນວ.
ການພົບປະກັນຄັ້ງນີ້ ທ່ານນາງ ລຳພອຍ ສີອັກຄະຈັນ ໄດ້ລາຍງານສະພາບລວມຂອງພະແນກ ຮສສ ນວ ໃນໄລຍະຜ່ານມາ ໃຫ້ຝ່າຍນະຄອນໂຮ່ຈີມິງຮັບຊາບ ພະແນກ ຮສສ ນວ ປະກອບມີ 7 ຂະແໜງການ 9 ຫ້ອງການ ຮສສ ເມືອງ 3 ສູນ ຄື: ສູນພັດທະນາສີມືແຮງງານ ນວ ສູນບໍລິການກອງທຶນປະກັນສັງຄົມ ນວ ສູນສັງຄົມສົງເຄາະ ນວ ແລະ 1 ຫ້ອງການອົງການກາແດງລາວ ນວ ເຊິ່ງພະແນກ ຮສສ ນວ ປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ໃນການເປັນເສນາທິການໃຫ້ແກ່ກະຊວງ ຮສສ ແລະ ອົງການປົກຄອງ ນວ ໃນດ້ານການຈັດຕັ້ງຄຸ້ມຄອງບໍລິຫານຕ່າງໆກ່ຽວກັບວຽກງານ ຮສສ ໃນຂອບເຂດ ນວ ເວົ້າລວມແລ້ວ ພະແນກ ຮສສ ນວ ເຮັດໜ້າທີ່ຂອງຕົນໃນ 2 ໜ້າວຽກໃຫຍ່ ຄື: ວຽກແຮງງານ ແລະ ວຽກງານສະຫວັດດີການ-ສັງຄົມ ຈາກນັ້ນ ທ່ານ ເລມິນເຕີນ ກໍໄດ້ລາຍງານສະພາບການເຄື່ອນໄຫວວຽກງານຂອງພະແນກຕົນໃຫ້ຝ່າຍ ນວ ຊາບເຊັ່ນດຽວກັນ ໂດຍລວມແລ້ວ ການພົບປະສອງຝ່າຍຄັ້ງນີ້ ໄດ້ຕີລາຄາໝາກຜົນສຳເລັດແຫ່ງການພົວພັນຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຜ່ານມາ ໂດຍສະເພາະໃນ 1 ປີຜ່ານມາ ພ້ອມທັງຖອດຖອນບົດຮຽນ ເພື່ອຮ່ວມມືກັນໃນປີຕໍ່ໜ້າ ທັງນີ້ ກໍເພື່ອເຮັດໃຫ້ການຮ່ວມມືວຽກງານແຮງງານ ແລະ ສະຫວັດດີການ-ສັງຄົມຂອງສອງນະຄອນ ມີຜົນສຳເລັດເປັນກ້າວໆ ແລະ ຜົນການພົບປະຄັ້ງນີ້ ສອງຝ່າຍຢືນຢັນວ່າຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາມທ່າແຮງຂອງແຕ່ລະຝ່າຍ.
(ແຫຼ່ງຂໍ້ມູນ: vientianemai.net)