ເງ້ອານ-ຊຽງຂວາງ: ເພີ່ມທະວີແລກປ່ຽນບົດຮຽນວຽກງານກຳມະບານ

09:58 | 16/06/2019

ຍສໝ - ຫວ່າງແລ້ວນີ້, ຄະນະຜູ້ແທນແຂວງຊຽງຂວາງ ສປປ ລາວ ນໍາໂດຍ ທ່ານນາງ ອຸທອນ ມາສີຊົນໄຊ, ປະທານສະຫະພັນກຳມະບານແຂວງຊຽງຂວາງ ໄດ້ເຂົ້າຢ້ຽມຂໍ່ານັບການນໍາແຂວງເງ້ອານ ສສ ຫວຽດນາມ.

ເງ້ອານ-ຊຽງຂວາງ: ເພີ່ມທະວີແລກປ່ຽນບົດຮຽນວຽກງານກຳມະບານ

ບັນຍາກາດທີ່ການຕ້ອນຮັບ.(ພາບ: baonghean.vn)

ທີ່ການຕ້ອນຮັບ, ທ່ານ ຫງວຽນ ຊວນ ເຊີນ ຮອງເລຂາຜູ້ປະຈໍາການພັກແຂວງ ໄດ້ສະແດງຄວາມຫວັງວ່າ: ໃນໄລຍະຈະມາເຖິງ, ກຳມະບານສອງແຂວງສືບຕໍ່ມີການແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ກໍ່ສ້າງຊົນຊັ້ນກຳມະກອນໃນສະພາບການເຊື່ອມໂຍງພ້ອມກັນ, ຈາກນັ້ນປະກອບສ່ວນຍົກສູງສາຍພົວພັນມິດຕະພາບລະຫວ່າງສອງແຂວງໃນຂົງເຂດຕ່າງໆນັບມື້ນັບເຂົ້າສູ່ລວງເລິກ. ພ້ອມທັງຢັ້ງຢືນວ່າ: ຄະນະພັກ, ອຳນາດການປົກຄອງແຂວງເງ້ອານ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ຫຼາຍຢ່າງ, ສ້າງເງື່ອນໄຂໃຫ້ກຳມະບານສອງແຂວງສະໜິດຕິດພັນກັນ. ຄຽງຂ້າງນັ້ນ. ນອກຈາກນັ້ນ, ທ່ານ ຫງວຽນ ຊວນ ເຊີນ ກໍ່ໄດ້ສະເໜີກຳມະບານສອງຝ່າຍຍົກອອກບັນດາມາດຕະການແນໃສ່ສ້າງເງື່ອນໄຂ, ນະໂຍບາຍ, ເສີມຂະຫຍາຍບົດບາດຂອງວິສາຫະກິດຫວຽດນາມຢູ່ລາວເພື່ອໃຫ້ສອງຝ່າຍພ້ອມກັນພັດທະນາ.

ເງ້ອານ-ຊຽງຂວາງ: ເພີ່ມທະວີແລກປ່ຽນບົດຮຽນວຽກງານກຳມະບານ

ການນໍາແຂວງເງ້ອານ ມອບຂອງຂວັນທີ່ລະນຶກໃຫ້ຄະນະປະຕິບັດງານແຂວງຊຽງຂວາງ.(ພາບ: baonghean.vn)

ທີ່ການຕ້ອນຮັບ, ທ່ານນາງ ອຸທອນ ມາສີຊົນໄຊ ໄດ້ໃຫ້ຮູ້ວ່າ: ສອງຝ່າຍໄດ້ມີການຮໍ່າຮຽນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ຖອດຖອນບົດຮຽນໃນວຽກງານຈັດຕັ້ງພະນັກງານ, ກໍ່ຄືເສີມຂະຫຍາຍບົດບາດຂອງກໍາມະບານໃນການພັດທະນາເສດຖະກິດ, ສັງຄົມ, ພ້ອມທັງສະແດງຄວາມປາດຖະໜາຢາກເພີ່ມທະວີການແລກປ່ຽນບົດຮຽນລະຫວ່າງສະຫະພັນກຳມະບານແຂວງຊຽງຂວາງ ກັບສະຫະພັນແຮງງານແຂວງເງ້ອານ ຜ່ານບັນດາການເຄື່ອນໄຫວຢ່າງແທດຈິງ, ເລິກເຊິ່ງກວ້າງຂວາງ ແລະ ມີຄຸນປະໂຫຍດ. ຜ່ານນັ້ນ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດອ້າຍນ້ອງຫວຽດນາມ-ລາວ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ