ມະຫາວິທະຍາໄລກຳມະບານ ປິດຊຸດຮຽນທິດສະດີ ແລະວຽກງານສະເພາະຂອງກຳມະບານໃຫ້ແກ່ບັນດາພະນັກງານ ລາວ

10:13 | 20/10/2024

ຍສໝ - ຕອນເຊົ້າ ວັນທີ 14 ຕຸລາ 2024, ມະຫາວິທະຍາໄລກຳມະບານ ໄດ້ຈັດພິທີປິດຊຸດຮຽນທິດສະດີ ແລະ ວຽກງານສະເພາະຂອງກຳມະບານ K278 ໃຫ້ແກ່ພະນັກງານກຳມະບານ ລາວ ຈຳນວນ 15 ທ່ານ.

ຄະນະຜູ້ແທນສູນກາງສະຫະພັນກຳມະບານລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ມະຫາວິທະຍາໄລກຳມະບານ
ມະຫາວິທະຍາໄລກຳມະບານ: ຈຸດທີ່ພົ້ນເດັ່ນໃນການບຳລຸງສ້າງຊັບພະຍາກອນມະນຸດໃຫ້ ສປປ ລາວ

​ເຂົ້າ​ຮ່ວມ​ພິທີ​ປິດ​ມີ​ໜ້າຂອງສະຫາຍ ບຸນ​ຍູ້ ​ໄຊ​ປັນຍາ, ຮອງ​ເລຂາ​​ພັກສະຖານເອກອັກຄະລັດຖະທູດ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ສະຫາຍ ນາງ ເຈີ່ນທິບິກຖຸຍ - ຄະນະພົວພັນຕ່າງປະເທດ ສະຫະພັນໃຫຍ່ການແຮງງານ ຫວຽດນາມ; ທ່ານ ຮສ ປອ ເລແມ້ງຮຸ່ງ - ຮອງເລຂາຮັບຜິດຊອບຄະນະພັກ, ຜູ້ອຳນວຍການມະຫາວິທະຍາໄລກຳມະບານ; ທ່ານ ປອ ຫງວຽນດຶກຕິ໊ງ - ຮອງເລຂາຄະນະພັກ, ຮອງຜູ້ອຳນວຍການມະຫາວິທະຍາໄລ; ທ່ານ ປທ ຫງວຽນຊວນຮ່ວາ - ຮອງປະທານສະພາມະຫາວິທະຍາໄລ, ປະທານກຳມະບານຂອງມະຫາວິທະຍາໄລ; ທ່ານ ປອ ນາງ ເຢືອງທິແທັງຊວນ - ຮອງຜູ້ອຳນວຍການມະຫາວິທະຍາໄລ; ທ່ານ ຮສ ປອ ຫງວຽນຫຽບເທືອງ - ຮອງຜູ້ອຳນວຍການມະຫາວິທະຍາໄລ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກບັນດາຫ້ອງການຄະນະ ແລະ ພະແນກໃນມະຫາວິທະຍາໄລ, ບັນດາຄູອາຈານທີ່ເຂົ້າຮ່ວມການສອນ ແລະ ຜູ້ຮຽນ 15 ທ່ານ ຂອງຊຸດຮຽນທິດສະດີ ແລະ ວຽກງານສະເພາະຂອງກຳມະບານ K278.

ມະຫາວິທະຍາໄລກຳມະບານ ປິດຊຸດຮຽນທິດສະດີ ແລະວຽກງານສະເພາະຂອງກຳມະບານໃຫ້ແກ່ບັນດາພະນັກງານ ລາວ

Toàn cảnh Lễ bế giảng.

ພາບທີ່ພິທີປິດຊຸດຮຽນ

ຄະນະຈັດຕັ້ງຊຸດຮຽນທິດສະດີ ແລະ ວຽກງານສະເພາະຂອງກຳມະບານ K278 ໄດ້ສ້າງຕັ້ງຂຶ້ນຕາມຂໍ້ຕົກລົງເລກທີ 895/QD-DHCD ຂອງຜູ້ອໍານວຍການມະຫາວິທະຍາໄລກຳມະບານ ລົງວັນທີ 11 ກໍລະກົດ 2024, ປະຕິບັດຕາມເອກະສານທາງການເລກທີ 1424 / TLD- DN ຂອງ​ສະຫະພັນໃຫຍ່ການ​ແຮງ​ງານ ​ຫວຽດນາມ ລົງ​ວັນ​ທີ 7 ມິຖຸນາ 2024 ກ່ຽວ​ກັບ​ການ​ຝຶກອົບຮົມ ​ແລະ ບຳລຸງ​ສ້າງ​ພະນັກງານ​ກຳມະບານ​ໃນ​ປີ 2024.

ຄະນະຈັດຕັ້ງຊຸດຮຽນປະກອບມີ 18 ສະຫາຍ, ໂດຍທ່ານ ປອ ຫງວຽນດຶກຕີ໊ງ, ຮອງເລຂkພັກ, ຮອງຜູ້ອຳນວຍການມະຫາວິທະຍາໄລ, ເປັນຫົວໜ້າຄະນະ ສົມທົບກັບສະຖາບັນການຮ່ວມມື ແລະ ບຳລຸງສ້າງສາກົນ ຢ່າງແໜ້ນແຟ້ນ ພ້ອມກັບບັນດາຫົວໜ່ວຍ ເພື່ອຮັບປະກັນໃຫ້ຊຸດຮຽນປະສົບຜົນສໍາເລັດ ແລະ ມີປະສິດທິຜົນສູງ.

ມະຫາວິທະຍາໄລກຳມະບານ ປິດຊຸດຮຽນທິດສະດີ ແລະວຽກງານສະເພາະຂອງກຳມະບານໃຫ້ແກ່ບັນດາພະນັກງານ ລາວ

ທ່ານ ຮສ ປອ ເລແມ້ງຮຸ່ງ - ຮອງເລຂາຮັບຜິດຊອບຄະນະພັກ, ຜູ້ອຳນວຍການມະຫາວິທະຍາໄລກຳມະບານ ໄດ້ກ່າວຄຳປາໄສທີ່ພິທີປິດ

ທ່ານ ຮສ ປອ ເລແມ້ງຮຸ່ງ ກໍ່ໄດ້ສະແດງຄວາມຕີລາຄາສູງ ກ່ຽວກັບຄວາມໝາຍ ແລະ ບົດບາດສຳຄັນຂອງຫຼັກສູດບຳລຸງສ້າງ ກໍ່ຄືບັນດາຜົນສຳເລັດທີ່ຊຸດຮຽນບັນລຸໄດ້ໃນໄລຍະທີ່ຜ່ານມາ. ບົນ​ຈິດ​ໃຈ​ນັ້ນ, ທ່ານໄດ້​ປະກາດ​ປິດຊຸດຮຽນທິດສະດີ ແລະ ວຽກງານສະເພາະຂອງກຳມະບານໃຫ້ແກ່ພະນັກງານ ລາວ​ ໃນ​ປີ 2024 ຢູ່​ຫວຽດນາມ ຢ່າງເປັນທາງການ.

​ແບ່ງປັນທີ່ພິທີ, ສະຫາຍ ບຸນ​ຍູ້ ​ໄຊ​ປັນຍາ, ຮອງ​ເລຂາ​ຄະນະ​ພັກ ສະຖານເອກອັກຄະລັດຖະທູດ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ - ​ໄດ້​ຕີ​ລາຄາ​ສູງ​ຄຸນ​ນະພາ​ບການ​ບຳລຸງສ້າງ​ຂອງ​ມະຫາວິທະຍາ​ໄລ​ກຳມະບານ.

ມະຫາວິທະຍາໄລກຳມະບານ ປິດຊຸດຮຽນທິດສະດີ ແລະວຽກງານສະເພາະຂອງກຳມະບານໃຫ້ແກ່ບັນດາພະນັກງານ ລາວ

ສະຫາຍ ບຸນ​ຍູ້ ​ໄຊ​ປັນຍາ ຮອງເລຂາຄະນະພັກ ສະຖານເອກອັກຄະລັດຖະທູດ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກ່າວຄໍາປາໄສທີ່ພິທີປິດ.

​ເນື່ອງ​ໃນ​ໂອກາດ​ນີ້, ສະຫາຍ ບຸນຍູ້ ໄຊປັນຍາ ຕາງໜ້າ​ພັກ, ລັດ ​ແລະ ປະຊາຊົນ ​ລາວ ​​ສະ​ແດງ​ຄວາມ​ຮູ້ບຸນຄຸນຢ່າງ​ເລິກ​ເຊິ່ງຕໍ່​ການ​ນຳ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ທີ່​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ໜູນຊ່ວຍ ​ແລະ ຊ່ວຍ​ເຫຼືອ ​ລາວ​ ຕະຫຼອດ​ໄລຍະ​ຜ່ານ​ມາ. ພິ​ເສດ, ສະຫາຍ ບຸນຍູ້ ໄຊປັນຍາ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ຕໍ່​ຄະນະຜູ້ອຳນວຍການມະຫາວິທະຍາ​ໄລກຳມະບານ ​ແລະ ສະຫະພັນໃຫຍ່ການ​ແຮງ​ງານ ​ຫວຽດນາມ ທີ່​ໄດ້​ຈັດ​ຕັ້ງ​ຊຸດ​ອົບຮົມ​ນີ້​ໃຫ້​ບັນດາພະນັກງານ​​ກຳມະບານ​ ລາວ​ ຢ່າງ​ຜົນສຳ​ເລັດ, ສ້າງ​ເງື່ອນ​ໄຂ​​ດີ​ທີ່ສຸດ ເພື່ອໃຫ້​ບັນດາຜູ້ຮຽນປະຕິບັດສຳເລັດຕາມຫຼັກສູດ.

ໃນຕອນທ້າຍບົດກ່າວຄຳປາໄສ, ສະຫາຍ ບຸນຍູ້ ໄຊປັນຍາ ໄດ້ອວຍພອນໃຫ້ ສະຫາຍ ຮສ ປອ ເລແມ້ງຮຸ່ງ - ຮອງເລຂາຮັບຜິດຊອບຄະນະພັກ, ຜູ້ອຳນວຍການມະຫາວິທະຍາໄລກຳມະບານ, ພ້ອມດ້ວຍການນໍາມະຫາວິທະຍາໄລ, ບັນດາຄູອາຈານສອນ ແລະ ພະນັກງານ, ລັດຖະກອນ ຂອງມະຫາວິທະຍາໄລ ຍາມໃດກໍ່ມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານ. ທ່ານກໍ່​ສົ່ງ​ຄວາມ​ປາດ​ຖະໜາ​ອັນ​ດີ​ງາມ​ເຖິງບັນດາ​ພະນັກງານ​​ກຳມະບານ​ ລາວ, ຫວັງ​ວ່າ​ຈະ​ນຳ​ເອົາ​ບັນດາຄວາມ​ຮູ້​ໃໝ່​ທີ່​ໄດ້​ຮຽນ​ມາ​​ກັບ​ຄືນເມືອນຳໃຊ້ຢູ່ປະ​ເທດ​ຕົນຢ່າງ​ມີ​ປະສິດທິ​ຜົນ ແລະ ອວຍພອນໃຫ້​ສາຍ​ພົວພັນ​ມິດຕະພາບ, ການຮ່ວມມືຮອບດ້ານ ລະຫວ່າງ ລາວ - ຫວຽດນາມ ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

ຕາງໜ້າ​ໃຫ້​ບັນດາ​ຜູ້ຮຽນ, ສະຫາຍ ບຸນ​ຈັນ ໃຈອີສານ - ຫົວໜ້າ​ຄະນະ​ສຳມະນາກອນລາວ ​ໄດ້​ສະ​ແດງ​ຄວາມ​ຮູ້ບຸນຄຸນຢ່າງ​ເລິກ​ເຊິ່ງຕໍ່​ສະຫະພັນໃຫຍ່ການ​ແຮງ​ງານ ​ຫວຽດນາມ ​ແລະ ມະຫາວິທະຍາ​ໄລ​ກຳມະບານທີ່​ໄດ້​ສ້າງ​ເງື່ອນ​ໄຂ​ ເພື່ອໃຫ້ບັນດາ​ພະນັກງານ​​ກຳມະບານ ​ລາວ ໄດ້​ເຂົ້າ​ຮ່ວມລາຍ​ການ​ບຳລຸງສ້າງວິຊາສະເພາະຢ່າງ​ເລິກ​ເຊິ່ງ ​ແລະ ​ມີຜົນປະໂຫຍດ.

ມະຫາວິທະຍາໄລກຳມະບານ ປິດຊຸດຮຽນທິດສະດີ ແລະວຽກງານສະເພາະຂອງກຳມະບານໃຫ້ແກ່ບັນດາພະນັກງານ ລາວ

ສະຫາຍ ບຸນຈັນ ໃຈອີສານ ຫົວໜ້າ​ຄະນະສຳມະນາກອນລາວ ກ່າວຂອບໃຈທີ່ພິທີປິດ.

ສິ້ນສຸດບົດກ່າວຄຳປາໄສ, ທ່ານບຸນ​ຈັນ ໃຈອີສານ ໄດ້ສະແດງຄວາມຂອບໃຈອີກເທື່ອໜຶ່ງຕໍ່ບັນດາຄູອາຈານຂອງມະຫາວິທະຍາໄລກຳມະບານ, ບັນດາຜູ້ທີ່ອຸທິດຕົນໃຫ້ຄໍາແນະນໍາ ແລະ ແບ່ງປັນຄວາມຮູ້. ທ່ານ ບຸນ​ຈັນ ໃຈອີສານ ກໍ່​ໄດ້​ສົ່ງ​ຄຳ​ອວຍພອນ​ໃຫ້​ບັນດາ​ການ​ນຳ ​ແລະ ລັດຖະກອນ​, ຜູ້ອອກແຮງງານຂອງ​ມະຫາວິທະຍາໄລ, ພ້ອມກັນນັ້ນ ກໍ່ສະແດງຄວາມປາດຖະຫນາວ່າ ການ​ພົວພັນ​ຮ່ວມ​ມື, ​ມິດຕະພາບ​ ລະຫວ່າງ​ກຳມະບານສອງປະທດ ຫວຽດນາມ ແລະ ລາວ ຈະ​ນັບ​ມື້​ນັບ​ພັດທະນາ ​ແລະ ໝັ້ນແກ່ນ.

ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ຄູອາຈານ ​ແລະ ຜູ້ຮຽນ, ຊຸດຮຽນ​ໄດ້ບັນລຸ​ປະສົບ​ຜົນສຳ​ເລັດ ​ເມື່ອສຳມະນາກອນ​ທັງ 15 ທ່ານຮຽນ​ຈົບ​ ​ແລະ ​ໄດ້​ຮັບ​ໃບ​ຍ້ອງຍໍ. ພິທີ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ການ​ຈັບ​ມືກັນຢ່າງ​ສະໜິດສະໜົມ ​ແລະ ຄວາມ​ຊົງຈຳທີ່​ສວຍ​ງາມ, ​ເປັນ​ຂີດ​ໝາຍ​ພາກ​ໃໝ່​ໃນ​ສາຍ​ພົວພັນ​ມິດຕະພາບ​ ຫວຽດນາມ - ລາວ.

ມະຫາວິທະຍາໄລກຳມະບານ ປິດຊຸດຮຽນທິດສະດີ ແລະວຽກງານສະເພາະຂອງກຳມະບານໃຫ້ແກ່ບັນດາພະນັກງານ ລາວ

ບັນດາຜູ້ແທນເຂົ້າຮ່ວມໄດ້ຖ່າຍຮູບທີ່ລະນຶກ.

ອົງການກຳມະບານ ຫວຽດນາມ ແລະ ລາວ: ເພີ່ມທະວີປະສິດທິຜົນຂອງການຮ່ວມມືໄລຍະຍາວຕື່ມອີກ

ອົງການກຳມະບານ ຫວຽດນາມ ແລະ ລາວ: ເພີ່ມທະວີປະສິດທິຜົນຂອງການຮ່ວມມືໄລຍະຍາວຕື່ມອີກ

ຍສໝ - ຕອນບ່າຍວັນທີ 2 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຂັ້ນສູງສະຫະພັນກຳມະບານ ລາວ (LFTU) ໂດຍທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານ ລາວ ເປັນຫົວໜ້າຄະນະ.

ອົງການກຳມະບານກວາງນາມ ມີຄວາມສົນໃຈຕໍ່ວຽກງານການຕ່າງປະເທດ

ອົງການກຳມະບານກວາງນາມ ມີຄວາມສົນໃຈຕໍ່ວຽກງານການຕ່າງປະເທດ

ຍສໝ - ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງອົງການກຳມະບານ​ຫວຽດນາມ, ທ່ານ​ປະທານ​ສະຫະພັນ​ແຮງ​ງານ​ແຂວງ ກວາງ​ນາມ ໄດ້ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ອົງການກຳມະບານແຂວງ ກວາງ​ນາມ ​ໄດ້​ຮັບ​ການ​ຊຸກຍູ້​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ
302 Found

Found

The document has moved here.