ກອງປະຊຸມສ່ອງແສງ ລະຫວ່າງ ບ້ານ ກະຕັງ ແລະ ແດນສະຫວັນ

14:17 | 19/06/2019

ຍສໝ - ຕົ້ນອາທິດນີ້, ຢູ່ບ້ານ ກະຕາງ, ເທດສະບານລາວບາວ, ເມືອງ ເຮືອງຫວ໋າ, ແຂວງ ກວ້າງຈິ, ໄດ້ດຳເນີນກອງປະຊຸມສ່ອງແສງ ແຮກສ່ຽວ ໄຕມາດທີ 2 ປີ 2019 ລະຫວ່າງ ບ້ານ ກະຕາງ ແລະ ແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນນະເຂດ.

ກອງປະຊຸມສ່ອງແສງ ລະຫວ່າງ ບ້ານ ກະຕັງ ແລະ ແດນສະຫວັນ

ຄູ່ບ້ານແຮກສ່ຽວ ບ້ານກະຕັງ ແລະ ບ້ານແດນສະຫວັນ ໄດ້ເຊັນບົດບັນທຶກມອບຮັບ. (ພາບ: ແມັ້ງຮຸ່ງ)

ທີ່ຜ່ານມາ, ທັງສອງຝ່າຍແລກປ່ຽນຂໍ້ມູນຂ່າວສານ ແລະ ສະພາບການທີ່ກ່ຽວຂ້ອງ ກັບຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ; ປະສານສົມທົບກັນຕໍ່ສູ້ ສະກັດກັ້ນ ບັນດາການເຄື່ອນໄຫວຂວ້າມແດນ, ການລະເມີດສິດອະທິປະໄຕ ເຂດແດນ ແລະອາດສະຍາກຳປະເພດຕ່າງໆ ລຽບຕາມແນວຊາຍແດນ. ຢາມໃດກໍ່ໄປມາຢ້ຽມຢາມ, ຖາມຂ່າວ, ອວຍພອນ ກັນແລະກັນໃນໂອກາດງານບຸນປະເພນີທີ່ສຳຄັນຕ່າງ, ພ້ອມທັງຊ່ວຍເຫຼືອເຊິ່ງກັນແລະກັນໃນຕອນທີ່ປະສົບຄວາມຫຍຸ້ງຍາກ.

ພິເສດທັງສອງຝ່າຍ ໄດ້ສຸມໃສ່ວຽກງານປ້ອງກັນຊາຍແດນ, ການຕ້ານ ແລະ ສະກັດກັ້ນອາຊະຍາກໍາ, ໂດຍສະເພາະແມ່ນອາຊະຍາກໍາຢາເສບຕິດ. ພຽງແຕ່ໃນ 6 ເດືອນຕົ້ນປີ, ທັງສອງຝ່າຍໄດ້ແລກປ່ຽນ, ສະໜອງຂໍ້ມູນຂ່າວສານ ໃຫ້ແກ່ກອງກຳລັງເພື່ອຕໍ່ສູ້ກັບ ກັບຄະດີຢາເສບຕິດ ຈຳນວນ 3 ຄະດີ ແລະ ການຊື້ຂາຍຂົນຂອງເຖື່ອນ ແລະ ສິນຄ້າເກືອດຫ້າມ. ກະຕຸກຊຸກຍູ້ໃຫ້ປະຊາຊົນປົກປັກຮັກສາ ເສັ້ນຊາຍແດນໃຫ້ຄົງຢູ່ສະພາບເດີມ, ບໍ່ເຮັດໃຫ້ປ່ຽນແປງການໄຫຼຂອງແມ່ນ້ໍາ ແລະ ຫ້ວຍຄອງຕ່າງໆ; ປະຕິບັດຕາມກົດລະບຽບ, ກົດໝາຍຂອງການຂວ້າມໄປມາຢູ່ດ່ານຊາຍແດນ.

ການສົ່ງເສີມຄວາມໄດ້ປຽບຂອງດ່ານສາກົນ ເຂດ ເສດຖະກິດ ລາວບາວ-ແດນສະຫວັນ, ທັງສອງຝ່າຍໄດ້ຮັກສາ ແລະ ພັດທະນາ ສິນຄ້າຫຼາຍຢ່າງ ເຊັ່ນ: ອຸດສາຫະກຳ-ຫັດຖະກໍາຂະໜາດນ້ອຍ, ບໍລິການຂົນສົ່ງ... ຮັກສາລະບົບການປະສານສົມທົບແຮກສ່ຽວ , ທັງ 2 ບ້ານໄດ້ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ລົບລ້າງຄວາມທຸກຍາກ, ປັບປຸງຊີວິດ, ວັດຖຸ ແລະ ຈິດໃຈ ຂອງປະຊາຊົນ, ຄ່ອຍໆລົບລ້າງຮີດຄອງປະເພນີອັນຫຼ້າຫູັງ, ຈັດຕັ້ງການເຄື່ອນໄຫວແລກປ່ຽນສິລະປະ,ວັດທະນະທຳ, ກາຍຍະກຳ ແລະ ກິລາ ...

ໃນໂອກາດດັ່ງກ່າວ, ສະຫະພັນແມ່ຍິງບ້ານ ກະຕັງ ໄດ້ມອບຂອງຂວັນໃຫ້ແກ່ປະຊາຊົນບ້ານ ແດນສະຫວັນ ເບ້ຍໄມ້ ຈຳວນ 5.000 ຕົ້ນ, ເຊິ່ງມີ ມູນຄ່າ 25 ລ້ານດົ່ງ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ