ທະຫານແຂວງອຸດົມໄຊ ກັບ ບໍລິສັດ 705 ສສ ຫວຽດນາມ ແລກປ່ຽນບົດຮຽນຮ່ວມກັນ

10:30 | 28/05/2019

ໃນທ້າຍອາທິດທີ່ຜ່ານມານີ້, ກອງບັນຊາການທະຫານແຂວງອຸດົມໄຊ ນຳໂດຍ ສະຫາຍ ພັນເອກ ຄຳຍີນ ແສງສຸລີ ຮອງເລຂາພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ພ້ອມຄະນະທີມງານ ໄດ້ລົງພົບປະແລກປ່ຽນບົດຮຽນວຽກງານພະລາທິການກັບບໍລິສັດ 705 ສສ ຫວຽດນາມປະຈຳແຂວງອຸດົມໄຊ ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພັນເອກພິເສດ ຫງວຽນ ຮື ເຮົາ ຮອງປະທານບໍລິສັດ 705 ສສ ຫວຽດນາມປະຈຳແຂວງອຸດົມໄຊ ພ້ອມດ້ວຍຄະນະ.

ທະຫານແຂວງອຸດົມໄຊ ກັບ ບໍລິສັດ 705 ສສ ຫວຽດນາມ ແລກປ່ຽນບົດຮຽນຮ່ວມກັນ

ບັນຍາກາດກອງປະຊຸມແລກປ່ຽນບົດຮຽນສອງຝ່າຍ.

ໃນການພົບປະແລກການບົດຮຽນຮ່ວມກັນໃນຄັ້ງນີ້ ສະຫາຍ ພັນເອກພິເສດ ຫງວຽນ ຮື ເຮົາ ຮອງປະທານບໍລິສັດ 705 ກໍ່ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານພະລາທິການຂອງບໍລິສັດໃນໄລຍະຜ່ານມາເປັນຕົ້ນແມ່ນ: ການຈັດສັນປັບປຸງຄ້າຍຄູ, ວຽກງານອຸປະໂພກ-ບໍລິໂພກ ແລະການປູກຝັງ-ລ້ຽງສັດ, ພ້ອມດຽວກັນນີ້ທັງສອງຝ່າຍກໍ່ໄດ້ສົນທະນາແລກປ່ຽນຄຳຄິດຄຳເຫັນຮ່ວມກັນ ເພື່ອຊອກຫາວິທີປັບປຸງແກ້ໄຂວຽກງານພະລາທິການທັງສອງກົມກອງໃຫ້ນັບມື້ດີຂື້ນ, ເຮັດໃຫ້ພະນັກງານ-ນັກຮົບມີຢູ່ມີກີນ ສາມາດເພິງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໃນໂອກາດດຽວກັນນີ້ ສະຫາຍ ພັນເອກ ຄຳຍີນ ແສງສຸລີ ຮອງເລຂາພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ກໍໄດ້ກ່າວສະແດງຄວາມຂອບໃຈນຳບໍລິສັດ 705 ສສ ຫວຽດນາມປະຈຳແຂວງອຸດົມໄຊ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະໃຫ້ການຮ່ວມມືຊ່ວຍເຫຼືອໂດຍຕະຫຼອດມາ, ພ້ອມທັງອວຍພອນໄຊໃຫ້ສາຍພົວພັນນ້ຳໃຈມິດຕະພາບ ຄວາມສາມັກຄີແບບພິເສດລະຫວ່າງລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະແມ່ນກອງບັນຊາການທະຫານແຂວງອຸດົມໄຊ ກັບບໍລິສັດ 705 ສສ ຫວຽດນາມປະຈຳແຂວງອຸດົມໄຊໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

(ແຫຼ່ງ​ຂໍ້​ມູນ​: ທະນູວັນ/ວສລ)