ພິທີມອບ - ຮັບໂຄງການກໍ່ສ້າງໂຮງໝໍຫຼັງໃໝ່ ຂອງທະຫານແຂວງອຸດົມໄຊ.

11:16 | 03/01/2020

ຍສໝ - ໃນວັນທີ 31 ທັນວາ 2019 ນີ້, ໂຄງການກໍ່ສ້າງໂຮງໝໍຫຼັງ ໃໝ່ທະຫານແຂວງອຸດົມໄຊ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 25 ມີນາ 2019 ຜ່ານມາ, ແມ່ນໄດ້ສຳເລັດ 100% ພ້ອມທັງໄດ້ຈັດພິທີມອບ - ຮັບ.

ໂຮງໝໍດັ່ງກ່າວເປັນອາຄານ 2 ຊັ້ນ, ມີທັງໝົດ 20 ຫ້ອງ, ຫ້ອງທ່ານໝໍ 2 ຫ້ອງ, ຫ້ອງແພດຍາມ 1 ຫ້ອງ, ຫ້ອງໄອຊີຍູ 2 ຫ້ອງ, ຫ້ອງກວດແມ່ ແລະ ເດັກ 1 ຫ້ອງ, ຫ້ອງນອນຄົນເຈັບທີ່ເປັນຫ້ອງໂຖງ 2 ຫ້ອງ ແລະ ຫ້ອງນອນຄົນເຈັບພາຍໃນ 12 ຫ້ອງ, ປະກອບດ້ວຍ ລະບົບໄຟຟ້າ, ແອ, ນໍ້າປະປາຄົບ ຊຸດ. ໂຮງໝໍ ມີເນື້ອທີ່ການກໍ່ສ້າງທັງໝົດ 480 ຕາແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 6 ຕື້ດົ່ງ ໂດຍແມ່ນທຶນຊ່ວຍເຫຼືອລ້າຈາກກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ.

ພິທີມອບ - ຮັບໂຄງການກໍ່ສ້າງໂຮງໝໍຫຼັງໃໝ່ ຂອງທະຫານແຂວງອຸດົມໄຊ.

ສະຫາຍພົນຈັດຕະວາ ເຈິນງ໋ອກຕ໋ວນ ແລະ ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ໃນພິທີມອບ - ຮັບໂຄງການກໍ່ສ້າງໂຮງໝໍຫຼັງໃໝ່ ຂອງທະຫານແຂວງອຸດົມໄຊ. (ພາບ: bienphong.vn)

ເຊິ່ງກ່າວມອບ ໂດຍສະຫາຍພົນຈັດຕະວາ ເຈິນງ໋ອກຕ໋ວນ ຮອງຫົວໜ້າການເມືອງ ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ, ກຳມະການປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງ ອຸດົມໄຊ ແຫ່ງ ສປປ ລາວ, ໂດຍມີ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ, ກຳມະການຄະນະພັກກົມໃຫຍ່, ຫົວໜ້າກົມເສນາຮັກກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ບຸ່ຍວັນດ້າຍ, ກຳມະການພັກ ທະຫານເຂດ 2, ອຳນວຍການ ບໍລິສັດ 705, ກອງທັບປະຊາຊົນຫວຽດນາມປະຈຳ ແຂວງ ອຸດົມໄຊ, ມີຄະນະພັກ - ຄະນະບັນຊາ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງປະເທດເຂົ້າຮ່ວມເປັນສັກຂີພະຍານ.

ໃນພິທີ ສະຫາຍ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ການນຳພັກ-ລັດ ສສ ຫວຽດນາມ, ໂດຍສະເພາະແມ່ນຄະນະພັກ - ຄະນະບັນຊາກອງບັນຊາການທະຫານເຂດ 2, ກອງທັບປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອລ້າສ້າງໂຮງໝໍດັ່ງກ່າວ ໃຫ້ທະຫານແຂວງອຸດົມໄຊ, ທັງໝົດນີ້ມັນໄດ້ສະແດງເຖິງຄວາມສາມັກຄີຮັກແພງຖານອ້າຍນ້ອງ, ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ - ສອງລັດ; ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ - ລາວ ອັນມີມູນເຊື້ອມາແຕ່ຍາວນານ, ຈາກນັ້ນກໍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ, ພ້ອມທັງເປີດຜ້ານຳໃຊ້ໂຮງໝໍຫຼັງໃໝ່ຂອງທະຫານແຂວງອຸດົມໄຊຢ່າງເປັນທາງການ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.