ປະສິດທິຜົນຢ່າງແທດຈິງຂອງສຸກສາລາທະຫານ ແລະປະຊາຊົນມິດຕະພາບເຂດຊາຍແດນຫວຽດນາມ - ລາວ

08:47 | 17/04/2019

ສຸກສາລາທະຫານ ແລະປະຊາຊົນມິດຕະພາບຢູ່ເຂດຊາຍແດນຫວຽດນາມ - ລາວ ໄດ້ຮັບການກໍ່ສ້າງຢູ່ຕາແສງຊາຍແດນລ໊ອງເຊີ້ບ, ເມືອງມົກເຈົາ, ແຂວງເຊີນລາ, ເພື່ອສ້າງຄວາມສະດວກໃຫ້ແກ່ການສົ່ງເສີມສຸຂະພາບໃຫ້ພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ປົກປັກຮັກສາຊາຍແດນຂອງປະເທດຊາດ ແລະພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບໍລິເວນຕັ້ງທັບກໍຄືປະຊາຊົນເຂດຊາຍແດນປະເທດເພື່ອນລາວ.

ກິດຈະກໍາສຸກສາລາທະຫານ ແລະປະຊາຊົນມິດຕະພາບເຂດຊາຍແດນຫວຽດນາມ - ລາວ ໄດ້ເປີດນຳໃຊ້ນັບແຕ່ເດືອນ ກໍລະກົດ 2017, ດ້ວຍຈໍານວນທຶນກວ່າ 700 ລ້ານດົ່ງ.

ຄົນເຈັບ Pang Sy Kham The ຢູ່ເມືອງສົບເບົາ, ແຂວງຫົວພັນ, ລາວ ແບ່ງປັນວ່າ: ນັບແຕ່ມີສຸກສາລາທະຫານ ແລະປະຊາຊົນມິດຕະພາບເຂດຊາຍແດນຫວຽດນາມ - ລາວ, ການກວດພະຍາດກໍສະດວກດີທີ່ສຸດ. ເມື່ອເຈັບເປັນ, ມາກວດພະຍາດຢູ່ສຸກສາລາແຫ່ງນີ້ລ້ວນແຕ່ໄດ້ຮັບການເບິ່ງແຍງດູແລຢ່າງສຸດອົກສຸດໃຈ ແລະກວດພະຍາດຢ່າງຮອບຄອບທີ່ຖ້ວນຈາກແພດໝໍ. ພວກຂ້າພະເຈົ້າຂໍຂອບອົກຂອບໃຈບັນດາທ່ານໝໍທະຫານຫວຽດນາມ ຫຼາຍໆ.

ປະສິດທິຜົນຢ່າງແທດຈິງຂອງສຸກສາລາທະຫານ ແລະປະຊາຊົນມິດຕະພາບເຂດຊາຍແດນຫວຽດນາມ - ລາວ

ແພດໝໍສຸກສາລາທະຫານ ແລະປະຊາຊົນມິດຕະພາບຢູ່ເຂດຊາຍແດນຫວຽດນາມ - ລາວ ກວດພະຍາດໃຫ້ຄົນເຈັບຢູ່ເມືອງສົບເບົາ, ແຂວງຫົວພັນ, ລາວ. (ພາບ: ສໍານັກຂ່າວສານຫວຽດນາມ)

ຄົນເຈັບ ຫຼໍ່ວັນຢ້ຽນ, ຕາແສງລ໊ອງເຊີ້ບ, ເມືອງມົກເຈົາ, ແຂວງເຊີນລາ ແບ່ງປັນວ່າ: ປະຊາຊົນບັນດາເຜົ່າຢູ່ສອງຟາກຊາຍແດນພວກຂ້າພະເຈົ້າເຄີຍໄປກວດ, ປິ່ນປົວພະຍາດເປັນປະຈຳຢູ່ສຸກສາລາທະຫານ ແລະປະຊາຊົນມິດຕະພາບເຂດຊາຍແດນຫວຽດນາມ - ລາວ ແລະໄດ້ຮັບການກວດພະຍາດກໍຄືໃຫ້ຄໍາປຶກສາກ່ຽວກັບສຸຂະພາບຈາກແພດໝໍຂອງສຸກສາລາຢ່າງສຸດອົກສຸດໃຈ.

ພາຍຫຼັງສອງປີແຫ່ງການເຄື່ອນໄຫວ, ສຸກສາລາທະຫານ ແລະປະຊາຊົນມິດຕະພາບເຂດຊາຍແດນຫວຽດນາມ - ລາວ ໄດ້ ແລະພວມຢັ້ງຢືນປະສິດທິຜົນໃນວຽກງານເບິ່ງແຍງດູແລ, ກວດ ແລະປິ່ນປົວພະຍາດ. ມາຮອດປະຈຸບັນ, ສຸກສາລາທະຫານ ແລະປະຊາຊົນເຂດຊາຍແດນມິດຕະພາບຫວຽດນາມ - ລາວ ໄດ້ດໍາເນີນການກວດ ແລະປິ່ນປົວພະຍາດໃຫ້ຄົນເຈັບກວ່າ 2.000 ເທື່ອຄົນ; ໃນນັ້ນ, ມີຄົນເຈັບມາຈາກເມືອງສົບເບົາ, ແຂວງຫົວພັນຈໍານວນ 200 ກວ່າຄົນ. ນອກຈາກນັ້ນ, ສຸກສາລາແຫ່ງນີ້ຍັງຈັດຕັ້ງການກວດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າສອງຄັ້ງໃຫ້ຄົນເຈັບກວ່າ 500 ເທື່ອຄົນ, 35 ຄອບຄົວນະໂຍບາຍ... ພ້ອມທັງສົມທົບກັບສຸກສາລາຕາແສງລ໊ອງເຊີ້ບ ສັກຢາກັນພະຍາດໃຫ້ 430 ຄົນ.

ທ່ານພັນໂທ ດິງກົງເຊີນ, ຫົວໜ້າສຸກສາລາທະຫານ ແລະປະຊາຊົນມິດຕະພາບເຂດຊາຍແດນຫວຽດນາມ - ລາວ ໃຫ້ຮູ້ວ່າ: ຖັນແຖວພະນັກງານ, ແພດໝໍຂອງສຸກສາລາ ຍາມໃດກໍປະຕິບັດວຽກງານເພີ່ມພູນຄູນສ້າງນໍ້າໃຈມິດຕະພາບຫວຽດນາມ - ລາວ ແລະກວດພະຍາດໃຫ້ພະນັກງານ, ນັກຮົບກໍຄືປະຊາຊົນສອງຟາກຊາຍແດນຫວຽດນາມ - ລາວ ເປັນຢ່າງດີ; ຈາກນັ້ນກໍ່ສ້າງນໍ້າໃຈມິດຕະພາບຫວຽດນາມ - ລາວ ພ້ອມກັນປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ.

(ແຫຼ່ງ​ຂໍ້​ມູນ​: ໄຊນີດາ/ກປ.ອອນໄລ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ