ນັກສຶກສາຫວຽດນາມ 4 ຄົນ ຍາດໄດ້ຫຼຽນຄຳໃນງານໂອລິມປິກຄອມຟິວເຕີສາກົນປີ 2023

14:00 | 03/09/2023

ຍສໝ - ນັກ​ສຶກ​ສາ​ຫວຽດ​ນາມ​ທັງ​ໝົດ 4 ຄົນ​ທີ່​ເຂົ້າ​ຮ່ວມ​ງານ​ໂອ​ລິມ​ປິກຄອມ​ຟິວ​ເຕີ​​ສາ​ກົນ​ປີ 2023 ໄດ້​ຮັບ​ຫຼຽນໄຊ, ໃນນັ້ນມີ 1 ຫຼຽນ​ຄຳ ແລະ 2 ຫຼຽນ​ເງິນ.

ຫວຽດນາມ ມີນັກຮຽນ 4 ຄົນຄວ້າໄດ້ຫຼຽນຄຳ Olympic ປະດິດແຕ່ງ ແລະ ປະດິດຄິດສ້າງໂລກ ຫວຽດນາມ ມີນັກຮຽນ 4 ຄົນຄວ້າໄດ້ຫຼຽນຄຳ Olympic ປະດິດແຕ່ງ ແລະ ປະດິດຄິດສ້າງໂລກ
ຫວຽດນາມ ຢືນອັນດັບທີ 4/104 ປະເທດ, ເຂດແຄ້ວນ ຢູ່ Olympic ຄະນິດສາດສາກົນປີ 2022 ຫວຽດນາມ ຢືນອັນດັບທີ 4/104 ປະເທດ, ເຂດແຄ້ວນ ຢູ່ Olympic ຄະນິດສາດສາກົນປີ 2022

ວັນທີ 2 ກັນຍາ, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ປະກາດໝາກຜົນຂອງທີມຊາດຫວຽດນາມ ທີ່ເຂົ້າຮ່ວມງານມະຫາກຳ​ໂອ​ລິມ​ປິກ​ຄອມ​ຟິວ​ເຕີ​​ສາ​ກົນ (IOI) ໃນປີ 2023. ຕາມນັ້ນແລ້ວ, ທີມຍາດໄດ້ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 1 ຫຼຽນທອງ.

ນັກສຶກສາຫວຽດນາມ 4 ຄົນ ຍາດໄດ້ຫຼຽນຄຳໃນງານໂອລິມປິກຄອມຟິວເຕີສາກົນປີ 2023

ນັກຮຽນ 4 ຄົນຂອງທິມ ຫວຽດນາມ ເຂົ້າຮ່ວມການສອບເສັງ Olympic ຄອມຟິວເຕີສາກົນປີ 2023 ລ້ວນແຕ່ໄດ້ຮັບຫຼຽນຄື: 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 1 ຫຼຽນທອງ.

ການສອບເສັງໂອ​ລິມ​ປິກຄອມຟິວເຕີສາກົນຄັ້ວທີ 35 ໄດ້ຈັດຂຶ້ນແຕ່ວັນທີ 28 ສິງຫາ-ວັນທີ 4 ກັນຍາ ຢູ່ນະຄອນ Szeged, Hungary, ໂດຍມີການເຂົ້າຮ່ວມຂອງນັກຮຽນ 351 ຄົນທີ່ມາຈາກ 89 ປະເທດ ແລະ ເຂດແຄ້ວນ. ດ້ວຍ 100% ຈຳນວນນັກຮຽນໄດ້ຮັບຫຼຽນນັ້ນ, ຫວຽດນາມ ຢືນໃນກຸ່ມ 9 ປະເທດ ແລະ ເຂດແຄ້ວນບັນລຸໝາກຜົນສູງກ່ວາໝູ່ ຕາມຕາຕະລາງຈັດອັນດັບຫຼຽນ, ຖັດຈາກ ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ອິດສະຣາແອນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.