ໃນສະພາບການຂອງໂລກທີ່ສັບສົນຫຼາຍ, ຣັດເຊຍ ແລະ ຢູເຄຣນ ພວມເກີດສົງຄາມ, ທ່ານ Putin ເອງກໍ່ກໍາລັງຖືກສານອາຍາສາກົນ (ICC) ອອກໝາຍຈັບ, ແຕ່ຫວຽດນາມ ຍັງຄົງເຊີນ ທ່ານ V.Putin ໄປຢ້ຽມຢາມ ແລະ ທ່ານ V.Putin ກໍ່ເດີນທາງມາຫວຽດນາມ ໃນຖານະແຂກພິເສດ, ປະມຸກຂອງປະເທດໜຶ່ງທີ່ກໍາລັງຖືກຝ່າຍຕາເວັນຕົກຂວໍ້າບາດ ສັ່ງລົງໂທດຫຼາຍກວ່າ 18.000 ຄຳສັ່ງ.
ເຫດການທີ່ຫາຍາກນີ້ເຮັດໃຫ້ມີຄວາມຄິດເຫັນທີ່ແຕກຕ່າງກັນຫຼາຍໃນທົ່ວໂລກ ແລະ ພາຍໃນປະເທດ. ມາເບິ່ງໝາກຜົນຂອງການຢ້ຽມຢາມເພື່ອເຂົ້າໃຈເນື້ອແທ້ຢ່າງຈະແຈ້ງ.
1) ນ້ຳໃຈມິດຕະພາບທີ່ບໍລິສຸດຜຸດຜ່ອງທີ່ຫາຍາກລະຫວ່າງ ຫວຽດນາມ - ອະດີດສະຫະພາບໂຊວຽດ ແລະ ສະຫະພັນຣັດເຊຍ ໃນປະຈຸບັນ.
- ມິດຕະພາບໄດ້ເບີ່ມຈາກເລື່ອງທີ່ ຫງວຽນອ໋າຍກັວກ ຊອກຫາວິທີກູ້ຊາດເມື່ອໄດ້ພົບກັບ “ໂຄງຮ່າງການສົນທະນາເບື້ອງຕົ້ນກ່ຽວກັບບັນຫາອານານິຄົມ” ຂອງເລນິນ (ປີ 1919) ແລະ ແສງສະຫວ່າງຂອງການປະຕິວັດເດືອນຕຸລາ ຣັດເຊຍ (ປີ19 17). ຈາກນັ້ນ, ກໍ່ໄດ້ກາຍເປັນອຸດົມການ ແລະ ເສັ້ນທາງການປະຕິວັດ ເພື່ອຫວຽດນາມ ລຸກຮື້ຂຶ້ນປົດປ່ອຍປະເທດຊາດ ຕາມທິດສະດີ ມາກ-ເລນິນ, ພາຍໃຕ້ການນຳພາຂອງພັກກອມມູນິດ. ຫຼັງຈາກນັ້ນກໍ່ອາໄສຊ່ວງທີ່ສະຫະພາບໂຊວຽດ ຕີລັດທິຟາດຊິດເຢຍລະມັນປະລາໄຊ, ຫວຽດນາມ ກໍ່ຍາດແຍ່ງເອົາກາລະໂອກາດລຸກຮື້ຂຶ້ນເຮັດການປະຕິວັດເດືອນສິງຫາ 1945 ປະສົບຜົນສຳເລັດ. ພາຍຫຼັງສອງສົງຄາມຕໍ່ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ ແລະ ຜູ້ຮຸກຮານຈັກກະພັດອາເມລິກາ, ສະຫະພາບໂຊວຽດ ຍາມໃດກໍ່ໃຫ້ການຊ່ວຍເຫຼືອຢ່າງຫຼວງຫຼາຍ, ຮອບດ້ານ ແລະ ປະກອບສ່ວນສຳຄັນເຂົ້າໃນໄຊຊະນະແຫ່ງການປົດປ່ອຍຊາດ ໂຮມປະເທດຊາດຫວຽດນາມ ເປັນເອກະພາບ. ຕໍ່ຈາກ ສະຫະພາບໂຊວຽດ ແລະ ສະຫະພັນຣັດເຊຍ ໄດ້ຊ່ວຍເຫຼືອຫວຽດນາມ ກໍ່ສ້າງຫຼາຍໂຄງການເສດຖະກິດຈຸດສຸມກ່ຽວກັບໄຟຟ້ານ້ຳຕົກ, ນ້ຳມັນອາຍແກັສ, ການຄົມມະນາຄົມຂົນສົ່ງ, ການປ້ອງກັນປະເທດ-ປ້ອງກັນຄວາມສະຫງົບ, ຊ່ວຍເຫຼືອດ້ານການບຳລຸງສ້າງຊັບພະຍາກອນມະນຸດ ແລະ ວິທະຍາສາດເຕັກໂນໂລຊີ; ຊ່ວຍໃຫ້ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະເກື້ອກູນກໍ່ຄືການດໍາເນີນພາລະກິດແຫ່ງການປ່ຽນແປງໃໝ່ໃນທຸກວັນນີ້.
- ອາດເວົ້າໄດ້ວ່າ ການພົວພັນມິດຕະພາບລະຫວ່າງສະຫະພາບ ໂຊວຽດ ແລະ ສະຫະພັນ ຣັດເຊຍ ກັບ ຫວຽດນາມ ບໍ່ມີສິ່ງໃດໆທີ່ຂັດຂ້ອງ; ຍິ່ງໄປກວ່ານັ້ນ ແມ່ນຍິ່ງໄດ້ຮັບການປັບປຸງ ແລະ ກ້າວຂຶ້ນສູ່ລະດັບສູງໃຫມ່, ເອົາຊະນະອຸປະສັກ ແລະ ຄວາມຍາກລໍາບາກທັງຫມົດ. ຄືກັບຕອນທີ່ຫວຽດນາມ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ໃນປີ 1950, ສະຫະພາບ ໂຊວຽດແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ. ເມື່ອຫວຽດນາມຊ່ວຍເຫຼືອກຳປູເຈຍ ຕໍ່ສູ້ກັບກຸ່ມກໍ່ການຮ້າຍຂ້າລ້າງເຜົ່າພັນທີ່ຖືກໂລກຂວໍ້າບາດນັ້ນ, ໃນປີ 1978, ສະຫະພາບໂຊວຽດ ໄດ້ເຊັນສົນທິສັນຍາສັນຕິພາບ ແລະ ມິດຕະພາບກັບຫວຽດນາມ; ໃນໄລຍະຕໍ່ສູ້ປົກປັກຮັກສາຊາຍແດນພາກເໜືອ ໃນປີ 1979, ສະຫະພາບໂຊວຽດ ໄດ້ຊ່ວຍເຫຼືອຫວຽດນາມຢ່າງສຸດຈິດສຸດໃຈ...
- ພາຍຫຼັງສະຫະພາບໂຊວຽດລົ້ມລະລາຍການພົວພັນລະຫວ່າງຫວຽດນາມ ກັບສະຫະພັນຣັດເຊຍ ຍັງຄົງໄດ້ຮັບການຮັກສາ ແລະ ພັດທະນາໃນເງື່ອນໄຂໃໝ່. ທ່ານ V.Putin ປະທານາທິບໍດີ ແລະ ບັນດາການນຳຣັດເຊຍ ຍາມໃດກໍ່ຖື ຫວຽດນາມ ແມ່ນສະຫາຍ ແລະ ເພື່ອນມິດທີ່ຊື່ສັດ. ປີ 2012, ລັດເຊຍ ແມ່ນປະເທດທຳອິດທີ່ຍົກລະດັບການພົວພັນກັບ ຫວຽດນາມ ຂຶ້ນສູ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຣັດເຊຍແມ່ນປະເທດທີ່ຂາຍອາວຸດທີ່ທັນສະໄໝເກືອບ 70% ໃຫ້ຫວຽດນາມ, ສືບຕໍ່ເປີດກວ້າງການຂຸດຄົ້ນນ້ຳມັນອາຍແກັສ ແລະ ປະກາດລົບລ້າງໜີ້ສິນທັງໝົດ (ເກືອບ 11 ຕື້ USD) ໃຫ້ຫວຽດນາມ. ຣັດເຊຍຮູ້ດີເຖິງແຜນການຂອງຝ່າຍຕາເວັນຕົກທີ່ຈະໃຊ້ຢູເຄຣນ ເປັນເຄື່ອງມືໂຈມຕີເພື່ອທຳລາຍປະຊາຄົມຊົນເຜົ່າຂອງສະຫະພັນຣັດເຊຍ, ຣັດເຊຍໄດ້ເປີດບັ້ນຮົບການທະຫານພິເສດ. ຕໍ່ໜ້າສະພາບການດັ່ງກ່າວ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ລັດເຊຍ ຍັງຄົງໄດ້ຮັບການເສີມຂະຫຍາຍ ແລະ ຮັກສາຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.
2) ຈຸດເນັ້ນໜັກທີ່ມີຄວາມຫມາຍພິເສດ.
- ນີ້ແມ່ນຄັ້ງທີ 5 ທີ່ ທ່ານ V.Putin ປະທານາທິບໍດີ ລັດເຊຍ ມາຢ້ຽມຢາມ ຫວຽດນາມ ພາຍຫຼັງການຢ້ຽມຢາມຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ເຊິ່ງໄດ້ຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນກັນຍາ 2023). ເດືອນທັນວາ 2023, ທ່ານ ສີຈິ້ນຜິງ ປະທານປະເທດ, ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ໄດ້ໄປຢ້ຽມຢາມເພື່ອກະຊັບຄວາມສໍາພັນ ຫວຽດນາມ - ຈີນ ແລະ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຂຶ້ນເປັນ "ປະຊາຄົມແບ່ງປັນໃນອະນາຄົດ". ໃນໄລຍະນີ້, ຫວຽດນາມ ກໍ່ໄດ້ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສ.ເກົາຫຼີ, ຍີ່ປຸ່ນ ແລະ ອົດສະຕາລີ. ສິ່ງດັ່ງກ່າວໄດ້ສ້າງຄວາມດຸ່ນດ່ຽງຢ່າງແທ້ຈິງ ແລະ ພິສູດໃຫ້ເຫັນເຖິງທີ່ຕັ້ງໃໝ່ຂອງຫວຽດນາມ ໃນວິວັດການສ້າງໂລກຫຼາຍຂົ້ວ.
-ຍັງບໍ່ມີເວລາໃດທີ່ຫວຽດນາມຈະມີພາລະກິດໃຫຍ່ຫຼວງ, ທ່າແຮງບົ່ມຊ້ອນ, ຖານະບົດບາດ, ອິດທິພົນຊື່ສຽງລະດັບສາກົນຄືໃນປະຈຸບັນ. ຫວຽດນາມ ກໍ່ມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ສະເໝີພາບກັບຈີນ, ອາເມລິກາ ແລະ ຣັດເຊຍ, ເລື່ອງທີ່ເຮັດໃຫ້ບັນດາປະເທດເກືອບທັງໝົດໃນໂລກປະຫຼາດໃຈ ແລະ ນິຍົມນັບຖື. ນີ້ແມ່ນໝາກຜົນຂອງນະໂຍບາຍ “ການທູດໄມ້ໄຜ່”, ນະໂຍບາຍການຮ່ວມມືຫຼາຍຝ່າຍ ແລະ ການຫັນເປັນຫຼາຍຮູບຫຼາຍແບບເພື່ອຮັກສາເອກະລາດດ້ວຍທັດສະນະ “4 ບໍ່” ຂອງຫວຽດນາມ ກໍາລັງນຳເຂົ້າໃນຊີວິດການເປັນຢູ່ຢ່າງມີປະສິດທິຜົນທີ່ສຸດ.
3) ທ່ານ ປະທານນາທິບໍດີ V.Putin ແລະ ທ່ານ ປະທານປະເທດ ໂຕເລີມ ຢືນຢັນວ່າ ການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ ຣັດເຊຍ ປະສົບຜົນສຳເລັດຢ່າງຈົບງາມທີ່ສຸດ.
ໝາກຜົນຂອງການຢ້ຽມຢາມໄດ້ຍົກອອກຢ່າງຈະແຈ້ງໃນຖະແຫຼງການລວມ ແລະ ເອກະສານທີ່ໄດ້ລົງນາມ 11 ສະບັບ. ການຮ່ວມມືລະຫວ່າງລັດເຊຍ - ຫວຽດນາມ ລວມມີໃນທຸກຂົງເຂດການເມືອງ, ເສດຖະກິດ, ການປ້ອງກັນປະເທດ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ, ເຕັກໂນໂລຢີ. ພິເສດແມ່ນຄວາມເປັນເອກະພາບສູງກ່ຽວກັບທັດສະນະຕໍ່ກັບບັນຫາຮີບດ່ວນໃນພາກພື້ນ ແລະ ສາກົນ. ເປີດກວ້າງການຮ່ວມມືດ້ານປ້ອງກັນຄວາມສະຫງົບ, ສືບຕໍ່ຮ່ວມມືດ້ານການຂຸດຄົ້ນນ້ຳມັນເຊື້ອໄຟ, ນ້ຳມັນອາຍແກັສແຫຼວ ແລະ ອາຍແກັສທຳມະຊາດ; ຣັດເຊຍ ຊ່ວຍເຫຼືອຫວຽດນາມ ຄົ້ນຄວ້າເຕັກໂນໂລຊີນິວເຄຼຍ, ພະລັງງານສະອາດ, ພະລັງງານສີຂຽວ; ສືບຕໍ່ເປີດກວ້າງ ວຽກການຊຳລະການຄ້າການບໍລິການລະຫວ່າງສອງປະເທດເປັນສະກຸນເງິນພາຍໃນປະເທດ (ໃນປີ 2023 ບັນລຸ 40%, ໃນໄຕມາດທຳອິດຂອງປີ 2024 ແມ່ນ 60%).
ໂດຍຮັບຮູ້ເຖິງທ່າແຮງ, ຄວາມໄດ້ປຽບ, ດ້ານພື້ນທີ່, ການຮ່ວມມືໃນທຸກຂົງເຂດລະຫວ່າງ 2 ປະເທດຍັງມີຫຼາຍຢູ່, ແຕ່ຍັງບໍ່ທັນໄດ້ຂຸດຄົ້ນໄດ້ໝົດເທື່ອ ຖ້າບໍ່ເວົ້າວ່າຍັງມີຂໍ້ຈຳກັດ (ພຽງແຕ່ບັນລຸປະມານ 3,65 ຕື້ USD). ສະນັ້ນ, ຕ້ອງສືບຕໍ່ນຳການຮ່ວມມືລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກ, ທາດແທ້ ແລະ ມີປະສິດທິຜົນ, ຕ້ອງສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດສອງປະເທດຮ່ວມມື, ລົງທຶນເຂົ້າໃນບັນດາພາກພື້ນຫຼາຍກວ່າເກົ່າ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງພົນລະເມືອງຫວຽດນາມ ທີ່ຢູ່ຣັດເຊຍ ແລະ ພົນລະເມືອງຣັດເຊຍ ທີ່ຢູ່ຫວຽດນາມ ມີກາລະໂອກາດດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກ, ອອກແຮງງານ ແລະ ດຳເນີນທຸລະກິດຢ່າງສະດວກສະບາຍ...
ອາດເວົ້າໄດ້ວ່າ ດ້ວຍນະໂຍບາຍພາຍໃນ ແລະ ການຕ່າງປະເທດທີ່ມີຄວາມກ້າຫານ, ມີໄຫວພິບ ແລະ ເດັດຂາດຂອງທ່ານ V. Putin ປະທານາທິບໍດີ ຣັດເຊຍ ໄດ້ຜ່ານຜ່າການປິດລ້ອມຕ້ານການທໍາລາຍຂອງຝ່າຍຕາເວັນຕົກ, ຣັດເຊຍກໍາລັງພົ້ນເດັ່ນຂຶ້ນກາຍເປັນປະເທດມະຫາອຳນາດຂອງໂລກ, ສູ້ຊົນໃຫ້ມີຂອບຂະໜາດເສດຖະກິດລື່ນກາຍເຢຍລະມັນ, ຍີ່ປຸ່ນ ແລະ ຢືນຢູ່ໃນ top 4 (ອາເມລິກາ - ຈີນ - ອິນເດຍ - ລັດເຊຍ)... ປະເທດຣັດເຊຍ ສະຫງ່າຜ່າເຜີຍ, ມີຈຸດຢືນທີ່ໝັ້ນຄົງ ແລະ ກຳລັງພັດທະນາຄືດັ່ງທີ່ ທ່ານ V.Putin ໄດ້ຖະແຫຼງວ່າ "ຜ່ານຜ່າການລົງໂທດ, ກຳລັງຢູ່ໃນໄລຍະຟື້ນຕົວ ແລະ ໃນທ່ວງທ່າການພັດທະນາຢ່າງວ່ອງໄວ".
ຫວຽດນາມມີຄວາມປິຕິຍິນດີຕໍ່ຜົນສຳເລັດຂອງຣັດເຊຍ, ຕ້ອນຮັບປະທານາທິບໍດີ ຣັດເຊຍ ດ້ວຍນ້ຳໃຈມິດຕະພາບອັນລ້ຳຄ່າ, ແໜ້ນແຟ້ນ, ຊື່ສັດບໍລິວຸດທີ່ຫາຍາກ. ເມື່ອກັບຄືນປະເທດ ທ່ານ V.Putin ໄດ້ສົ່ງໂທລະເລກຂອບອົກຂອບໃຈ ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານ ປະທານປະເທດ ໂຕເລີມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ, ຝັງແໜ້ນໄປດ້ວຍຄວາມປະທັບໃຈທີ່ງົດງາມທີ່ສຸດ. ນໍ້າໃຈນັ້ນໄດ້ເລີ່ມແຕ່ການປະຕິວັດເດືອນຕຸລາ ສືບຕໍ່ໄດ້ຮັບການຜັນຂະຫຍາຍຕາມກະແສປະຫວັດສາດ; ເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດທີ່ໃສແຈ້ງຕະຫຼອດໄປ.
ປອ. ດັ້ງຊຸຍເບົາ