ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ

00:00 | 02/08/2023

ຍສໝ - ຫວຽດນາມ ເຂົ້າຮ່ວມທຸກໆກົນໄກຂອງ ອາຊຽນ ແລະ ສວມບົດບາດສຳຄັນໃນເລື່ອງພ້ອມກັບບັນດາປະເທດສະມາຊິກອື່ນເຄົາລົບ ແລະ ຮັບປະກັນໃຫ້ກົດບັດ ອາຊຽນ...

ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ

ທ່ານເລຂາທິການໃຫຍ່ ອາຊຽນ Kim Kao Hourn

(ພາບ:PV/VOV-Indonesia)

ພາຍຫຼັງ 56 ປີແຫ່ງວັນສ້າງຕັ້ງ (8/8/1967- 8/8/2023), ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພວມມີຄວາມເຊື່ອໝັ້ນມຸ່ງໄປເຖິງອະນາຄົດ ດ້ວຍວິໄສທັດຍາວນານຮອດປີ 2045. ເພື່ອມີ ອາຊຽນ ແຫ່ງສະຖຽນລະພາບ ແລະ ການພັດທະນາຄືປະຈຸບັນ ຕ້ອງເວົ້າເຖິງການປະກອບສ່ວນຂອງ ຫວຽດນາມ. ນີ້ແມ່ນການຢັ້ງຢືນຂອງທ່ານເລຂາທິການໃຫຍ່ ອາຊຽນ Kim Kao Hourn ໃນການຕອບສຳພາດຕໍ່ນັກຂ່າວ VOV.

ຕາມທ່ານເລຂາທິການໃຫຍ່ ອາຊຽນ ແລ້ວ, ຫວຽດນາມ ໄດ້ເຂົ້າເປັນສະມາຊິກຂອງ ອາຊຽນ ນັບແຕ່ປີ 1995. ຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ ອາຊຽນ ໃນຫຼາຍວິທີທີ່ແຕກຕ່າງກັນ, ພິເສດແມ່ນຮັບຮອງເອົາບັນດາຄວາມມານະພະຍາຍາມ ສ້າງເສົາຄ້ຳປະຊາຄົມ ອາຊຽນ ກໍ່ຄືການພົວພັນກັບບັນດາຄູ່ຮ່ວມມືພາຍນອກ. ຫວຽດນາມ ເຂົ້າຮ່ວມທຸກໆກົນໄກຂອງ ອາຊຽນ ແລະ ສວມບົດບາດສຳຄັນໃນເລື່ອງພ້ອມກັບບັນດາປະເທດສະມາຊິກອື່ນເຄົາລົບ ແລະ ຮັບປະກັນໃຫ້ກົດບັດ ອາຊຽນ ເຄື່ອນໄຫວຢ່າງມີປະສິດທິຜົນ. ດ້ວຍຖານະແມ່ນສະມາຊິກ ອາຊຽນ, ຫວຽດນາມ ຍາມໃດກໍໍ່ຊຸກຍູ້ສຽງເວົ້າ, ເພີ່ມທະວີຜົນປະໂຫຍດໃຫ້ແກ່ບັນດາປະເທດສະມາຊິກ ອາຊຽນ ອີກດ້ວຍ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.