ສິງກະໂປ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງຫວຽດນາມ

17:27 | 27/03/2025

ຍສໝ - ຕອນບ່າຍວັນທີ 26 ມີນາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ສິງກະ​ໂປ ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ສິງກະ​ໂປ
ສ້າງ​ບຸກທະລຸ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສິງກະ​ໂປ ສ້າງ​ບຸກທະລຸ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສິງກະ​ໂປ

ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ: ຫວຽດນາມ ຖືສິງກະໂປ ເປັນສໍາຄັນບໍ່ພຽງແຕ່ແມ່ນຮ່ວມໃນກຸ່ມອາຊຽນ ເທົ່ານັ້ນ ຫາກຍັງແມ່ນຄູ່ຮ່ວມມືຫຼັກແຫຼ່ງ, ຮ່ວມເດີນທາງໃນວິວັດການພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ອີກດ້ວຍ.

ສິງກະໂປ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງຫວຽດນາມ
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ. ພາບ: ເຍິດມິງ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ 6 ເສົາຄ້ຳຮ່ວມມືໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດລ້ວນແຕ່ມີຄວາມໝາຍສຳຄັນທີ່ສຸດ; ສະເໜີຍູ້ແຮງການຮ່ວມມືລະຫວ່າງສອງພັກກຳອຳນາດ ແລະເຫັນດີເປັນເອກະພາບຕໍ່ບັນດາທິດທາງຍຸດທະສາດໃນການບໍາລຸງກໍ່ສ້າງພະນັກງານ; ຊົມເຊີຍ, ສະໜັບສະໜູນຂໍ້ສະເໜີຮ່ວມມືກັບສິງກະໂປ ໃນຂົງເຂດພະລັງງານສີຂຽວ ກໍ່ຄືຕາໜ່າງໄຟຟ້າສີຂຽວໃນພາກພື້ນ; ຍົກລະດັບລະບົບບັນດາເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VSIP) ຕາມທິດຂຽວກວ່າ, ອັັດສະລິຍະກວ່າ ແລະເຊື່ອມຕໍ່ກວ່າ.

ສິງກະໂປ ແມ່ນຄູ່ຮ່ວມມືຫຼັກແຫຼ່ງຂອງຫວຽດນາມ
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Lawrence Wong ນາຍົກລັດຖະມົນຕີ ສິງກະໂປ. ພາບ: ເຍິດມິງ

ທ່ານນາຍົກລັດຖະມົນຕີ Lawrence Wong ເຫັນດີເປັນເອກະສັນກັບບັນດາທິດທາງຍຸດທະສາດສຳຄັນໃຫ້ແກ່ການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງໂດຍທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ, ໂດຍສະເພາະແມ່ນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະສົມທົບກັນດ້ານຍຸດທະສາດຜ່ານການແລກປ່ຽນທຸກຂັ້ນລະຫວ່າງພັກ, ລັດຖະບານ ແລະສະພາແຫ່ງຊາດຢ່າງບໍ່ຢຸດຢັ້ງ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະສ້າງບັນດາກົນໄກໃໝ່ທີ່ເໝາະສົມກັບລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ;... ເຫັນດີຕໍ່ການເພີ່ມທະວີການປຶກສາຫາລື, ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ທ່ານນາຍົກລັດຖະມົນຕີ Lawrence Wong ຢືນຢັນຄືນໃໝ່ຫຼັກໝັ້ນຂອງສິງກະໂປ ຕໍ່ການຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນ ແລະສາກົນອີງໃສ່ກົດໝາຍສາກົນ, ປັບປຸງຄວາມສາມັກຄີ, ເປັນເອກະພາບໃນອາຊຽນ, ຮັກສາບົດບາດໃຈກາງຂອງອາຊຽນ ຢູ່ພາກພື້ນ.

*ກໍ່ໃນວັນດຽວດກັນ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ Lawrence Wong ນາຍົກລັດຖະມົນຕີສິງກະໂປ.

ທີ່ການພົບປະ, ການນຳສອງທ່ານໄດ້ຕີລາຄາສູງບັນດາຜົນການຮ່ວມມືທີ່ພົ້ນເດັ່ນໃນທຸກຂົງເຂດໄລຍະຜ່ານມາ; ເຫັນດີເປັນເອກະພາບວ່າ ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະແບ່່ງປັນຜົນປະໂຫຍດ ແລະວິໄສທັດໃນຫຼາຍຂົງເຂດຈະຊ່ວຍສອງປະເທດສະໜິດຕິດພັນ, ເຊື່ອມຕໍ່ຢ່າງຮອບດ້ານກວ່າ, ຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ແລະມີປະສິດທິຜົນ, ນັບທັງສອງຝ່າຍ ກໍ່ຄືໃນບັນດາບັນຫາຍຸດທະສາດພາກພື້ນ. ສອງຝ່າຍເຫັນດີເປັນເອກະສັນກັນວ່າ ຫວຽດນາມ ແລະສິງກະໂປ ຕ້ອງເສີມຂະຫຍາຍປະສິດທິຜົນຄວາມສາມາດຮ່ວມມື, ດ້ວຍພື້ນຖານເສດຖະກິດທີ່ມີລັກສະນະເພີ່ມເຕີມເຊິ່ງກັນ ແລະກັນ; ສົມທົບກັນຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍບັນດາເນື້ອແທ້ຂອງຂອບການພົວພັນໃໝ່ຢ່າງມີປະສິດທິຜົນ. ການນຳສອງທ່ານເຫັນດີເປັນເອກະພາບຖືວ່າ ຫວຽດນາມ ແລະສິງກະໂປ ຕ້ອງສືບ ຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນ ອາຊຽນ ແລະສະຫະປະຊາຊາດ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ; ຮັກສາຄວາມສາມັກຄີ ແລະຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ສຳຄັນ, ໃນນັ້ນມີບັນຫາທະເລຕາເວັນອອກ, ຊຸກຍູ້ການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍ ທະເລປີ 1982 (UNCLOS).

*ຕອນບ່າຍວັນທີ 26 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ Lawrence Wong.

ການນຳສອງທ່ານເຫັນດີນຳກັນວ່າ, ສະພາແຫ່ງຊາດສອງປະເທດຕ້ອງສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະບົດຮຽນ, ປະສົບການທີ່ດີຂອງແຕ່ລະປະເທດໃນການປັບປຸງລະບອບລະບຽບການ, ນະໂຍບາຍ, ລະບົບກົດໝາຍໃຫ້ສົມບູນແບບ; ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ພົບປະແລກປ່ຽນລະຫວ່າງບັນດາຄະນະກາມາທິການ, ອົງການຂອງສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາຍິງຂອງສອງປະເທດ; ສືບຕໍ່ຊຸກຍູ້ການຮ່ວມມືດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ການທ່ອງທ່ຽວ, ແຮງງານ ແລະການພົບປະແລກປ່ຽນປະຊາຊົນ... ກໍ່ຄືຫຼາຍຂົງເຂດທີ່ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາການປຶກສາຫາລື ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ.

ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ

ຍສໝ - ວັນ​ທີ 6 ມັງກອນ​ນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ - ສິງກະ​ໂປ ​ໄດ້​ສົມທົບ​ກັບ​ສະຖານທູດ​ສິງກະ​ໂປ​ ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ. logo ​ເປັນ​ທາງ​ການ​ໄດ້​ຮັບ​ການ​ປະກາດ​ ເພື່ອແນໃສ່ເປັນຂີດ​ໝາຍ​ບາດກ້າວ​ບຸກທະລຸ​ໃໝ່ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ ​ແລະ ສິງກະ​ໂປ ​ໃນ​ປີ 2025 ...

ສິງກະໂປ ເປັນປະເທດນຳໜ້າໃນໂລກໃນການປ່ຽນແປງໃໝ່ການບໍລິການສາທາລະນະ ສິງກະໂປ ເປັນປະເທດນຳໜ້າໃນໂລກໃນການປ່ຽນແປງໃໝ່ການບໍລິການສາທາລະນະ

ຍສໝ - ຕາມ​ການ​ຈັດ​ອັນ​ດັບ​ກ່ຽວກັບປະສິດທິພາບຂອງບັນດາການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ ແລະ ​ອົງ​ການ​ບໍ​ລິ​ຫານ​ລັດ​ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ Oxford (ອັງກິດ) ແລ້ວ, ສິງ​ກະ​ໂປ ​ຢືນ​ອັນ​ດັບ​ຫນຶ່ງ​ໃນ​ໂລກ.

ເຫດການ