ບົດນິພົນຮູບ ແລະ ວິດີໂອ 7.000 ກວ່າແຜ່ນເຂົ້າຮ່ວມການແຂງຂັນ “ຫວຽດນາມ ຄວາມສຸກ - Happy Vietnam ປີ 2023”

00:00 | 15/12/2023

ຍສໝ - ລາຍການງານ​ວາງສະ​ແດງ ແລະ ປະກາດລາງວັນ​ຂອງການແຂງຂັນ “ຫວຽດນາມ ຄວາມສຸກ - Happy Vietnam ປີ 2023” ຈະ​ດຳ​ເນີນ​ໃນ​ເວລາ 19:00 ​ໂມງ​ຂອງ​ວັນ​ທີ 19 ທັນວາ ຢູ່​ໂຮງ​ລະຄອນ​ໃຫຍ່​ ຮ່າ​ໂນ້ຍ.​ ລາຍການ​ໄດ້​ຮັບ​ການ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ​ ຫວຽດນາມ (VTV4).

ເວທີປາໄສການຄ້າເອເລັກໂຕນິກ ແລະ ເສດຖະກິດດິຈິຕອນສຳລັບຂະແໜງການອຸດສາຫະກຳ ແລະ ການຄ້າໃນປີ 2023 ເວທີປາໄສການຄ້າເອເລັກໂຕນິກ ແລະ ເສດຖະກິດດິຈິຕອນສຳລັບຂະແໜງການອຸດສາຫະກຳ ແລະ ການຄ້າໃນປີ 2023
ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ຢູ່ໃນ 100 ນະຄອນແຖວໜ້າຂອງໂລກ 2023 ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ຢູ່ໃນ 100 ນະຄອນແຖວໜ້າຂອງໂລກ 2023

ການແຂງຂັນຮູບຖ່າຍ ແລະ ວີດີໂອ “ຫວຽດນາມ ຄວາມສຸກ - Happy Vietnam ປີ 2023” ໄດ້ຈັດຂື້ນໂດຍກະຊວງຖະແຫລງຂ່າວ ແລະ ສື່ສານ ເປັນຄັ້ງທຳອິດ ຕາມຮູບແບບອອນລາຍ, ຜ່ານພື້ນຖານສື່ມວນຊົນຮູບພາບ ຫວຽດນາມ (https://vietnam.VN).

ການແຂງຂັນສ້າງໂອກາດ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ຊ່າວ ຫວຽດນາມ ຢູ່ຕ່າງປະເທດ ແລະ ​ເພື່ອນ​ມິດສາ​ກົນ​ທີ່ສະ​ແດງ​ຄວາມ​ຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ, ປະເທດຊາດ ແລະຄວາມຈິງໃຈຂອງຕົນໃນການປະດິດແຕ່ງຮູບ​ ​ແລະ ວິ​ດີ​ໂອ ເພື່ອ​ສື່ມວນຊົນຮູບພາບປະເທດຊາດ, ປະ​ຊາ​ຊົນ ​ຫວຽດ​ນາມ ​ອອກ​ສູ່​ໂລກ, ປຸກ​ລະດົມ​ຄວາມ​ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ມີ​ຄວາມຈະເລີນຮຸ່ງເຮືອງ, ​ຄວາມ​​ສຸກ; ເສີມຂະຫຍາຍຄຸນຄ່າວັດທະນະທຳ, ກໍາລັງແຮງຂອງຊາວຫວຽດນາມ ໃນຍຸກສະໄໝໃໝ່.

ບົດນິພົນຮູບ ແລະ ວິດີໂອ 7.000 ກວ່າແຜ່ນເຂົ້າຮ່ວມການແຂງຂັນ “ຫວຽດນາມ ຄວາມສຸກ - Happy Vietnam ປີ 2023”
ບົດນິພົນຮູບ ແລະ ວິດີໂອ 7.000 ກວ່າແຜ່ນເຂົ້າຮ່ວມການແຂງຂັນ “ຫວຽດນາມ ຄວາມສຸກ - Happy Vietnam ປີ 2023”

​ໄດ້​ເລີ່​ມດຳ​ເນີນ​ແຕ່​ເດືອນ​ມິຖຸນາ​ຫາ​ເດືອນ​ຕຸລາ​ປີ 2023, ມາ​ຮອດ​ປະຈຸ​ບັນ, ການແຂງຂັນ ​ໄດ້​ດຶງ​ດູດ​ຜົນງານ​ຮູບ​ພາບ ​ແລະ ວິ​ດີ​ໂອ ​7.000 ກວ່າແຜ່ນຈາກ​ນັກ​ປະພັນ​ພາຍ​ໃນ ​ແລະ ສາກົນ. ຈາກນັ້ນ ຄະນະ​ຈັດ​ຕັ້ງ​ໄດ້​ຄັດ​ເລືອກ​ເກືອບ 30 ຜົນງານເປັນສັນຍະລັກ, ດີເລີດທີ່ສຸດເພື່ອ​ມອບ​ລາງວັນ ແລະ 70 ຜົນງານ​ຮູບ​ພາບ ​ແລະ 14 ຜົນງານ​ວິ​ດີ​ໂອ​ເພື່ອ​ນຳ​ມາ​ວາງສະ​ແດງ​ຢູ່​ງານ​ວາງສະ​ແດງ. ແຕ່ລະຜົນງານ ແມ່ນເປັນເລື່ອງທີ່ຫນ້າສົນໃຈ, ຄວາມຊົງຈໍາທີ່ສວຍງາມ, ເຕັມໄປດ້ວຍຄວາມສຸກ, ຫຼືຍັງສາມາດເປັນທັດສະນະຂອງການປະຕິບັດໃນຊີວິດທີ່ຍັງມີຄວາມຫຍຸ້ງຍາກ, ລຳບາກລຳບົນແຕ່ສະເຫມີເຕັມໄປດ້ວຍຮອຍຍິ້ມ ແລະ ຄວາມສຸກ.

ການແຂງຂັນ ມີ​ມູນ​ຄ່າ​ເງິນ​ລາງວັນ​ລວມ​ກວ່າ 400 ລ້ານ​ດົ່ງ. ບັນດານັກປະພັນທີ່ມີຜົນງານດີເດັ່ນທີ່ມີໂອກາດໄດ້ຮັບລາງວັນ, ໃນນັ້ນມີ: ລາງວັນລາງວັນທໍາອິດ 02 ລາງວັນມູນຄ່າ 100.000.000 ດົ່ງ/ລາງວັນ, ລາງວັນທີສອງ 02 ລາງວັນມູນຄ່າ 30.000.000 ດົ່ງ/ລາງວັນ, ລາງວັນທີສາມ 02 ລາງວັນມູນຄ່າ 20.000.000 ດົ່ງ/ລາງວັນ. ຄະນະ​ຈັດ​ຕັ້ງ​ມີ​ແຜນ​ຈະ​ມອບ​ລາງວັນ​ຊົມ​ເຊີຍ 20 ລາງວັນ ​ແລະ ລາງວັນ​ອື່ນໆ.

ມິງດຶກ

ເຫດການ
302 Found

Found

The document has moved here.