“ຫວຽດນາມ ຍາມ​ໃດ​ກໍ່ຄຽງບ່າຄຽງໄຫຼ່​ກັບ​ເພື່ອນ​ມິດ​ອາ​ຟ​ະຣິ​ກາ”

12:29 | 30/05/2022

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບ​ເພື່ອນ​ມິດ​ອາ​ຟະຣິກາ​.

ທ້ອງ​ຖິ່ນ​ຕ່າງໆ​ມາ​ນະ​ພະ​ຍາ​ຍາມ​ສັກ​ຢາ​ກັນ​ໂຄວິດ 19 ໃຫ້​ເດັກ​ໃນ​ເກນ​ອາ​ຍຸ​ແຕ່ 5 ຫາ​ຕ່ຳ​ກ່​ວາ 12 ປີ ສຳ​ເລັດ​ໃນ​ເດືອນ​ສິງ​ຫາ ທ້ອງ​ຖິ່ນ​ຕ່າງໆ​ມາ​ນະ​ພະ​ຍາ​ຍາມ​ສັກ​ຢາ​ກັນ​ໂຄວິດ 19 ໃຫ້​ເດັກ​ໃນ​ເກນ​ອາ​ຍຸ​ແຕ່ 5 ຫາ​ຕ່ຳ​ກ່​ວາ 12 ປີ ສຳ​ເລັດ​ໃນ​ເດືອນ​ສິງ​ຫາ
ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ

ນັ້ນ​ແມ່ນ​ຄໍາກ່າວປາໄສຂອງ​ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ທີ່​ກອງ​ປະຊຸມ​ສໍາມະນາສາກົນ “ຄວາມໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ໂພ​ຊະ​ນາ​ການສຳລັບ​ທຸກ​ຄົນ” ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 25 ພຶດສະພາ ຢູ່ ຮ່າ​ໂນ້ຍ.

“ຫວຽດນາມ ຍາມ​ໃດ​ກໍ່ຄຽງບ່າຄຽງໄຫຼ່​ກັບ​ເພື່ອນ​ມິດ​ອາ​ຟ​ະຣິ​ກາ”
ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ. ພາບ: vufo.org.vn

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບ​ເພື່ອນ​ມິດ​ອາ​ຟະຣິກາ​.

ຫວຽດ​ນາມ ຍາມ​ໃດ​ກໍ່​ຮັບ​ຮູ້​ບັນ​ດາ​ບັດ​ສະໜັບສະໜູນຂອງ​ເພື່ອນ​ມິດ​ອາ​ຟ​ະຣິ​ກາ ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ. ຫວຽດນາມ ​ໄດ້ຈັດ​ສົ່ງ​ນັກ​ຊ່ຽວຊານ​ດ້ານ​ກະສິກຳ, ສາທາລະນະ​ສຸກ… ໄປສິດ​ສອນ ​ແລະ ບຳລຸງ​ສ້າງ​ຢູ່​ບັນດາ​ປະ​ເທດ​ອາ​ຟະຣິກາ ​ຄື: Algeria, Angela, Mozambique,ກົດດີວົວ… ບາງ​ວິ​ສາ​ຫະກິດ​ໃຫຍ່​ຂອງ​ຫວຽດນາມ ຄື Viettel ​ໄດ້​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່ Tanzania, ໂມຊຳບິກ, Cameroon... ແລະ ບັນລຸຜົນໄດ້ຮັບໃດໜຶ່ງທີ່ແນ່ນອນ.

ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ: “ຫວຽດນາມ ຈະ​ພ້ອມ​ກັບ OIF ​ແລະ ບັນດາ​ຄູ່​ຮ່ວມ​ມື​ສາກົນ​ຢ່າງ​ຕັ້ງໜ້າ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາ​ຟະລິກາ ພັດທະນາ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ຂົງ​ເຂດ​ກະສິກຳ ​ຄື: ຖ່າຍທອດ​ເຕັກນິກ, ບຳລຸງ​ສ້າງ​ການປູກເຂົ້າ, ສາລີ... ບົນຫຼັກການ "ຕ່າງຝ່າຍຕ່າງມີຜົນປະໂຫຍດ" ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງ ອາຫານ ແລະ ໂພຊະນາການສໍາລັບຊາວອາຟະຣິກາທັງຫມົດ, ເພື່ອອາຟະຣິກາ ທີ່ມີການຂະຫຍາຍຕົວກວມລວມ ແລະ ການພັດທະນາແບບຍືນຍົງ ແລະ ເພື່ອໂລກທີ່ຈະເລີນຮຸ່ງເຮືອງ ແລະ ສັນຕິພາບ.

ບູນມີ

ເຫດການ
302 Found

Found

The document has moved here.