ບຸນວັນເພັງເດືອນຈຽງຢູ່ວັດເຟິດຕິກ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ

10:23 | 26/02/2024

ບຸນວັນເພັງເດືອນຈຽງຢູ່ວັດເຟິດຕິກ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ

ປະຊາຄົມຊາວຫວຽດນາມ, ສະມາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ອາໄສຢູ່ລາວ ຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງປະເທດປະຈໍາຖິ່ນ ຕ້ານພະຍາດໂຄວິດ-19 ປະຊາຄົມຊາວຫວຽດນາມ, ສະມາຄົມຊາວຫວຽດນາມ ແລະວິສາຫະກິດຫວຽດນາມ ອາໄສຢູ່ລາວ ຮ່ວມແຮງຮ່ວມໃຈກັບອໍານາດການປົກຄອງປະເທດປະຈໍາຖິ່ນ ຕ້ານພະຍາດໂຄວິດ-19
ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມອບເງິນບໍລິຈາກກວ່າ 6,2 ຕື້ດົ່ງ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19 ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມອບເງິນບໍລິຈາກກວ່າ 6,2 ຕື້ດົ່ງ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19

ຕອນເຊົ້າວັນທີ 24 ກຸມພາ, ຢູ່ວັດ ເຟິດຕິກ ທີ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ຈັດບຸນວັນເພັງເດືອນຈຽງ ເຊິ່ງແມ່ນປະເພນີວັດທະນະທຳທີ່ຂາດບໍ່ໄດ້ຂອງຊາວຫວຽດນາມ ໃນຊຸມວັນຕົ້ນລະດູບານໃໝ່.

ບຸນວັນເພັງເດືອນຈຽງຢູ່ວັດເຟິດຕິກ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ

ພິທີພາວະນາຂໍໃຫ້ປະເທດຊາດ ແລະປະຊາຊົນມີຄວາມຢູ່ເຢັນເປັນສຸກຢູ່ລາວ. ພາບ: TTXVN

ໂດຍພາຍໃຕ້ການແນະນຳຂອງພະອາຈານ ທິກມິງກວາງ, ເຈົ້າອາວາດວັດ ເຟິດຕິກ, ບັນດາພະສົງສາມະເນນ, ພຸດທະສາສະນິກກະຊົນ ໄດ້ພ້ອມກັນທຳພິທີພາວະນາຂໍໃຫ້ປະເທດຊາດ ແລະປະຊາຊົນມີຄວາມຢູ່ເຢັນເປັນສຸກ ແລະປາດຖະໜາຂໍໃຫ້ພະສົງສາມະເນນ, ພຸດທະສາສະນິກກະຊົນທຸກຄົນໃນໂລກເວົ້າລວມ ກໍ່ຄືໃນປະເທດຫວຽດນາມ ແລະລາວ ເວົ້າສະເພາະ ພົບແຕ່ຄວາມໂຊກດີໃນປີ 2024. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ພຸດທະສາສະນິກກະຊົນ ເສີມຂະຫຍາຍນ້ຳໃຈເມດຕາ, ສາມັກຄີກັນກວ່າອີກ ແລະສືບຕໍ່ໜູນຊ່ວຍວຽກງານພຸດທະສາສະໜາຂອງວັດ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ. ພາຍຫຼັງພິທີ, ບັນດາພຸດທະສາສະນິກກະຊົນ ແລະຜູ້ເຂົ້າຮ່ວມ ໄດ້ພ້ອມກັນຮັບປະທານອາຫານເຈໂດຍວັດປຸງແຕ່ງເອງ.

ບູນມີ

ເຫດການ
302 Found

Found

The document has moved here.