ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ໃນ​ງານ​ບຸນ​ວັດທະນະທຳ​ຫວຽດນາມ ຢູ່ Sakai, ຍີ່ປຸ່ນ

17:16 | 27/03/2025

ຍສໝ - ແຕ່​ວັນ​ທີ 29-30 ມີນາ, “ວັນ​ບຸນ​ວັດທະນະທຳ ຫວຽດນາມ 2025” ຈະ​ດຳ​ເນີນ​ຢູ່ ຍີ່ປຸ່ນ. ນີ້ແມ່ນເຫດການ ໄດ້ຈັດ​ຂຶ້ນ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ຄົບຮອບ 50 ປີ​ແຫ່ງ​ການ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30 ​ເມສາ 1975 - 30 ​ເມສາ 2025), ຄົບຮອບ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2025).

ການ​ເຄື່ອນ​ໄຫວ​ຫຼາຍຢ່າງເພື່ອ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ການ​ພົວ​ພັນ​ຫວຽດ​ນາມ - ສີລັງກາ
ນະຄອນ​ໂຮ່ຈິ​ມິນ ​ແລະ ຍີ່ປຸ່ນ ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການແລກປ່ຽນປະຊາຊົນ

“ວັນ​ບຸນ​ວັດທະນະທຳ ຫວຽດນາມ 2025” ໂດຍສະ​ມາ​ຄົມສົ່ງເສີມການ​ຮ່ວມ​ມື​ເສດ​ຖະ​ກິດ​ຫວຽດ​ນາມ - ຍີ່​ປຸ່ນ ຈັດຕັ້ງ, ພາຍ​ໃຕ້​ການ​ໜູນ​ຊ່ວຍ​ຂອງ​ກົງ​ສຸນ​ໃຫຍ່​ຫວຽດ​ນາມ ປະ​ຈຳ Osaka. ທີ່ເຫດການຈະ​ມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ຄື: ສະທ້ອນໃຫ້ເຫັນພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ, ສ້າງ​ແຜນ​ທີ່​ຫວຽດນາມ ​ໂດຍ​ຄາດ​ວ່າ​ຈະ​ມີ​ຜູ້​ເຂົ້າ​ຮ່ວມ 5.000 ຄົນ​ໄດ້​ຮັບ​ການ​ພິຈາລະ​ນາ​ບັນທຶກ Guinness, ສະ​ແດງ​ຊຸດ​ເຊື້ອຍາວ ແລະ​ ຊຸດ​ເຊຶ້ອຫວຽດນາມ ລາຍການ​ສະ​ແດງ​ສິລະ​ປະ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ສິລະ​ປິນທີ່ມີຊື່ສຽງ​ຢູ່​ພາຍ​ໃນ​ປະ​ເທດ.

ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ໃນ​ງານ​ບຸນ​ວັດທະນະທຳ​ຫວຽດນາມ ຢູ່ Sakai, ຍີ່ປຸ່ນ

ບັນດາຜູ້ແທນເຂົ້າຮ່ວມງານບູນ ຫວຽດນາມ 2024 ຢູ່ Osaka, ຍີ່ປຸ່ນ.

ທ່ານ ຫົວໜ້າກົງ​ສູນ​ໃຫຍ່​ຫວຽດ​ນາມ ປະ​ຈຳ Osaka ໂງຈິ້ງຮ່າ ໃຫ້​ຮູ້​ວ່າ “ປີ​ນີ້​ແມ່ນ​ປີ​ທີ 8 ຂອງໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ຖືກ​ຈັດ​ຂຶ້ນ​ຢູ່ Osaka. ເຫດການນີ້ ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ຫວຽດນາມ ຢູ່​ເຂດ Kansai - Osaka ເວົ້າ​ສະເພາະ ​ແລະ ຍີ່ປຸ່ນ ​ເວົ້າ​ລວມ ຢູ່ຍີ່ປຸ່ນໄດ້​ພົບ​ປະ, ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ, ຫວນ​ຄືນ​ກ່ຽວກັບ​ກົກເຄົ້າເຫງົ້າກໍ. ປີ​ນີ້​ເປັນ​ປີ​ພິ​ເສດ​ທີ່​ມີ​ຫຼາຍ​ປີ​ທີ່​ສຳຄັນ​ຂອງ​ປະ​ເທດສະ​ນັ້ນ ງານ​ບຸນ​ຈຶ່ງ​ມີ​ຫຼາຍ​ກິດຈະກຳ. ການເຊີນນັກສິລະປິນຈາກລາຍການ “Anh trai vu ngan chong gai” ມາສະແດງ ກໍ່ແມ່ນຂອງຂວັນພິເສດທີ່ຜູ້ຈັດຕັ້ງຢາກມອບໃຫ້ປະຊາຊົນ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ​ໃນ​ສອງ​ມື້​ຕໍ່ໜ້າ​ນີ້, ທ່ານ​ຈະ​ມີ​ປະສົບ​ການ​ທີ່​ໜ້າ​ສົນ​ໃຈ​ຫຼາຍ​ຢ່າງ​ເມື່ອ​ມາ​ຮອດ​ບຸນ”​.

ທ່ານ ຫວູຮວ່າງ​ດຶກ, ປະທານ​ສະມາຄົມ​ສົ່ງເສີມການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ - ຍີ່ປຸ່ນ, ຫົວໜ່ວຍປະຕິບັດເຫດການນີ້ ໃຫ້​ຮູ້​ວ່າ “​ໂຄງການ​ຄາດ​ວ່າ​ຈະ​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ປະມານ 20.000 ຄົນ. ຄະນະ​ຈັດ​ຕັ້ງ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ແນ​ໃສ່​ໂຄສະນາ​ພາບ​ພົດ ​ແລະ ປະຊາຊົນ ຫວຽດນາມ ບໍ່​ພຽງ​ແຕ່​ເຖິງ​ປະຊາຊົນ ຍີ່ປຸ່ນ ​ເທົ່າ​ນັ້ນ ຫາກ​ຍັງ​ເຖິງ​ເພື່ອນ​ມິດ​ສາກົນ”.

ທ່ານ​ນາງ ເລ​ເທືອງ, ປະທານ​ສະມາຄົມ​ຊາວ ຫວຽດນາມ ຢູ່​ເຂດ Kansai ​ໃຫ້​ຮູ້​ວ່າ “ບຸນ​ວັດທະນະທຳ ຫວຽດນາມ 2025 ຈະ​ລວມມີ​ບັນດາ​ເຫດການທີ່ອຸດົມສົມບູນ, ນັບ​ແຕ່​ການ​ລະ​ຫຼິ້ນ​ພື້ນ​ເມືອງ, ​ຮ້ານ​ອາຫານ​ເຖິງ​ການ​ສາຍ​ຮູບ​ເງົາ, ການ​ສະ​ແດງ​ດົນຕີ..., ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ຄືນ​ໃໝ່​ຂອງ​ພິທີ​ສະ​ເຫຼີ​ມສະຫຼອງ. ແຕ່ລະເຫດການໃນງານບຸນແມ່ນມຸ່ງໄປເຖິງຕົ້ນກຳເນີດ, ປຸກລະດົມຄວາມພາກພູມໃຈຂອງລູກຫຼານຊາວ ລາກຮົ່ງ, ຊຸກຍູ້ໃຫ້ປະຊາຊົນຢູ່ຫ່າງໄກສອກຫຼີກມີຄວາມສາມັກຄີ, ເຮັດວຽກງານ, ຮ່ຳຮຽນ, ປະກອບສ່ວນສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ”.

“ບຸນວັດທະນະທຳຫວຽດນາມ 2025” ຖືກຈັດຕັ້ງເພື່ອແນໃສ່ເຊີດຊູນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ອະນຸລັກຮັກສາບັນດາຮີດຄອງປະເພນີວັດທະນະທຳ, ຫວນຄືນເຖິງຮາກຖານ, ໂຄສະນາເຜີຍແຜ່ວັດທະນະທຳ, ປະຫວັດສາດ ຫວຽດນາມ ເຖິງເພື່ອນມິດສາກົນ. ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ, Festival ​ໄດ້​ດຳ​ເນີນ​ກ່ອນ​ງານ​ວາງສະ​ແດງ​ໂລກ (EXPO 2025 Osaka, Kansai), ​ເປີດ​ກາລະ​ໂອກາດ​ຊຸກຍູ້​ການ​ຄ້າ, ການທ່ອງທ່ຽວ, ການ​ລົງທຶນ, ການ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ຫວຽດນາມ - ຍີ່ປຸ່ນ.

ການ​ພົບ​ປະ, ແລກປ່ຽນ​ກັບ​ບັນດາ​ອະດີດ​ນັກ​ສຶກສາ​ຫວຽດນາມ ທີ່ຮ່ຳຮຽນ​ຢູ່​ກວາງ​ຊີ, ຈີນ

ການ​ພົບ​ປະ, ແລກປ່ຽນ​ກັບ​ບັນດາ​ອະດີດ​ນັກ​ສຶກສາ​ຫວຽດນາມ ທີ່ຮ່ຳຮຽນ​ຢູ່​ກວາງ​ຊີ, ຈີນ

ຍສໝ - ວັນ​ທີ 19 ກຸມພາ, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ​ຫວຽດນາມ - ຈີນ ສົມທົບ​ກັບ​ສູນ​ວັດທະນະທຳ​ ຈີນ ​ປະຈຳ ​ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງກອງປະຊຸມພົບ​ປະ​ລະ​ຫວ່າງ​ຄະນະ​ຜູ້​ແທນ​ແຂວງ​ກວາງ​ຊີ, ຈີນ ກັບຜູ້ຕາງໜ້າ​ນັກຮຽນ ແລະ ນັກສຶກສາຫວຽດນາມ​ ລຸ້ນ​ໃໝ່ທີ່ເຄີຍຮຽນຢູ່ແຂວງ​ກວາງ​ຊີ. ເຫດການແມ່ນເພື່ອຫວນຄືນການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ​ຫວຽດນາມ - ຈີນ ​ແລະ ...

Festival ອາຊີບ​ເກືອ ຫວຽດນາມ - ບາກ​ລຽວ ຈະ​ດຳ​ເນີນ​ແຕ່​ວັນ​ທີ 6 – 8 ມີນາ ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນຫຼາຍຢ່າງ

Festival ອາຊີບ​ເກືອ ຫວຽດນາມ - ບາກ​ລຽວ ຈະ​ດຳ​ເນີນ​ແຕ່​ວັນ​ທີ 6 – 8 ມີນາ ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນຫຼາຍຢ່າງ

ຍສໝ​ -​ Festival ອາຊີບ​ເກືອ ຫວຽດນາມ - ບາກ​ລຽວ ປີ 2025 “ການເດີນທາງ 100 ປີ​ແຫ່ງ​ອາຊີບ​ເກືອ - ຊີວິດ​ຂອງ​ມະນຸດ” ດ້ວຍ​ຫົວ​ຂໍ້ “ຍົກສູງຄຸນຄ່າເມັດ​ເກືອ​ຂອງ​ຫວຽດນາມ” (Festival) ​ໂດຍ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບາກ​ລຽວ ​ດຳເນີນຢູ່ ບາກ​ລຽວ ...

ມີງດຶກ

ເຫດການ