ຫວຽດນາມໃຫ້ຄຳໝັ້ນສັນຍາຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

13:09 | 29/03/2025

ຍສໝ - ວັນ​ທີ 25 ມີນາ 2025, ຢູ່​ນະຄອນ ​ໂຮ່ຈິ​ມິນ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ສົມທົບ​ກັບ ອົດສະຕາລີ ​ແລະ ກາ​ນາ​ດາ ຈັດ​ຕັ້ງ​ການ​ສຳ​ມະ​ນາ​ເວທີ​ປາ​ໄສ​ພາກ​ພື້ນ​ ອາ​ຊຽນ (ARF) ກ່ຽວ​ກັບຫົວຂໍ້​ແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ ຄັ້ງ​ທີ 2 ດ້ວຍ​ຮູບ​ແບບ​ໂດຍກົງສົມທົບກັບທາງ​ອອນ​ລາຍ.

ຫວຽດນາມ ແລະອົດສະຕາລີ ແລກປ່ຽນບົດຮຽນກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ
ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະພາ​ສັນຕິພາບ​ໂລກ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ສັນຕິພາບ

ການ​ສຳ​ມະ​ນາ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ຈາກ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ ARF, ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ, ອົງການ​ຈັດ​ຕັ້ງ​ສາກົນ, ຄູ່​ຮ່ວມ​ມື​ ອາ​ຊຽນ ກໍ່ຄືນັກ​ຊ່ຽວຊານ, ນັກ​ຄົ້ນ​ຄ້ວາ​ຈາກ​ພາຍ​ໃນ ​ແລະ ນອກພາກພື້ນ.

ກ່າວ​ຄຳ​ປາໄສ​ທີ່​ການ​ສຳ​ມະ​ນາ, ທ່ານ ​ເອກ​ອັກຄະ​ລັດຖະທູດ ​ເຈີ່ນ​ດຶກ​ບິ່ງ, ຫົວໜ້າ​ກົມ​ ອາ​ຊຽນ, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ມະຕິ 1325 ຂອງ​ສະພາຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ ທີ່​ໄດ້​ຮັບຮອງ​ເອົາ​ໃນ​ປີ 2000 ພ້ອມກັບບັນດາ​ມະຕິ​ທີ່​ກ່ຽວຂ້ອງ, ຂີດໝາຍບາດກ້າວໃຫຍ່ໃນຄວາມຮັບຮູ້ ແລະ ການເຂົ້າເຖິງສຳລັບບົດບາດ, ການ​ປະກອບສ່ວນ​ຂອງ​ແມ່ຍິງ​ເຂົ້າ​ໃນບັນດາ​ບັນຫາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ, ຄວາມ​ຕ້ອງການຕ້ອງ​ຮັບປະກັນ​ການບົດບາດການເຂົ້າຮ່ວມ​ມີ​​ຂອງ​ແມ່ຍິງ​ໃນ​ທຸກ​ຂັ້ນ​ຂອງ​ຂະ​ບວນການ​ສັນຕິພາບ.

ຫວຽດນາມໃຫ້ຄຳໝັ້ນສັນຍາຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

ບັນຍາກາດທີ່ການ​ສຳ​ມະ​ນາ.

​ໃນ​ສະພາບ​ການສະເຫຼີມສະຫຼອງ​ຄົບຮອບ 25 ປີ​ ໃນການກຳເນີດຂອງ​ມະຕິ​ເລກທີ 1325, ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ ARF ພ້ອມກັບກວດກາ​ຄືນ​ບັນດາ​ຄວາມ​ຄືບ​ໜ້າທີ່ບັນລຸໄດ້, ຮັບຮູ້​ບັນດາຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ ແລະ ​ແລກປ່ຽນ​ທິດ​ທາງ, ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້ໂຄງການດຳເນີນງານທີ່​ສຳຄັນ​ນີ້. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ​ເອກ​ອັກຄະ​ລັດຖະທູດ ​ເຈີ່ນ​ດຶກ​ບິ່ງ ​ໄດ້​ຢືນຢັນ​ຄືນ​ຄຳ​ໝັ້ນ​ສັນຍາ ​ແລະ ການ​ປະກອບສ່ວນ​ຂອງ ​ຫວຽດນາມ ​ໃນ​ຜັນຂະຫຍາຍ​ໂຄງການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມ​ໝັ້ນຄົງ, ​ໃນ​ນັ້ນ​ ມີ​ການ​ຕັດສິນໃຈຜັນຂະຫຍາຍ​ໂຄງການກະທຳ​ແຫ່ງ​ຊາດກ່ຽວກັບ ແມ່ຍິງ, ສັນຕິພາບ ແລະ ຄວາມ​ໝັ້ນຄົງ ​ໄລຍະ 2024-2030 ຢ່າງ​ມີ​ປະສິດທິ​ຜົນ ກໍ່ຄືປະກອບສ່ວນ​ປະຕິບັດ​ບັນດາ​ໂຄງການ​ກະທຳ​ຂອງ​ພາກ​ພື້ນ ​ແລະ ສາກົນ.

ແບ່ງປັນຄຳເຫັນຂອງທ່ານ ເອກອັກຄະລັດຖະທູດ ເຈີ່ນດຶກບິ່ງ, ທ່ານ ເອກອັກຄະລັດຖະທູດ ອົດສະຕາລີ ກ່ຽວກັບຄວາມສະເໝີພາບທາງເພດ Stephanie Copus Campbell ແລະ ທ່ານ ເອກອັກຄະລັດຖະທູດ ການາດາ ກ່ຽວກັບ PNHBAN Jacqueline O’Neil ລ້ວນແຕ່ໄດ້ຍົກສູງຄວາມສຳຄັນຂອງມະຕິເລກທີ 1325 ແລະ ບັນດາມະຕິທີ່ກ່ຽວຂ້ອງ, ຮອງຮັບບາງໝາກຜົນໃນຂະບວນການຜັນຂະຫຍາຍດຳເນີນງານຂອງແມ່ຍິງ, ສັນຕິພາບ ແລະ ຄວາມ​ໝັ້ນຄົງໃນໄລຍະມໍ່ໆມານີ້.

ຫວຽດນາມໃຫ້ຄຳໝັ້ນສັນຍາຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

ບັນດາຜູ້ແທນຖ່າຍຮູບທີ່ລະນຶກຢູ່ການສຳມະນາ.

ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບບັນດາໝາກຜົນ ແລະ ຄວາມຫຍຸ້ງຍາກໃນການຜັນຂະຫຍາຍໂຄງການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມ​ໝັ້ນຄົງ ໃນໄລຍະ 25 ປີຜ່ານມາ, ບັນດາຜູ້ແທນໄດ້ຊົມເຊີຍຫຼາຍປະເທດ ແລະ ພາກພື້ນ, ໃນນັ້ນ ມີອາຊຽນ ທີ່ໄດ້ສ້າງຕັ້ງໂຄງການກະທຳແຫ່ງຊາດ ແລະ ພາກພື້ນກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມ​ໝັ້ນຄົງ; ເປັນເອກະພາບມະຕິເລກທີ 1325 ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ ໄດ້ນຳມາເຊິ່ງບັນດາການຫັນປ່ຽນໃນຄວາມຮັບຮູ້ ກໍ່ຄືການເຂົ້າເຖິງກ່ຽວກັບບົດບາດຂອງແມ່ຍິງໃນບັນດາບັນຫາສັນຕິພາບ ແລະ ຄວາມໝັ້ນຄົງຢ່າງເຂັ້ມແຂງ, ປະກອບສ່ວນຍົກສູງປະສິດທິຜົນ ແລະ ຄວາມຍືນຍົງຂອງບັນດາຂະບວນການສັນຕິພາບກວ່າອີກ.

ກ່ຽວກັບທິດທາງການຊຸກຍູ້ໃນໄລຍະຈະມາເຖິງ, ບັນດາຜູ້ແທນໄດ້ເນັ້ນໜັກເຖິງຕ້ອງຮັບປະກັນຜັນຂະຫຍາຍຢ່າງມີປະສິດທິຜົນຜ່ານການຈັດສັນແຫຼ່ງກຳລັງຢ່າງພຽງພໍ ແລະ ມີການປະສານງານລະຫວ່າງຂະແໜງການຢ່າງມີປະສິດທິຜົນ, ພ້ອມກັນນັ້ນ ກໍ່ປຶກສາຫາລືຄວາມສາມາດໝູນໃຊ້ກ່ຽວກັບການພັດທະນາຂອງບັນດາເຕັກໂນໂລຢີທີ່ພົ້ນເດັ່ນເພື່ອປະຕິບັດໂຄງການດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມ​ໝັ້ນຄົງໃຫ້ດີຂຶ້ນ.

ພາຍຫຼັງການສຳມະນາ ARF ຄັ້ງທີ 1 ກ່ຽວກັບຫົວຂໍ້ແມ່ຍິງ, ສັນຕິພາບ ແລະ ຄວາມ​ໝັ້ນຄົງ ຈັດຂຶ້ນໃນປີ 2021, ການຈັດຕັ້ງຂອງການສຳມະນາຄັ້ງນີ້ ແມ່ນຢູ່ໃນຂອບເຂດການປະຕິບັດຖະແຫຼງການຮ່ວມຂອງ ARF ກ່ຽວກັບການຊຸກຍູ້ດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມ​ໝັ້ນຄົງ (2019), ແຜນການປະຕິບັດງານ ຮ່າໂນ້ຍ II (2020-2025) ແລະ ບັນດາຂອບເຂດ, ຂະບວນການທີ່ກ່ຽວຂ້ອງ. ການສຳມະນາກໍ່ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ​ຫວຽດ​ນາມ ​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ ແລະ ໃຫ້ຄຳໝັ້ນສັນຍາ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ໃນການ​ຊຸກ​ຍູ້ດຳເນີນງານແມ່ຍິງ, ສັນຕິພາບ ແລະ ຄວາມ​ໝັ້ນຄົງທັງລະ​ດັບ​ຊາດ, ພາກ​ພື້ນ ແລະ ສາ​ກົນ.

ຫວຽດນາມ - ອິນ​ເດຍ ຕິດພັນດ້ວຍ​ປະຫວັດສາດ, ບັນດາຄຸນຄ່າ​ລວມກ່ຽວກັບ​ສັນຕິພາບ, ການ​ຮ່ວມ​ມື ​ແລະເຄົາລົບ​ເຊິ່ງກັນ ​ແລະ ກັນ

ຫວຽດນາມ - ອິນ​ເດຍ ຕິດພັນດ້ວຍ​ປະຫວັດສາດ, ບັນດາຄຸນຄ່າ​ລວມກ່ຽວກັບ​ສັນຕິພາບ, ການ​ຮ່ວມ​ມື ​ແລະເຄົາລົບ​ເຊິ່ງກັນ ​ແລະ ກັນ

ຍສໝ -​ ນີ້ແມ່ນຄຳກ່າວປາໄສຂອງທ່ານ Madan Mohan Sethi, ຫົວໜ້າສະຖານກົງສູນໃຫຍ່ ສາທາລະນະລັດ ອິນເດຍ ປະຈຳ ນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນປະກາດເອກະລາດສາທາລະນະລັດ ອິນເດຍ ໃນວັນທີ 14 ສິງຫາ. ເຫດການ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ສົມທົບ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ນະຄອນ ...

ຫວຽດນາມ ປະກາດ​ໂຄງການ​ປະຕິບັດ​ງານ​ແຫ່ງ​ຊາດ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ

ຫວຽດນາມ ປະກາດ​ໂຄງການ​ປະຕິບັດ​ງານ​ແຫ່ງ​ຊາດ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ

ຍສໝ - ວັນທີ 8 ສິງຫາ, ລັດຖະບານຫວຽດນາມ ໄດ້ປະກາດຢ່າງເປັນທາງການຂອງໂຄງການ​ກະທຳແຫ່ງຊາດ (NAP) ຄັ້ງທໍາອິດ ກ່ຽວກັບແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ, ເຊິ່ງເປັນຂີດໝາຍປະຫວັດສາດໃນຄໍາໝັ້ນສັນຍາຂອງຫວຽດນາມ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະການມອບສິດໃຫ້ແກ່ແມ່ຍິງໃນຂົງເຂດສັນຕິພາບ ແລະຄວາມໝັ້ນຄົງ.

ແທັງຮັ່ງ

ເຫດການ