ເອກອັກຄະລັດຖະທູດ ສະວິດ ຄົນໃໝ່ ສະແດງຄວາມຕື້ນຕັນໃຈຕໍ່ຄວາມຮັກແພງແຂກຄົນຂອງປະຊາຊົນ ຫວຽດນາມ

15:07 | 19/08/2024

ຍສໝ - ມາ​ ​ຫວຽດນາມ ​ເພື່ອ​ຮັບມອບໝາຍ​ໜ້າທີ່, ທ່ານ​ເອກ​ອັກຄະ​ລັດຖະທູດ ສະວິດ ປະຈຳ ຫວຽດນາມ ຄົນ​ໃໝ່ Johan Ndisi ​ໄດ້​ສະ​ແດງ​ຄວາມຕື້ນຕັນໃຈຕໍ່​ຄວາມ​ອົບ​ອຸ່ນ ​ແລະ ຄວາມຮັກແພງແຂກຄົນ​ຂອງ​ປະຊາຊົນ​ ຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຟ້າມກວາງຮ້ຽວ: ຫວຽດນາມ ມານະພະຍາຍາມສ້າງພາກພື້ນອາຊີໃຫ້ດີຂຶ້ນ
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ: ຫວຽດນາມ ໃຫ້ຄຳໝັ້ນສັນຍາໃນລະດັບສູງເພື່ອຮັບປະກັນຄວາມສະເໝີພາບທາງເພດ

ໂດຍສະ​ແດງ​ຄວາມ​ເປັນກຽດ ແລະ ພາກພູມໃຈ​ເມື່ອໄດ້​ສືບ​ຕໍ່​ສ້າງ ​ແລະ ປັບປຸງ​ການ​ພົວພັນ​ທີ່ເປັນ​ປະຫວັດສາດ ​ແລະ ເລິກເຊິ່ງກວ້າງຂວາງລະຫວ່າງ​ສອງ​ປະ​ເທດ, ທ່ານ​ເອກ​ອັກຄະ​ລັດຖະທູດ Johan Ndisi ​ຖືວ່າ, ບັນດາສາຍພົວພັນ​ທີ່​ເຊື່ອມ​ໂຍງ​​ມະນຸດນີ້, ໄດ້ຮັບການສ້າງ​ຕັ້ງ​ຂຶ້ນ​ໃນ​ຫຼາຍ​ທົດ​ສະ​ວັດການ​ແລກປ່ຽນ​ວັດທະນະທຳ, ພັດທະນາ​ພື້ນຖານ​ໂຄງ​ລ່າງ, ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ໄດ້ສ້າງເປັນພື້ນຖານໃຫ້ແກ່ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ ແລະ ການ​ຄ້າ​ຂອງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາຄືປະຈຸບັນ.

ເອກອັກຄະລັດຖະທູດ ສະວິດ ຄົນໃໝ່ ສະແດງຄວາມຕື້ນຕັນໃຈຕໍ່ຄວາມຮັກແພງແຂກຄົນຂອງປະຊາຊົນ ຫວຽດນາມ

ທ່ານ Johan Ndisi ເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ ຄົນ​ໃໝ່.

ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ໃນໄລຍະຈະມາເຖິງຈະໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ເພື່ອນ​ມິດ​ສະຫາຍ​ໃໝ່​ໃນ​ພາກ​ລັດ, ວິສາຫະ​ກິດ, ພາກວິຊາການສຶກສາ, ສື່​ມວນ​ຊົນ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ​ - ສືບ​ຕໍ່​ເພີ່ມ​ທະວີ ​ແລະ ຫັນເປັນຫຼາກຫຼາຍການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ສະວິດ.

“​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພວກ​ເຮົາ​ສາ​ມາດ​ຊອກ​ເຫັນບັນດາທິດທາງ​​ການ​ຮ່ວມ​ມື​ໃໝ່, ເປີດກວ້າງ​ບັນ​ດາ​ຂໍ້​ລິ​ເລີ່ມ​ທີ່​ມີ​ຢູ່ແລ້ວ ແລະ ຮັບ​ປະ​ກັນ​ວ່າ ການ​ພົວ​ພັນ​ຄູ່​ຮ່ວມ​ມື ສະວິດ - ຫວຽດນາມ ຈະສືບ​ຕໍ່​ຂະ​ຫຍາຍ​ຕົວ, ນຳມາເຊິ່ງ​ຜົນ​ປະ​ໂຫຍດ​ບໍ່​ພຽງ​ແຕ່​ສອງ​ປະ​ເທດ​ ແລະ ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນເຂົ້າໃນ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ສະ​ຖຽນ​ລະ​ພາບ​ຂອງພື້ນຖານເສດຖະກິດທົ່ວ​ໂລກອີກດ້ວຍ", ທ່ານເອກອັກຄະລັດຖະທູດ Johan Ndisi ຂຽນ.

ທ່ານກໍ່ໄດ້ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຮັບ​ຟັງ​ບັນດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ສະຖານ​ທີ່, ການລົງຕົວຈິງ ຫຼື ​ເຫດການ​ທີ່​ຄວນ​ມາ​ຢ້ຽມຢາມ ​ເພື່ອ​ໃຫ້​ລາວ​ໄດ້​ຊອກຮູ້ ​ແລະ ເຊື່ອມຕົວເຂົ້າ​ໃນ​ສະພາບ​ການ ​ແລະ ວັດທະນະທຳ ຫວຽດນາມ.

ເອກອັກຄະລັດຖະທູດ ສະວິດ ຄົນໃໝ່ ສະແດງຄວາມຕື້ນຕັນໃຈຕໍ່ຄວາມຮັກແພງແຂກຄົນຂອງປະຊາຊົນ ຫວຽດນາມ

ໄວ​ໜຸ່ມ​ ຫວຽດນາມ ​ແລະສະວິດ ​ເຂົ້າ​ຮ່ວມ​ງານ​ບຸນ Lucia ຈັດ​ຕັ້ງ​ໂດຍ​ສະຖານທູດສະວິດ ປະຈຳ ຫວຽດນາມ, ​ເດືອນ ທັນວາ ປີ 2023.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 12 ສິງຫາ, ທ່ານ​ເອກ​ອັກຄະ​ລັດຖະທູດ Johan Ndisi ​ໄດ້​ຍື່ນ​ສານ​ຕາ​ຕັ້ງ​ໃຫ້​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ, ​ໄດ້​ຮັບ​ການ​ມອບ​ໝາຍໜ້າທີ່​ຢູ່ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ໃຫ້ຮູ້ວ່າ, ປະຈຸ​ບັນ​ ກໍ່ມີ​ວິ​ສາ​ຫະກິດ​ ສະວິດ ​ຂະໜາດ​ໃຫຍ່​ຫຼາຍ​ແຫ່ງ​ພວມ​ລົງທຶນ​ຢູ່ ​ຫວຽດນາມ ​ແລະ​ ຍັງມີ​ວິ​ສາ​ຫະກິດ​ ສະວິດ ​ອີກ​ຫຼາຍ​ແຫ່ງ​ຢາກ​ມາ​ຊອກ​ຫາກາລະໂອກາດ​ການ​ລົງທຶນ​ ແລະ​ ​ດຳ​ເນີນ​ທຸລະ​ກິດ​ໃໝ່​ໃນ​ຂົງ​ເຂດ​ຕ່າງໆ. ທ່ານ​ເອກ​ອັກຄະ​ລັດຖະທູດ Johan Ndisi ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ການປ່ຽນແປງໃໝ່​ປະດິດ​ສ້າງ ​ແລະ ພັດທະນາ​ແບບ​ຍືນ​ຍົງ, ການຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຫັນເປັນ​ສີຂຽວ, ບັນດາ​ຂົງ​ເຂດ​ທີ່​ເປັນທ່າ​ແຮງ​ຂອງ ສະວິດ. ​ທ່ານໃຫ້​ຄຳ​ໝັ້ນໝາຍວ່າ ​ຈະ​ພາຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງ, ສືບ​ຕໍ່​ເພີ່ມພູນຄູນສ້າງສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະສະວິດ.

ທ່ານເອກອັກຄະລັດຖະທູດ Shawn Steil: ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ການາດາ ພວມນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ທ່ານເອກອັກຄະລັດຖະທູດ Shawn Steil: ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ການາດາ ພວມນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ

ຍສໝ - ຫວຽດນາມ ​ແລະ ກາ​ນາ​ດາ ​ໄດ້ອັດປີ​ທີ່​ມີຫຼາຍ​ວຽກງານ ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ຫຼາກ​ຫຼາຍທັງ​ຂອບຂະໜາດ ​ແລະ ຮູບ​ແບບ ​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ.

ທ່ານເອກອັກຄະລັດຖະທູດ Denny Abdi: ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃຫ້ເລິກເຊິ່ງກ່ວາອີກ ທ່ານເອກອັກຄະລັດຖະທູດ Denny Abdi: ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃຫ້ເລິກເຊິ່ງກ່ວາອີກ

ຍສໝ - ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ທາງ​ລັດຖະກິດຢູ່ ຫວຽດນາມ ​ແຕ່​ວັນ​ທີ 11 – 13 ມັງກອນ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດຫວຽດນາມ ຫວໍວັນເຖືອງ.

ມິງດຶກ

ເຫດການ
302 Found

Found

The document has moved here.