![]() | Habitat ຫວຽດນາມ ມອບ - ຮັບ ເຮືອນໃໝ່ 15 ຫຼັງໃຫ້ກັບບັນດາຄອບຄົວທີ່ທຸກຍາກຢູ່ ກຽນຢາງ |
![]() | ຢັ້ງຢືນທີ່ຕັ້ງບົດບາດຂອງ ຫວຽດນາມ ໃນກະແສຂອງຍຸກສະໄໝ |
ອີງຕາມການຕີລາຄາທີ່ໄດ້ຢັ້ງຢືນຈາກລູກຄ້າຫຼາຍກວ່າ 360 ລ້ານເທື່ອຄົນ, Traveller Review Awards ແມ່ນລາງວັນເພື່ອເຊີດຊູຄູ່ຮ່ວມມືການທ່ອງທ່ຽວທີ່ໄດ້ຮັກສາຄຸນນະພາບການບໍລິການທີ່ດີເລີດ, ໝັ້ນຄົງ ເພື່ອເຮັດໃຫ້ການເດີນທາງຂອງນັກທ່ອງທ່ຽວແຕ່ລະຄົນເປັນທີ່ລະນຶກໃນປີ 2024.
![]() |
ນັກທ່ອງທ່ຽວສາກົນ ຢູ່ ກຽນຢາງ. |
ຕາມ Booking.com ແລ້ວ, ຄູ່ຮ່ວມງານທີ່ເຮັດບ່ອນພັກເຊົາຢາກຈັດເຂົ້າໃນ top ເຊີດຊູ ຕ້ອງມີຄະແນນຕີລາຄາສະເລ່ຍ 8/10 ຂຶ້ນໄປ ດ້ວຍຫນ້ອຍສຸດສາມດ້ານການຕີລາຄາໄລ່ຮອດວັນທີ 30 ພະຈິກ 2024. ພຽງແຕ່ລູກຄ້າທີ່ໄດ້ຈອງທີ່ພັກຜ່ານມາ ຫຼື ການບໍລິການທີ່ກ່ຽວຂ້ອງ ຈິ່ງສາມາດໃຫ້ການຕີລາຄາກ່ຽວກັບປະສົບການຂອງຕົນ. ການຕີລາຄາທັງໝົດແມ່ນບໍ່ໄດ້ຮັບການແກ້ໄຂ ຫຼື ບໍ່ມີການດັດປັບ, ເພື່ອໃຫ້ຜູ້ອ່ານມີຄໍາຕິຊົມທີ່ເປັນຈິງທີ່ສຸດ.
ທ່ານ Varun Grover, ຜູ້ອຳນວຍການແຫ່ງຊາດຂອງ Booking.com ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ ລາງວັນແມ່ນວິທີເພື່ອໃຫ້ຫົວໜ່ວຍຮັບຮູ້ “ນັກຮົບງຽບ” ໃນຂະແໜງການບໍລິການ ແລະ ສົ່ງການຕອບແທນຢ່າງຈິງໃຈໃຫ້ເຂົາເຈົ້າແທນ ແອັບ ແລະ ນັກທ່ອງທ່ຽວນັບລ້ານໆຄົນໃນທົ່ວໂລກ.
“ພວກຂ້າພະເຈົ້າດີໃຈທີ່ ກຽນຢາງ ໄດ້ຮັບການເຊີດຊູເປັນໜຶ່ງໃນບັນດາສະຖານທີ່ທີ່ເປັນມິດທີ່ສຸດໃນໂລກ. ນີ້ແມ່ນການຮັບຮູ້ທີ່ເໝາະສົມກັບຄວາມງາມຂອງທຳມະຊາດທີ່ໄດ້ບັນດານໃຫ້ສະຖານທີ່ແຫ່ງນີ້, ພ້ອມທັງການຕ້ອນຮັບອັນອົບອຸ່ນ ແລະ ອຸທິດຕົນຂອງບັນດາຄູ່ຮ່ວມງານທີ່ເຮັດບ່ອນພັກເຊົາ, ປະກອບສ່ວນໃຫ້ນັກທ່ອງທ່ຽວໄດ້ມີປະສົບການພັກຜ່ອນທີ່ຫຼູຫຼາໜ້າຈົດຈຳ”. ທ່ານ Varun Grover ກ່າວ.
Top 10 ຈຸດໝາຍປາຍທາງເປັນມິດ ໄດ້ຮັບການຈັດອັນດັບໂດຍອີງຕາມອັດຕາສະຖານທີ່ພັກເຊົາທີ່ໄດ້ຮັບລາງວັນໃນຈໍານວນທີ່ພັກທັງໝົດທີ່ມີເງື່ອນໄຂເຂົ້າຮ່ວມການຮັບລາງວັນໃນເມືອງ ຫຼືເຂດນັ້ນຢ່າງຄົບຖ້ວນ. ຈຸດຫມາຍປາຍທາງເຫຼົ່ານີ້ຍັງຕ້ອງມີຈໍານວນຜູ້ຊະນະທີ່ສູງກວ່າສະເລ່ຍ (ຂັ້ນຕ່ຳສຸດ 200 ຫົວໜ່ວຍ) ແລະ ຖືກຄັດເລືອກເພື່ອຮັບປະກັນຄວາມຫຼາກຫຼາຍທາງພູມສາດ.
![]() | ຫວຽດນາມ ກາຍເປັນປະເທດນຳໜ້າໃນທ່າອ່ຽງຫັນປ່ຽນການຜະລິດທົ່ວໂລກ ຍສໝ - ເວັບໄຊ riotimesonline.com (Brazil) ໄດ້ເອົາລົງບົດຂຽນກ່ຽວກັບສະພາບການຜະລິດທົ່ວໂລກພວມປ່ຽນແປງຢ່າງໄວວາ, ຄັດສະເໜີຂໍ້ມູນຫຼ້າສຸດຈາກນັກສະໜອງການບໍລິການຂໍ້ມູນດ້ານການເງິນແຖວໜ້າໂລກ S&P Global Market Intelligence (ອາເມລິກາ) ຊື່ງໃນນັ້ນໃຫ້ຮູ້ວ່າ: ຫວຽດນາມ ໄດ້ກາຍເປັນຈຸດໝາຍປາຍທາງອັນດັບໜຶ່ງ ເພື່ອໃຫ້ບັນດາບໍລິສັດຫັນປ່ຽນການຜະລິດ ແລະການຫັນປ່ຽນນີ້ ເພື່ອແນໃສ່ຮັກສາລະບົບສະໜອງບໍ່ຖືກຕັດຕອນ. |
ມີງດຶກ