ChildCare Vietnam: ບ່ອນອີງໃຫ້ສຳລັບເດັກພິການ

08:00 | 31/01/2025

ຍສໝ - ຫງວຽນຈີກຽນ (ອາຍຸ 6 ປີ, ເມືອງ ຝູນິງ, ແຂວງ ກວ໋າງນາມ) ສາມາດກິນເຂົ້າເອງ, ທັກທາຍຄູສອນ ແລະ ຫຼິ້ນກັບໝູ່ເພື່ອນໄດ້. ນີ້​ແມ່ນ​ໝາກຜົນ​ແຫ່ງ​ການ​ສົມທົບ​ກັນ​ຢ່າງ​ກົມກຽວ​ ລະຫວ່າງ​ຄອບຄົວ, ຖັນແຖວຄູ​ສອນ ​ແລະ ບັນດາ​ຮູບ​ແບບ​ການ​ສຶກສາ​ພິ​ເສດ​ຂອງອົງການ ChildCare ຫວຽດນາມ (CCV).

Children of Vietnam ໜູນຊ່ວຍເຂົ້າປຽກເຂົ້າທີ່ມີປະໂຫຍດທາງໂພຊະນາການໃຫ້ນັກຮຽນອະນຸບານແຂວງກວາງນາມ
Viettel ສຳເລັດຍຸດທະສາດ ເຄືອຂ່າຍໂທລະຄົມມະນາຄົມ 'Make in Vietnam'

ຈີກຽນ ປ່ຽນແປງຊີວິດ

ຄອບຄົວຂອງ ກຽນ ຄົ້ນຫາວ່າ ລາວມີອາການຜິດປົກກະຕິ ອໍທິດສະຕິກ ເມື່ອລາວມີອາຍຸພຽງແຕ່ 14 ເດືອນ. ພາຍຫຼັງ​ເວລາປິ່ນປົວທີ່ຂາດວັກຂາດຕອນຍ້ອນ​ໂລກ​ລະບາດ​ໂຄ​ວິດ-19 ​ແລະ ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເງິນ, ​ໃນ​ເດືອນ ສິງຫາ 2021, ກຽນ​ ໄດ້​ເຂົ້າ​ຮ່ວມ​ລາຍການຍື່ມມືເຂົ້າມາຢ່າງວອງໄວ​ຂອງ CCV ຢູ່​ເມືອງ ຝູນິງ.

​ໃນ​ບັນດາມື້​ຕົ້ນໆ, ກຽນ ສ່ວນຫຼາຍບໍ່​ເວົ້າ​, ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຕັ້ງສະມາທິ ແລະ ຢ້ານ​ສຽງ​ດັງ. ​ແຕ່​ຍ້ອນ​ຄວາມ​ມານະ​ພະຍາຍາມ​ຂອງ​​ຖັນແຖວຄູ​ສອນ CCV ​ແລະ ຄອບຄົວ​, ພາຍຫຼັງ 6 ​ເດືອນ, ກຽນ ມີ​ຄວາມ​ກ້າວໜ້າຢ່າງກະໂດດຂັ້ນ. ລາວເລີ່ມຕົ້ນເວົ້າຄໍາດຽວເຊັ່ນ "ພໍ່", "ແມ່", "ລົດ", ກ້າວໄປສູ່ການປະກອບປະໂຫຍກ ແລະ ຕອບຄໍາຖາມສັ້ນ. ກຽນ ຄຸ້ນເຄີຍກັບການເຄື່ອນໄຫວຮ່ຳຮຽນ ແລະ ການເຄື່ອນໄຫວທາງດ້ານຮ່າງກາຍ, ຮູ້ຈັກນັບຕົວເລກ, ຮູ້ຈັກສີ, ຫຼິ້ນເກມຢ່າງໝັ້ນໃຈ, ຍິ່ງໄປກວ່ານັ້ນແມ່ນຮ້ອງເພງເຍົາວະຊົນທີ່ລາວມັກ.

ປະຈຸ​ບັນ, ກຽນ ​ໄດ້ເຊື່ອມໂຍງເຂົ້າ​ໃນ​ໂຮງຮຽນ​ອະນຸບານ​ຢ່າງ​ສຳ​ເລັດ​ຜົນ, ກິນ​ອາຫານ​​ດ້ວຍຕົນ​ເອງ, ນອນ​ຫຼັບ​ສະໜິດ ​ແລະ ຮູ້​ວິທີ​ສະ​ແດງ​ຄວາມ​ຕ້ອງການ​ຜ່ານ​ພາສາ.

ChildCare Vietnam: ບ່ອນອີງໃຫ້ສຳລັບເດັກພິການ

ນ້ອງ ຫງວຽນ​ຈີກຽນ ໄດ້​ເຊື່ອມໂຍງເຂົ້າກັບ​ຫ້ອງ​ຮຽນອະນຸ​ບານ​ຢ່າງ​ສຳ​ເລັດ​ຜົນ. (ພາບ: CCV)

ຮູບແບບການສຶກສາພິເສດ

ນັບແຕ່ເລີ່ມໜູນຊ່ວຍເດັກພິການຢູ່ ກວາງນາມ ໃນປີ 2017, CCV ໄດ້ກໍ່ສ້າງ 2 ໂຄງການຄຽງຄູ່ກັນຄື: ໜູນຊ່ວຍເດັກພິການ ແລະ ເດັກກຳພ້າຢູ່ໝູ່ບ້ານຮວ່າບິ່ງ ກວາງນາມ ແລະ ເບິ່ງແຍງເດັກພິການຢູ່ເມືອງ ຟູນິງ.

ຕາມ​ທ່ານ ຟ້າ​ມຮິ້ວອານ, ຜູ້ອຳນວຍການ​ໂຄງການ CCV ​ແລ້ວ, ອົງການ​ນີ້​ພວມ​ຜັນຂະຫຍາຍ 2 ​ໂຄງການ​ສຶກສາ​ພິ​ເສດ​ໃຫ້​ເດັກ​ພິການ ​ລວມມີ:

ທີໜຶ່ງ, ຮູບແບບ AAC ໃຊ້ກັບເດັກນ້ອຍ 7 ປີຂຶ້ນໄປ. ໂຄງການນີ້ສ້າງແຜນການສຶກສາສ່ວນບຸກຄົນໂດຍອີງໃສ່ການຕີລາຄາທຳອິດ.

ທີສອງ, ຮູບແບບການເຂົ້າຊ່ວຍຢ່າງວອງໄວສໍາລັບເດັກນ້ອຍອາຍຸ 3 ຫາ 6 ປີ ແມ່ນສຸມໃສ່ການຄົ້ນຫາ ແລະ ເຂົ້າຊ່ວຍຢ່າງທັນເວລາ "ໄລຍະທອງ" ຂອງເດັກນ້ອຍ.

ນອກ​ຈາກນັ້ນ, CCV ຍັງປະຕິບັດບັນດາ​ຊຸດ​ຮຽນ​ບຳລຸງສ້າງ​ຄວາມ​ຮູ້ນອກໂມງຮຽນໃຫ້​ເດັກ​ກຳພ້າ​ຢູ່​ບ້ານ​ ຮວ່າບິ່ງ​ ກວາງ​ນາມ.

ລັກສະນະພິເສດຂອງ CCV ແມ່ນການເຊື່ອມຕໍ່ລະຫວ່າງໂຮງຮຽນ ແລະ ຄອບຄົວ. ພໍ່​ແມ່ຜູ້ປົກຄອງ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ແນະ​ນຳວິທີຊ່ວຍເຫຼືອເດັກນ້ອຍຢູ່ເຮືອນ​​ເທົ່າ​ນັ້ນ, ຫາກ​ຍັງ​ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ​ເພື່ອ​ຍົກສູງ​ທັກ​ສະ​ໃນ​ການ​ດູ​ແລ​ເດັກ​ພິ​ການອີກດ້ວຍ.

ຕາມ​ທ່ານ ​ອານ​ ແລ້ວ, ຄວາມ​ຫຍຸ້ງຍາກ​ໃຫຍ່​ທີ່​ສຸດ​ຂອງ CCV ​ແມ່ນ​ບັນຫາ​ການ​ເງິນ. "ການບໍລິການການສຶກສາພິເສດແມ່ນຮຽກຮ້ອງຕ້ອງມີຄ່າໃຊ້ຈ່າຍສູງ ເພາະວ່າຕ້ອງຮັບປະກັນອັດຕາສ່ວນຄູສອນ - ນັກຮຽນ (1: 3) ແລະ ການນໍາໃຊ້ຫຼາຍເຄື່ອງມື. ພໍ່​ແມ່ຜູ້ປົກຄອງ​ບາງ​ຄົນ​ຍັງ​ມີ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ຂອງ​ລາຍ​ການ ແລະ ຫວັງຢາກລູກຂອງຕົນ​ຮຽນ​ຢູ່​ໃນ​ສະ​ພາບ​ແວດ​ລ້ອມ​ຂອງ​ຊຸມ​ຊົນ, ເຖິງ​ແມ່ນ​ວ່າ​ຄວາມ​ສາ​ມາດ​ຂອງ​ລູກຍັງ​ບໍ່​ເໝາະ​ສົມ,” ທ່ານກ່າວ​.

ຢ່າງໃດກໍຕາມ, CCV ໄດ້ບັນລຸຜົນເປັນໜ້າສົ່ງເສີມ. ຕາມ​ການ​ລາຍ​ງານ​ຂອງ​ອົງການ​ແລ້ວ, ຢູ່​ບ້ານຮວ່າບິ່ງ​ ກວາງ​ນາມ, CCV ​ໄດ້​ໜູນ​ຊ່ວຍ​ເດັກ​ພິການ 17 ຄົນ​ເຂົ້າ​ຮ່ວມ​ລາຍການ​ສຶກສາ​ພິ​ເສດ; ເດັກກຳພ້າ 22 ຄົນ ເຂົ້າຮ່ວມລາຍການບຳລຸງສ້າງຄວາມຮູ້ນອກໂມງຮຽນ.

ຢູ່​ເມືອງ​ຝູ​ນິງ, ມີ​ເດັກ​ພິການ 48 ຄົນ​ເຂົ້າ​ຮ່ວມ​ລາຍການ​ສຶກສາ​ພິ​ເສດ, ​ໃນ​ນັ້ນ ມີ 9 ຄົນ​ໄດ້​ເຊື່ອມໂຍງ​ເຂົ້າໃນລາຍການສຶກສາຊຸມ​ຊົນຢ່າງ​ສຳ​ເລັດ​ຜົນ.

ໃນໄລຍະຈະມາເຖິງ, CCV ຄາດວ່າຈະເປີດກວ້າງລາຍການບຳລຸງສ້າງວິຊາຊີບ, ໜູນຊ່ວຍຄໍາແນະນໍາອາຊີບໃຫ້ບັນດາເດັກນ້ອຍທີ່ມີອາການ Down, ມີການພັດທະນາຊັກຊ້າໃນຮູບແບບ AAC, ຊ່ວຍໃຫ້ພວກນ້ອງເຊື່ອມໂຍງເຂົ້າກັບສັງຄົມໄດ້ດີຂຶ້ນ.

ການຫັນເປັນດີຈີຕອນແມ່ນເຮັດໃຫ້ວິສາຫະກິດຂະໜາດນ້ອຍແລະກາງ ມີພື້ນຖານດີຈີຕອນ Make in Vietnam ຕື່ມອີກ

ການຫັນເປັນດີຈີຕອນແມ່ນເຮັດໃຫ້ວິສາຫະກິດຂະໜາດນ້ອຍແລະກາງ ມີພື້ນຖານດີຈີຕອນ Make in Vietnam ຕື່ມອີກ

ໄລ່ຮອດທ້າຍປີ 2021, ມີກວ່າ 220.000 ເທື່ອຄົນເຂົ້າເວັບໄຊ Smedx.vn ແລະ ມີວິສາຫະກິດປະມານ 37.000 ແຫ່ງໄດ້ສຳຜັດກັບຂໍ້ມູນທີ່ມີປະໂຫຍດກ່ຽວກັບການຫັນເປັນດີຈີຕອນ.

Collectif Vietnam Dioxine ຕໍ່ສູ້ເພື່ອສະໜັບສະໜູນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

Collectif Vietnam Dioxine ຕໍ່ສູ້ເພື່ອສະໜັບສະໜູນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

ຍ​ສ​ໝ - ບັນ​ດາ​ສະ​ມາ​ຊິກ​ຂອງ Collectif Vietnam Dioxine ດ້​ວຍ​ຈິດ​ໃຈ “ກ້າ​ຫານ, ອົດ​ທົນແລະຄວາມ​ຫວັງ” ຈະ​ຍັງ​ຄົງ​ສືບ​ຕໍ່​ການ​ຕໍ່​ສູ້​ຍາດ​ເອົາ​ຄວາມ​ຍຸ​ຕິ​ທຳແລະການ​ສະ​ໜັບ​ສະ​ໜູນ​ຊ່ວຍເຫຼືອບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ.

ເບິ່ງເພີ່ມເຕີມໃນ: ຄອບຄົວຫວຽດນາມ

ເບິ່ງເພີ່ມເຕີມ
ເຫດການ