![]() | ສື່ມວນຊົນ 4 ແຂວງພາກໃຕ້ ຢ້ຽມຢາມ-ແລກປ່ຽນບົດຮຽນ ຢູ່ສະຖານີວິທະຍຸ-ໂທລະພາບບິ່ງດິ້ງ |
![]() | ສື່ມວນຊົນ, ເຜີຍແພ່ແນະນຳການທ່ອງທ່ຽວຫວຽດນາມ ເພື່ອດຶງດູດນັກທ່ອງທ່ຽວສາກົນ |
![]() |
ລາຍການປີໃໝ່ປະະຈຳຊາດ ຫວຽດນາມ - ປີໃໝ່ບໍ່ພຽງແຕ່ແມ່ນໂອກາດເພື່ອຊອກຫາຄວາມຊົງຈຳທີ່ສວຍງາມຂອງປີໃໝ່ບູຮານເທົ່ານັ້ນ, ຫາກຍັງແມ່ນການເຄື່ອນໄຫວວັດທະນະທຳເພື່ອແນະນຳໃຫ້ເຖິງເພື່ອນມິດສາກົນກ່ຽວກັບ ຫວຽດນາມ ທີ່ເຕັມໄປດ້ວຍສີສັນ, ຄວາມເປັນມິດ ແລະ ຮັກແພງແຂກຄົນ. ພາບປະກອບ: ແທງຕຸ່ງ/ສຳນັກຂ່າວສານ ຫວຽດນາມ |
ສຳນັກຂ່າວສານ ຫວຽດນາມ ປະຈຳ ອາເມລິກາໃຕ້ ໄດ້ຄັດສະເໜີບົດຂຽນຂອງໜັງສືພິມ Diario LaR ເມື່ອບໍ່ດົນມານີ້, ໃນນັ້ນກໍ່ເນັ້ນໜັກໃນຕະຫຼອດໄລຍະປະຫວັດສາດອັນຍາວນານ, ຫວຽດນາມ ໄດ້ຜ່ານຜ່າຂະບວນການພັດທະນາສັງຄົມດ້ວຍບັນດາການປ່ຽນແປງວັດທະນະທຳທີ່ໜ້າສົນໃຈ, ໄດ້ຮັບຜົນກະທົບຂອງໄລຍະໂລກາພິວັດໃນປະຈຸບັນ ກໍ່ຄືແມ່ນບັນດາປັດໄຈຢູ່ພາຍໃຕ້ໄລຍະລ່າເມືອງຂຶ້ນ, ຊຸມວັນສົງຄາມ, ປະກອບສ່ວນເຂົ້າໃນຄວາມຫຼາກຫຼາຍດ້ານວັດທະນະທຳຂອງປະເທດ.
ໜັງສືພິມ ອູຣູກວາຍ ຍົກສູງຄວາມໄວໃນການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນຊຸມທົດສະວັດມໍ່ໆມານີ້, ໄດ້ມີຜົນກະທົບຢ່າງຫຼວງຫຼາຍເຖິງຂະບວນການຫັນເປັນຕົວເມືອງຂອງປະເທດຊາດ. ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ໄດ້ເຫັນປະຈັກຕາການເພີ່ມຂຶ້ນຂອງປະຊາກອນຢ່າງວ່ອງໄວ, ດ້ວຍກະແສການເຄື່ອນຍ້າຍຈາກຊົນນະບົດໄປສູ່ຕົວເມືອງ ເພື່ອຊອກຫາໂອກາດວຽກເຮັດງານທຳ ແລະ ການສຶກສາ.
ຕາມ Diario LaR ແລ້ວ, ການສຶກສາແມ່ນປັດໄຈພື້ນຖານໃນຂະບວນການຫັນປ່ຽນສັງຄົມຂອງ ຫວຽດນາມ. ລັດຖະບານ ຫວຽດນາມ ໄດ້ລົງທຶນເຂົ້າໃນການເປີດກວ້າງການສຶກສາພາກລັດ ແລະ ປັບປຸງຄວາມສາມາດການເຂົ້າເຖິງການສຶກສາມະຫາວິທະຍາໄລ, ປະກອບສ່ວນພັດທະນາກຳລັງແຮງງານທີ່ມີສີມືແຮງງານສູງ, ຍົກສູງການກ້າວຂຶ້ນໃນສັງຄົມ ແລະ ປົດປ່ອຍແມ່ຍິງ. ໃນຊຸມທົດສະວັດມໍ່ໆມານີ້, ໄດ້ມີຄວາມຄືບໜ້າໃນການປົດປ່ອຍແມ່ຍິງຢູ່ ຫວຽດນາມ. ແມ່ຍິງນັບມື້ນັບໄດ້ຮັບຖານະທີ່ຕັ້ງທີ່ສູງຂຶ້ນໃນສັງຄົມ ເມື່ອເຂົ້າຮ່ວມໃນກຳລັງອອກແຮງງານຢ່າງຕັ້ງໜ້າ, ກໍ່ຄືໃນການເຄື່ອນໄຫວດ້ານການເມືອງ ແລະ ວັດທະນະທຳ.
![]() |
ຮູບພາບຫນ້າຈໍຂອງບົດຄວາມກ່ຽວກັບວັດທະນະທໍາ ຫວຽດນາມ ຂອງໜັງສືພິມ Diario LaR, ອູຣູກວາຍ. ພາບ: ຢ້ຽວເຮື່ອງ/ສຳນັກຂ່າວສານ ຫວຽດນາມ ປະຈຳ ອາເມລິກາໃຕ້ |
ໃນບັນດາການປ່ຽນແປງກ່ຽວກັບວັດທະນະທຳ, ເຖິງວ່າມູນເຊື້ອ ແລະ ຮີດຄອງປະເພນີຫຼາຍຢ່າງໄດ້ຮັບການຮັກສາໄວ້ກໍ່ຕາມ, ແຕ່ ຫວຽດນາມ ຍັງຄົງໄດ້ຮັບຜົນກະທົບຈາກຫຼາຍພື້ນຖານວັດທະນະທຳຕ່າງໆ ແລະ ສ້າງການສະຫຼັບທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະ. ການຫັນເປັນໂລກາພິວັດໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ວັດທະນະທຳ ຫວຽດນາມ, ໃນນັ້ນ ມີເຕັກໂນໂລຢີສູງ, ທ່າອ່ຽງແຟຊັນ ແລະ ວິຖີຊີວິດໃໝ່. ຊາວໜຸ່ມ ຫວຽດນາມ ໄດ້ຮັບເອົາບັນດາປັດໄຈຂອງວັດທະນະທຳທົ່ວໂລກ ໃນຂະນະທີ່ຍັງອະນຸລັກກົກເຄົ້າເຫງົ້າກໍວັດທະນະທຳທີ່ເປັນມູນເຊື້ອ.
ການພັດທະນາສັງຄົມ ແລະ ການປ່ຽນແປງກ່ຽວກັບວັດທະນະທຳຢູ່ ຫວຽດນາມ ສ່ອງແສງໃຫ້ເຫັນຄວາມໝັ້ນຄົງທົນທານ ແລະ ຄວາມສາມາດປະດິດສ້າງຂອງປະຊາຊົນໃນຕະຫຼອດໄລຍະປະຫວັດສາດອັນຍາວນານ, ໜັງສືພິມ Diario LaR ເນັ້ນໜັກ.
![]() | ສື່ມວນຊົນ ຟີລິບປິນ ແລະ ອິນໂດເນເຊຍ ໄດ້ຍ້ອງຍໍອາຫານຫວຽດນາມ ຍສໝ - ບັນດາຫນັງສືພິມແຖວໜ້າຂອງ ຟີລິບປິນ ແລະ ອິນໂດເນເຊຍ ຫາກກໍມີບັນດາບົດຄວາມແນະນຳ, ຍ້ອງຍໍອາຫານທີ່ຫຼາກຫຼາຍ, ເປັນເອກະລັກສະເພາະຢູ່ 2 ນະຄອນຂອງ ຫວຽດນາມ ຄື: ນະຄອນ ໂຮ່ຈີມິນ ແລະ ນະຄອນ ດານັງ. |
![]() | ສື່ມວນຊົນ ອາກຊັງຕິນ: ໄຊຊະນະດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ ຍສໝ - ບັນດາໜັງສືພິມໃຫຍ່ຂອງ ອາກຊັງຕິນ ໄດ້ລົງພິມບົດຄວາມກ່ຽວກັບການໄຊຊະນະດ້ຽນບຽນຝູ, ຢືນຢັນວ່າການໄຊຊະນະນີ້ບໍ່ພຽງແຕ່ໄດ້ສົ່ງຜົນສະທ້ອນເຖິງປະຫວັດສາດຂອງຫວຽດນາມເທົ່ານັ້ນ, ຫາກຍັງປ່ຽນແປງສະພາບການໂລກອີກດ້ວຍ. |
ແທັງຮັ່ງ