ສື່ມວນຊົນ ຟີ​ລິບ​ປິນ ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ຍ້ອງຍໍ​ອາຫານ​ຫວຽດນາມ

09:54 | 03/06/2024

ຍສໝ - ບັນດາຫນັງ​ສື​ພິມແຖວ​ໜ້າ​ຂອງ​ ຟີ​ລິບ​ປິນ ​ແລະ ອິນ​ໂດ​ເນ​ເຊຍ ຫາກກໍມີບັນດາ​ບົດ​ຄວາມ​ແນະນຳ, ຍ້ອງຍໍ​ອາຫານ​ທີ່​ຫຼາກ​ຫຼາຍ, ເປັນ​ເອກະລັກ​ສະ​ເພາະ​ຢູ່ 2 ນະຄອນ​ຂອງ ຫວຽດນາມ ຄື: ນະຄອນ ​ໂຮ່ຈີ​ມິນ ​ແລະ ນະຄອນ ດານັງ.

ຫຼາຍ​ຂໍ້​ສະ​ເໜີ ​ເພື່ອ​​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ​ເນ​ປານ
ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ

Philstar ໂດຍແມ່ນໜຶ່ງໃນບັນດາໜັງສືພິມແຖວໜ້າ ຟີລິບປິນ ໄດ້ມີບົດຂຽນກ່ຽວກັບເຫດການ ດ່ານັ້ງ ຫາກໍ່ໄດ້ເອົາລົງເຂົ້າບັນຊີລາຍຊື່ ປະເມີນຜົນ “ການຕິດດາວ” ຂອງ Michelin Guide ເຊິ່ງແມ່ນຄູ່ມືອາຫານການກິນ, ຈັດອັນດັບຮ້ານອາຫານມີຊື່ສຽງທີ່ສຸດໃນໂລກ. Philstar ຕີລາຄາ ດ່ານັ້ງ ບໍ່ພຽງແຕ່ ແມ່ນສະຖານທີ່ທ່ອງທ່ຽວ ໄດ້ຮັບການຍ້ອງຍໍຈາກໂລກ ເທົ່ານັ້ນ ຫາກຍັງແມ່ນຈຸດນັດພົບໃຫ້ແກ່ຜູ້ຄົນນິຍົມອາຫານການກິນ. Philstar ຕັກເຕືອນແຂກທ່ອງທ່ຽວ ບໍ່ຄວນພາດໂອກາດເຂົ້າບັນດາຮ້ານອາຫານທະເລ ດ້ວຍອາຫານທີ່ສົດ ແລະ ເຍື່ອງອາຫານທີ່ແຊບນົວຕ່າງໆຕາມແຄມທາງ.

Tempo ໜັງສືພິມທີ່ມີຊື່ສຽງຢູ່ ອິນໂດເນເຊຍ ໄດ້ເຕື້ອງເຖິງເຫດການນະຄອນ ໂຮ່ຈີມິນ ຈັດຢູ່ອັນດັບທີ 4 ໂລກ ແລະ ນຳໜ້າອາຊີ ໃນບັນຊີລາຍຊື່ “20 ນະຄອນອາຫານການກິນດີທີ່ສຸດໃນໂລກ” ໂດຍວາລະສານ “Time Out” ຂອງອັງກິດເລືອກເອົາ. ໜັງສືພິມ Tempo ໄດ້ຢັ້ງຢືນຄືນໃໝ່ການຍ້ອງຍໍຂອງສື່ມວນຊົນສາກົນ ແລະ ພາກພື້ນ ຕໍ່ລົດຊາດຂອງອາຫານການກິນ ຫວຽດນາມ. Tempo ໃຫ້ຮູ້ວ່າ ແຂກທ່ອງທ່ຽວ ອາດຈະຊິມບັນດາເຍື່ອງອາຫານທີ່ແຊບທີ່ສຸດຢູ່ ນະຄອນ ໂຮ່ຈີມິນ ນັບແຕ່ບັນດາຮ້ານອາຫານແຄມທາງ ຈົນຮອດບັນດາຮ້ານອາຫານໄດ້ຕິດດາວ ຂອງ Michelin Guide.

ສື່ມວນຊົນ ຟີ​ລິບ​ປິນ ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ຍ້ອງຍໍ​ອາຫານ​ຫວຽດນາມ
Báo Philstar của Philippines giới thiệu ẩm thực thành phố Đà Nẵng

ໜັງ​ສື​ພິມ Philstar ຟີ​ລິບ​ປິນ ​ແນະ​ນຳ​ອາ​ຫານ​ນະ​ຄອນ ​ດາ​ນັງ

Philstar ໄດ້ອ້າງຄຳເວົ້າຂອງ ທ່ານ Gwedal ​​​​Pullennec, ຜູ້ອຳນວຍການສາກົນ Michelin Guide, ຢືນຢັນວ່າ ພາຍຫຼັງນະຄອນ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ການເພີ່ມນະຄອນ ດ່ານັງ ເຂົ້າໃນ "ຄອບຄົວ" Michelin Guide ແມ່ນຫຼັກຖານພະຍານກ່ຽວກັບຄວາມສົດຊື່ນ, ຄຸນນະພາບຂອງອາຫານ ຫວຽດນາມ, ກໍຄືຄວາມອຸດົມສົມບູນ, ຄວາມຫນ້າເຊື່ອຖືຂອງວັດທະນະທໍາອາຫານຂອງບັນດາພາກພື້ນ. ບັນດາຜູ້ປະເມີນ Michelin Guide ໄດ້ເລີ່ມເຮັດວຽກແລ້ວ ແລະ ຄາດວ່າ ໃນເດືອນ ມີຖຸນາ ຈະປະກາດບັນຊີລາຍຊື່ຮ້ານອາຫານ, ຮາກຖານການກິນດື່ມທີ່ມີ່ຄຸນນະພາບທີ່ສຸດຂອງ ຫວຽດນາມ ຕໍ່ນັກທ່ອງທ່ຽວ ແລະ ຜູ້ທີ່ມັກອາຫານສາກົນ.

ບົນຄໍລຳ “ອາຫານ ແລະ ການບັນເທິງ”, ໜັງສືພິມ Philstar ໄດ້ຕີລາຄາວ່າ ນະຄອນ ດານັງ ບໍ່ພຽງແຕ່ໄດ້ຮັບການຍ້ອງຍໍຄືຈຸດໝາຍປາຍທາງທ່ອງທ່ຽວຈາກໂລກເທົ່ານັ້ນ ຫາກຍັງແມ່ນຈຸດໝາຍປາຍທາງຂອງບັນດາຜູ້ທີ່ມັກອາຫານອີກດ້ວຍ.

ດ້ວຍ​ຖາ​ນະ​ທີ່ພາກພູມໃຈ​ເປັນ “ເອກອັກຄະລັດຖະທູດທາງດ້ານອາ​ຫານ” ພາກ​ກາງ ຫວຽດ​ນາມ, ດານັງ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈຢ່າງແຂັ້ມແຂງ​ໃຫ້​ຜູ້​ປະ​ເມີນ Michelin Guide ກ່ຽວກັບ​ຄຸນ​ນະ​ພາບ ແລະ ຄວາມ​ຫຼາກ​ຫຼາຍ​ຂອງຜະລິດຕະພັນພິເສດ​ທ້ອງ​ຖິ່ນ​ຄື: ໝີ່ກວາງ, ຂາຍ​ຈ໋າປາ, ເຂົ້າໜົມຈືນ... Philstar ໃຫ້ຂໍ້ສັງເກດວ່າ ນັກທ່ອງທ່ຽວບໍ່ສາມາດພາດຮ້ານອາຫານທະເລດ້ວຍອາຫານສົດໆນັບບໍ່ຖ້ວນ ແລະ ອາຫານແຊບໆທີ່ສາມາດຊິມໄດ້ບົນຖະຫນົນເຊັ່ນ ເຂົ້າຈ້າວເປັດ. ນອກຈາກບັນດາເຍື່ອງອາຫານພິເສດ ແລະ ອາຫານພື້ນເມືອງ, ນະຄອນ ດານັງ ຍັງນຳເອົາບັນ​ຍາ​ກາດອາຫານທີ່ມີຊີວິດຊີວາ, ໄດ້ເປັນຮູບເປັນຮ່າງໂດຍບັນດາພໍ່ຄົວ, ແມ່ຄົວທ້ອງຖິ່ນທີ່ຮູ້ໝູນໃຊ້ທີ່ສູດຜະລິດຕະພັນທ້ອງຖິ່ນ, ກໍ່ຄືບັນດາພໍ່ຄົວ, ແມ່ຄົວສາກົນທີ່ຮັກແພງນະຄອນ ດານັງ ສະນັ້ນ ຈື່ງນຳເອົາມານີ້ສິ່ງຍອດຢ້ຽມອາຫານຂອງບ້ານເກີດເມືອງນອນຂອງຕົນ.

ຫນັງ​ສື​ພິມ Tempo - ໜັງສືພິມທີ່ມີຊື່ສຽງຂອງ ອິນໂດເນເຊຍ - ວັນທີ 31 ພຶດສະພາ ຍັງໄດ້ກ່າວເຖິງເຫດການນະຄອນ ໂຮ່ຈີມິນ ຖືກຈັດອັນດັບທີ 4 ຂອງໂລກ ແລະ ນຳໜ້າ ອາຊີ ໃນບັນຊີລາຍຊື່ “20 ນະຄອນອາຫານດີທີ່ສຸດໃນໂລກ” ໂດຍວາລະສານ “Time Out” ຂອງ ອັງກິດ ເລືອກຕັ້ງ. ຫນັງ​ສື​ພິມ Tempo ຢືນຢັນ​ຄືນ​ໃໝ່​ຄຳ​ຍ້ອງຍໍ​ຂອງ​ບັນດາ​ສື່​ມວນ​ຊົນ​ສາກົນ ​ແລະ ພາກ​ພື້ນຕໍ່​ລົດ​ຊາດ “ບໍ່​ເຄີຍມີຄວາມສົມຍອມ” ຂອງ​ອາຫານ​ ຫວຽດນາມ ດ້ວຍ​ລົດ​ຊາດ​ຫວານ, ​ເຜັດ, ຫອມ​ປ້ອມ.

Tempo ໃຫ້ຮູ້ວ່າ ນັກທ່ອງທ່ຽວສາມາດຊີມລອງອາຫານທີ່ແຊບທີ່ສຸດຢູ່ ນະຄອນ ໂຮ່ຈີມິນ ໃນຮ້ານຂາຍອາຫານຕາມຖະຫນົນໄປຫາລະບົບຮ້ານອາຫານໄດ້ "ຕິດດາວ" ຂອງ Michelin Guide. ໜັງສືພິມ Tempo ​ເນັ້ນ​ໜັກ​ວ່າ ​ເຝີ​ແມ່ນ​ເຍື່ອງ​ອາ​ຫານ​ຕ້ອງ​ໄດ້ຊີມ ເມື່ອມາ​ຢ້ຽມ​ຢາມ​ນະ​ຄອນ ​ໂຮ່​ຈິ​ມິນ, ເພາະວ່າ ​ນີ້​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ທົ່ວໄປ, ມີ​ຊື່​ສຽງ​ຂອງ​ຊາວ ຫວຽດ​ນາມ ດ້ວຍ​ລົດ​ຊາດ​ຂອງຜັກກັ້ນກ່ຳ, ນ້ຳເຕົ້າຈ້ຽວ, ໝາກ​ເຜັດ...

ສື່ມວນຊົນ ອາກຊັງຕິນ: ໄຊຊະນະດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ ສື່ມວນຊົນ ອາກຊັງຕິນ: ໄຊຊະນະດ້ຽນບຽນຝູ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່

ຍສໝ - ບັນດາໜັງສືພິມ​ໃຫຍ່​ຂອງ ອາກຊັງຕິນ​ ​ໄດ້​ລົງ​ພິມ​ບົດ​ຄວາມ​ກ່ຽວ​ກັບການ​ໄຊຊະນະ​ດ້ຽນບຽນ​ຝູ, ຢືນຢັນ​ວ່າ​ການໄຊຊະນະ​ນີ້​ບໍ່​ພຽງ​ແຕ່​ໄດ້​ສົ່ງຜົນສະທ້ອນ​ເຖິງ​ປະຫວັດສາດ​ຂອງ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ປ່ຽນ​ແປງ​ສະພາບ​ການ​ໂລກ​ອີກ​ດ້ວຍ.

ເທື່ອທຽນເຫວ້ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ, ​ເພີ່ມ​ທະວີ ​ແລະ ຜັນຂະຫຍາຍສາຍພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ເທື່ອທຽນເຫວ້ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ, ​ເພີ່ມ​ທະວີ ​ແລະ ຜັນຂະຫຍາຍສາຍພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ

ຍສໝ - ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ Hitomi Tatsuya, ຜູ້ອຳນວຍການພະແນກພົວພັນຕ່າງປະເທດຂອງແຂວງ Nara (ຍີ່​ປຸ່ນ) ທີ່​ການ​ພົບ​ປະ​ກັບ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ເນື່ອງ​ໃນ​ການຢ້ຽມຢາມ ແລະ ​ເຮັດ​ວຽກ​ຂອງຄະນະ​ປະຕິບັດງານ​ຢູ່​ແຂວງ ເທື່ອ​ທຽນ​ເຫ້ວ ໃນວັນທີ 21 ມີນາ.

ມິງດຶກ

ເຫດການ
302 Found

Found

The document has moved here.