ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ກະ​ແສ​ຂອງ​ຍຸກ​ສະ​ໄໝ

00:00 | 19/12/2024

ຍສໝ​ -​ ໃນສະພາບການປັດຈຸບັນ, ຫວຽດນາມ ຕ້ອງຢຶດໝັ້ນກັບເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ເພີ່ມທະວີກຳລັງແຮງສັງລວມຂອງຊາດ, ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນໃນທຸກກໍລະນີ.

ບັນດາຈຸດປາຍທາງ​ສວຍ​ງາມ​ທີ່​ສຸດ​ຂອງ​ ຫວຽດ​ນາມ ຕາມ​ການ​ແນະ​ນຳ​ຂອງ​ສື່​ມວນ​ຊົນ​ສາ​ກົນ
ແກງ​ສົ້ມປາ​​ຂອງ​ຫວຽດ​ນາມ​ແມ່ນ​ຕິດ​ອັນດັບ 10 ​ອາ​ຫານ​ປະເພດປາ​ທີ່​ແຊບ​ທີ່​ສຸດ​ໃນ​ໂລກ

2024 ຫວຽດນາມ ໄດ້ສ້າງຂີດໝາຍຫຼາຍຢ່າງໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ສ້າງປະຖົມປັດໄຈອັນສຳຄັນເພື່ອໃຫ້ທັງປະເທດບຸກທະລຸ, ຊຸກຍູ້ປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ, ກ້າວເຂົ້າສູ່ສັງກາດໃໝ່ດ້ວຍຄວາມໝັ້ນແກ່ນ. ເນື່ອງໃນໂອກາດປີໃໝ່ 2025, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ແບ່ງປັນກັບສື່ມວນຊົນກ່ຽວກັບຜົນງານນີ້ໃນການເຄື່ອນໄຫວປະຕິຮູບຕຸລາການ, ພົວພັນຕ່າງປະເທດ ແລະ ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ກະ​ແສ​ຂອງ​ຍຸກ​ສະ​ໄໝ

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ

ເມື່ອແບ່ງປັນກ່ຽວກັບບັນດາຜົນງານໃນການເຄື່ອນໄຫວພົວພັນຕ່າງປະເທດ ປີ 2024, ບັນດາກຳນົດທິດໃຫ້ແກ່ວຽກງານພົວພັນຕ່າງປະເທດປີ 2025, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໃຫ້ຮູ້ວ່າ ການພົວພັນຕ່າງປະເທດ - ການທູດ ຫວຽດນາມ ສືບຕໍ່ຢັ້ງຢືນໄດ້ບົດບາດນຳໜ້າພາທາງ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄດ້ຢ່າງໝັ້ນແກ່ນ; ຮັບໃຊ້ການພັດທະນາ ແລະ ຍົກສູງທີ່ຕັ້ງ, ຖານະບົດບາດ, ອິດທິພົນໃໝ່ຂອງປະເທດໄດ້ເປັນຢ່າງດີ.

ກ່ຽວກັບບັນດາໜ້າທີ່ຈຸດສຸມເພື່ອປົກປັກຮັກສາປະເທດຊາດໃນສະພາບການໃໝ່, ທ່ານປະທານປະເທດ ເນັ້ນໜັກວ່າ ໃນສະພາບການປັດຈຸບັນ, ຫວຽດນາມ ຕ້ອງຢຶດໝັ້ນກັບເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ເພີ່ມທະວີກຳລັງແຮງສັງລວມຂອງຊາດ, ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນໃນທຸກກໍລະນີ.

5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ 5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ

ຍສໝ - 5 ນະຄອນ​ຂອງ​ຫວຽດນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ​ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ​ ແຕ່ເດືອນ 6 ຫາ​ວັນ​ທີ 24 ມິຖຸນາ​ ລວມມີ: ນະຄອນ ​ໂຮ່ຈີ​ມິນ, ດາ​ນັງ, ຮ່າ​ໂນ້ຍ, ​ໂຮ້ຍອານ, ຢ່າ​ຈາ່ງ.

ການ​ທູດ “ ໄມ້​ໄຜ່​ຫວຽດ​ນາມ” ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​ເທດຊາດ ການ​ທູດ “ ໄມ້​ໄຜ່​ຫວຽດ​ນາມ” ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​ເທດຊາດ

ຍສໝ - ບົດ​ຂຽນທີ່​ລົງ​​ໃນ​ວັນ​ທີ 1 ມັງກອນ​ ໃນ​ເວັບ​ໄຊ Equilibrium Global ຂອງ ອາກ​ເຈນຕນາ ​ໃຫ້ຂໍ້ສັງເກດວ່າ: ຄະນະຝ່າຍ​ການ​ທູດ​ທີ່​ເຂັ້ມຂຸ້ນໄປດ້ວຍສີສັນ “​ໄມ້​ໄຜ່​ຫວຽດນາມ” ​ໄດ້​ນຳ​ມາເຊິ່ງບົດບາດ​ໃຫ້ກັບ ຫວຽດນາມ ນັບ​ມື້​ນັບ​ໃຫຍ່​ຫຼວງ​ບົນ​ເວທີ​ສາກົນ.

ມີງດຶກ

ເຫດການ