ທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ໄດ້​ເຂົ້າຢ້ຽມຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີ ລາວ

12:19 | 14/04/2022

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ແລະ ເຮັດວຽກຢູ່​ລາວ, ຕອນ​ບ່າຍ​ວັນ​ທີ 11 ເມສາ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢຽນ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໄດ້ໄດ້ເຂົ້າຢ້ຽມຂໍ່ານັບທ່ານ​ນາຍົກລັດຖະມົນຕີ ລາວ ພັນ​ຄຳ ວິພາ​ວັນ.

ທ່ານ​ເລຂາ​ຄະນະພັກ​ນະ​ຄອນຮ່າ​ໂນ້ຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ທ່ານ​ເລຂາ​ຄະນະພັກ​ນະ​ຄອນຮ່າ​ໂນ້ຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio
ທ່ານ​ປະທານ​ປະ​ເທດ ສ.​ເກົາຫຼີ ​ເນັ້ນ​ໜັກ​ເຖິງ​ການ​ພົວພັນ​ກັບ ຫວຽດນາມ ທ່ານ​ປະທານ​ປະ​ເທດ ສ.​ເກົາຫຼີ ​ເນັ້ນ​ໜັກ​ເຖິງ​ການ​ພົວພັນ​ກັບ ຫວຽດນາມ
ທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ໄດ້​ເຂົ້າຢ້ຽມຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີ ລາວ
ທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ໄດ້​ເຂົ້າຢ້ຽມຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີ ລາວ. ພາບ: TTXVN

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ພັນ​ຄຳ ວິ​ພາ​ວັນ ເນັ້ນ​ໜັກ​ວ່າ ຜົນງານທີ່ມີແງ່ດີໃນດ້ານວົງ​ເງິນ​ການ​ຄ້າ​ລາວ-ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ ແມ່ນ​ເງື່ອນ​ໄຂ​ທີ່​ດີ ເພື່ອ​ຊ່ວຍ​ຟື້ນ​ຟູ​ເສດ​ຖະ​ກິດ​ລາວ ພາຍຫຼັງ​ໂລກ​ລະ​ບາດ Covid-19; ການ​ພັດທະນາ​ການ​ຄ້າ, ການ​ຮ່ວມ​ມື ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ຕ້ອງ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່ ​ແລະ ພັດທະນາ​ຢ່າງ​​ແຮງ​ກວ່າ​ອີກ ​ເພື່ອສົມກັບ​ສາຍ​ພົວພັນ​ທາງ​ການ​ເມືອງ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ລາວ-ຫວຽດນາມ.

ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢຽນ ຢືນຢັນ​ວ່າ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈະ​ມານະ​ພະຍາຍາມສົມທົບ​ກັບ​ບັນດາ​ກະຊວງ, ຂະແໜງການ​ທີ່​ກ່ຽວຂ້ອງກວ່າ​ອີກ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ຍາດ​ແຍ່ງ​ທ່າ​ແຮງ​ທີ່​ດີ​ທີ່​ສຸດ​ຂອງ​ລາວ ​ແລະ ຫວຽດນາມ, ສ້າງກົນ​ໄກ​ຮ່ວມ​ມື​ທີ່​ສະ​ດວກ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ ແລະ ສັງ​ຄົມ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ.

ກ່ອນ​ໜ້າ​ນັ້ນ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​​ຢຽນ ພ້ອມ​ກັບ​ທ່ານ ດາວ​ວົງ ພອນ​ແກ້ວ ລັດຖະມົນຕີ​ກະຊວງ​ພະລັງງານ ແລະ ​ບໍ່​ແຮ່ ລາວ ​ແລະ ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ລາວ ​ໄດ້​ເປັນ​ປະທານຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ລາວ - ຫວຽດນາມ ​ໃນ​ຂົງ​ເຂດ​ພະລັງງານ ​ແລະ ບໍ່​ແຮ່.

ໄຊພອນ

ເຫດການ
302 Found

Found

The document has moved here.