ຮືງອຽນເລັ່ງລັດການເກັບຕົວຢ່າງ ADN ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ກ່ອນບຸນເຕັດປີ 2027

19:42 | 31/05/2026

ຍສໝ - ແຂວງຮຶງອຽນ ພວກເລັ່ງລັດການຜັນຂະຫຍາຍ “ບັ້ນຮົບ 500 ວັນ ແລະ ຄືນ” ກ່ຽວກັບການຄົ້ນຫາ, ເກັບໂຮມ ແລະ ກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນຮູ້ຂໍ້ມູນ, ໃນນັ້ນ ຮຽກຮ້ອງໃຫ້ສຳເລັດການເກັບຕົວຢ່າງ ADN ຕໍ່ກັບບັນດາຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນກຳນົດເອກະລັກໄດ້ ກ່ອນບຸນສົງການປີ 2027 ແນໃສ່ຮັບໃຊ້ໃຫ້ແກ່ຕາການກວດສອບ, ຄືນຊື່ໃຫ້ແກ່ບັນດາວີລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ.

ADN ເປີດຄວາມຫວັງເພີ່ມເຕີມໃນການກຳນົດເອກະລັກຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ
ຫວຽດນາມ ເພີ່ມທະວີການປະສານສົມທົບກັບວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ ປີ ເອເປັກ (APEC) 2027

ໃນຕອນບ່າຍວັນທີ 25 ພຶດສະພາ, ຢູ່ທີ່ ປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ ຮຶງເຍີນ (ຕາແສງ ລອງຮຶງ, ແຂວງຮຶງອຽນ) - ບ່ອນພັກຜ່ອນຢ່າງສະຫງົບຂອງວີລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ 155 ທ່ານ, ປະທານຄະນະກໍາມະການປະຊາຊົນແຂວງຮຶງອຽນ ຫງວຽນແມັງກວຽນ ພ້ອມດ້ວຍບັນດາສະມາຊິກຄະນະຊີ້ນຳກ່ຽວກັບການຄົ້ນຫາ, ເກັບໂຮມ ແລະ ກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ (ຄະນະຊີ້ນຳ 515) ແຂວງ ໄດ້ວາງຊໍ່ດອກໄມ້, ຈຸດທູບອາໄລຫາ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ກັບການເສຍສະຫຼະຊີວິດຂອງບັນດາວີລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອພາລະກິດການຕໍ່ສູ້ກູ້ຊາດປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ.

ຮືງອຽນເລັ່ງລັດການເກັບຕົວຢ່າງ ADN ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ກ່ອນບຸນເຕັດປີ 2027

ປະທານຄະນະກໍາມະການປະຊາຊົນແຂວງຮຶງອຽນ ຫງວຽນແມັງກວຽນ ພ້ອມດ້ວຍຄະນະປະຕິບັດງານຊີ້ນຳ 515 ແຂວງ ໄດ້ວາງຊໍ່ດອກໄມ້, ຈຸດທູບອາໄລຫາ ຢູ່ທີ່ ປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ ຮຶງເຍີນ (ຕາແສງ ລອງຮຶງ, ແຂວງຮຶງອຽນ). (ຮູບ: VNA)

ໃນວັນດຽວກັນ, ການນຳແຂວງຮຶງອຽນ ໄດ້ເຮັດວຽກກັບຄະນະຊີ້ນຳ 515 ແຂວງ ກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍ “ບັ້ນຮົບ 500 ວັນ ແລະ ຄືນ ເລັ່ງລັດການຈັດຕັ້ງປະຕິບັດການຄົ້ນຫາ, ເກັບໂຮມ ແລະ ກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຕໍ່ກັບຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນກຳນົດຂໍ້ມູນໄດ້” ຢູ່ໃນທ້ອງຖິ່ນ.

ໃນກອງປະຊຸມ, ປະທານຄະນະກໍາມະການປະຊາຊົນແຂວງຮຶງອຽນ ໄດ້ຮຽກຮ້ອງໃຫ້ບັນດາກົມກອງທີ່ກ່ຽວຂ້ອງ ຟ້າວຟັ່ງເລັ່ງລັດຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັ້ນຮົບ, ໃນນັ້ນ ໜ້າທີ່ການເກັບຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນກຳນົດເອກະລັກໄດ້ ແມ່ນຕ້ອງໃຫ້ສຳເລັດ ກ່ອນບຸນສົງການປີ 2027.

ການນຳແຂວງກໍໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳ 515 ເອກະພາບໃນການແນະນຳກ່ຽວກັບຂັ້ນຕອນ, ເນື້ອໃນ ແລະ ວິທີການຜັນຂະຫຍາຍການເກັບຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ; ມອບໃຫ້ພະແນກພາຍໃນ ກວດກາຄືນ, ເອກະພາບຊື່ເອີ້ນຂອງບັນດາປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ ໃນທົ່ວແຂວງ ແນໃສ່ຮັບໃຊ້ໃຫ້ແກ່ວຽກງານການຜັນຂະຫຍາຍຢ່າງມີການສົມທົບກັນ. ບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຍັງຄົງຄ້າງ ທີ່ເກີນຂອບເຂດສິດອຳນາດ ແມ່ນໄດ້ຖືກຮຽກຮ້ອງໃຫ້ສັງລວມ, ລາຍງານຕໍ່ກະຊວງປ້ອງກັນປະເທດ ເພື່ອພິຈາລະນາ, ແກ້ໄຂ.

ຕາມຂໍ້ມູນຈາກກອງບັນຊາການທະຫານແຂວງຮຶງອຽນ, ປະຈຸບັນໃນທົ່ວແຂວງມີນັກຮົບເສຍສະຫຼະຊີວິດເພື່ອຊາດ 77.155 ທ່ານ ແລະ ປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ 230 ແຫ່ງ. ຍອດຈຳນວນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ຮັບການເກັບໂຮມກັບຄືນສູ່ທ້ອງຖິ່ນແມ່ນ 33.278 ກໍລະນີ. ໃນຈຳນວນນີ້, ຍັງມີຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ 4.512 ຂຸມ ທີ່ຍັງບໍ່ທັນກຳນົດເອກະລັກໄດ້ ເຊິ່ງຈຳເປັນຕ້ອງໄດ້ເກັບຕົວຢ່າງຜະລິດຕະພັນຊີວະພາບ ເພື່ອກວດສອບ ADN.

ກ່ອນໜ້ານັ້ນ, ນັບຕັ້ງແຕ່ວັນທີ 20-22 ພຶດສະພາ ປີ 2026, ຄະນະຊີ້ນຳ 515 ແຂວງ ໄດ້ຈັດຕັ້ງການຂຸດຄົ້ນ, ເກັບຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຕາມຂັ້ນຕອນເຕັກນິກທີ່ຖືກຕ້ອງ ເຊິ່ງແນະນຳໂດຍກະຊວງປ້ອງກັນປະເທດ. ຫົກຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນກຳນົດເອກະລັກໄດ້ ແມ່ນໄດ້ຮັບການເກັບຕົວຢ່າງຜະລິດຕະພັນຊີວະພາບຢ່າງຄົບຖ້ວນ ແລະ ປະຈຸບັນແມ່ນໄດ້ເກັບຮັກສາໄວ້ຊົ່ວຄາວ ຢູ່ທີ່ ຫ້ອງເກັບຮັກສາຕົວຢ່າງຂອງໂຮງໝໍມະໂຫສົດແຂວງຮຶງອຽນ ກ່ອນທີ່ຈະມອບໂອນໃຫ້ແກ່ສະຖາບັນນິຕິເວດກອງທັບ ເພື່ອຮັບໃຊ້ໃຫ້ແກ່ວຽກງານການກວດສອບ ADN.

ຫຼັງຈາກສຳເລັດການເກັບຕົວຢ່າງ, ກອງບັນຊາການທະຫານແຂວງ ໄດ້ສົມທົບກັບອຳນາດການປົກຄອງຕາແສງ ລອງຮຶງ ແລະ ບັນດາກຳລັງທີ່ກ່ຽວຂ້ອງ ດຳເນີນການບູລະນະ, ກໍ່ສ້າງຂຸມຝັງສົບຄືນໃໝ່ ຕາມການອອກແບບເດີມຂອງປ່າຊ້າຢ່າງຖືກຕ້ອງ, ຮັບປະກັນຄວາມສະຫງ່າຜ່າເຜີຍ ແລະ ສັກສິດ.

ຮືງອຽນເລັ່ງລັດການເກັບຕົວຢ່າງ ADN ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ກ່ອນບຸນເຕັດປີ 2027

ປະທານຄະນະກໍາມະການປະຊາຊົນແຂວງຮຶງອຽນ ຫງວຽນແມັງກວຽນ ພ້ອມດ້ວຍຄະນະປະຕິບັດງານຊີ້ນຳ 515 ແຂວງ ໄດ້ວາງຊໍ່ດອກໄມ້, ຈຸດທູບອາໄລຫາ ຢູ່ທີ່ ປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ ຮຶງເຍີນ (ຕາແສງ ລອງຮຶງ, ແຂວງຮຶງອຽນ). (ຮູບ: VNA)

ທັນວາເອກ ຮວ່າງວັນແທັງ, ຮອງປະທານການເມືອງ ກອງບັນຊາການທະຫານແຂວງຮຶງອຽນ ໃຫ້ຮູ້ວ່າ, ການຜັນຂະຫຍາຍ “ບັ້ນຮົບ 500 ວັນ ແລະ ຄືນ” ແມ່ນໜ້າທີ່ທີ່ມີຄວາມໝາຍຄວາມສຳຄັນເປັນພິເສດ, ສະແດງໃຫ້ເຫັນເຖິງຄຸນສົມບັດສິນທຳ “ກິນນ້ຳຄິດຫາແຫຼ່ງທີ່ມາ” ແລະ ຄວາມຮູ້ບຸນຄຸນຂອງພັກ, ລັດ ພ້ອມດ້ວຍປະຊາຊົນ ຕໍ່ກັບບັນດາວີລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ.

ຕາມທ່ານ ທັນວາເອກ ຮວ່າງວັນແທັງ, ວຽກງານການເກັບຕົວຢ່າງ, ມອບໂອນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຕໍ່ກັບ 6 ຂຸມຝັງສົບທີ່ຍັງບໍ່ທັນກຳນົດຂໍ້ມູນໄດ້ ຢູ່ທີ່ ປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ ຮຶງເຍີນ ແມ່ນໄດ້ຮັບການເອົາໃຈໃສ່ຊີ້ນຳຢ່າງສະໜິດແໜ້ນຈາກບັນດາຂັ້ນ, ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ບັນລຸໝາກຜົນໃນແງ່ຕັ້ງໜ້າ.

ແນວໃດກໍຕາມ, ຂະບວນການຜັນຂະຫຍາຍແມ່ນຍັງຄົງພົບຄວາມຫຍຸ້ງຍາກຫຼາຍປະການ ເນື່ອງຈາກໂຄງສ້າງຂອງຫຼາຍຂຸມຝັງສົບມີຄວາມຊັບຊ້ອນ, ອັດຖິແມ່ນຢູ່ເລິກກວ່າ 2m ພາຍໃຕ້ເປືອກຂຸມຝັງສົບສອງຊັ້ນ, ໃນຂະນະທີ່ໄລຍະຫ່າງລະຫວ່າງບັນດາຂຸມຝັງສົບແມ່ນແຄບ, ເຮັດໃຫ້ເກີດຄວາມຫຍຸ້ງຍາກໃຫ້ແກ່ວຽກງານການຂຸດຄົ້ນ ແລະ ແກ່ຍາວເວລາຈັດຕັ້ງປະຕິບັດ. ນອກຈາກນັ້ນ, ບາງເນື້ອໃນໃນຂັ້ນຕອນການເກັບຕົວຢ່າງ ຕາມຄຳແນະນຳການຝຶກອົບຮົມຂອງກະຊວງປ້ອງກັນປະເທດ ແມ່ນໄດ້ຮັບການປະເມີນວ່າ ຍັງບໍ່ທັນສອດຄ່ອງຢ່າງສົມບູນ ກັບເງື່ອນໄຂຕົວຈິງຢູ່ໃນທ້ອງຖິ່ນ.

ຕາມແຜນການ, ນັບຕັ້ງແຕ່ຕົ້ນເດືອນ ມິຖຸນາ ປີ 2026, ແຂວງຮຶງອຽນ ຈະຜັນຂະຫຍາຍການເກັບຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນກຳນົດເອກະລັກໄດ້ ພ້ອມກັນໃນທົ່ວທຸກປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ ໃນທົ່ວແຂວງ, ແນໃສ່ຮັບໃຊ້ໃຫ້ແກ່ວຽກງານການກວດສອບ ADN, ເຂົ້າສູ່ແຕ່ລະບາດກ້າວໃນການກຳນົດເອກະລັກ ແລະ ນຳພາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ກັບຄືນສູ່ຊື່ສຽງລຽງນາມຂອງຕົນເອງ.

APEC 2027: ນຳໃຊ້ APEC 2027: ນຳໃຊ້ "ພະລັງອຳນາດອ່ອນ" ເພື່ອເປີດທາງສູ່ອະນາຄົດ

ຍສໝ - ຍຸດທະສາດການທູດວັດທະນະທຳຂອງແຂວງ ອານຢາງ ໃນໄລຍະປີ 2026 - 2030 ໄດ້ກຳນົດການປ່ຽນແປງບັນດາມໍລະດົກວັດທະນະທຳ ແລະ ຄຸນຄ່າເອກະລັກທີ່ໂດດເດັ່ນຂອງແຂວງ ໃຫ້ກາຍເປັນກຳລັງແຮງອັນມະຫາສານ ເພື່ອຍົກລະດັບບົດບາດ ແລະ ຕຳແໜ່ງຂອງແຂວງໃນເວທີສາກົນ.

ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ອົງ​ການ VUFO ຄັ້ງ​ທີ VIII ອາ​ຍຸ​ການ 2022 – 2027 ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ອົງ​ການ VUFO ຄັ້ງ​ທີ VIII ອາ​ຍຸ​ການ 2022 – 2027

ຍ​ສ​ໝ - ວັນ​ທີ 30 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ອົງ​ການ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ VIII, ອາ​ຍຸ​ການ 2022 – 2027. ນີ້​ແມ່ນ​ເຫດ​ການ​ການ​ເມືອງ​ສຳ​ຄັນ, ສ້າງ​ຂີດ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ຄະ​ນະ​ຊາວ​ໜຸ່ມ ແລະ ຂ​ະ​ບ​ວນ​ການຊາວ​ໜຸ່ມ​ອົງ​ການ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ