| ກອງປະຊຸມໃຫຍ່ ສະຫະພັນກຳມະບານ ຫວຽດນາມ ຄັ້ງທີ XIV ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 3-5 ມິຖຸນາ | |
| ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາ ຫວຽດນາມ ຄັ້ງທີ IX ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 7 - 8 ມິຖຸນາ |
ນີ້ແມ່ນເຫດການການເມືອງທີ່ສຳຄັນ ຂອງຊົນຊັ້ນຊາວນາຫວຽດນາມ, ດຳເນີນໄປໃນທ່າມກາງສະພາບການທີ່ປະເທດຊາດ ກ້າວເຂົ້າສູ່ໄລຍະແຫ່ງການພັດທະນາໃໝ່, ທົ່ວລະບົບການເມືອງ ແມ່ນພວມສຸມໃສ່ຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະ ບັນດາມະຕິຍຸດທະສາດ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ.
ກ່ຽວກັບຂໍ້ມູນເນື້ອໃນຂອງກອງປະຊຸມໃຫຍ່, ທ່ານນາງ ຫງວຽນທິຫວຽດຮ່າ, ຮອງຫົວໜ້າຄະນະວຽກງານຊາວນາ (ສູນກາງສະມາຄົມຊາວນາຫວຽດນາມ) ໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ ຄັ້ງທີ IX ຈະມີການເຂົ້າຮ່ວມຂອງຜູ້ແທນສົມບູນ 600 ທ່ານ, ເຊິ່ງຕາງໜ້າໃຫ້ແກ່ສະມາຊິກ ແລະ ຊາວນາຫຼາຍກວ່າ 10 ລ້ານຄົນໃນທົ່ວປະເທດ. ໃນນັ້ນ ມີຜູ້ແທນໂດຍຕຳແໜ່ງ 66 ທ່ານ ເຊິ່ງແມ່ນກຳມະການຄະນະບໍລິຫານງານສູນກາງສະມາຄົມ ສະໄໝທີ VIII ແລະ ຜູ້ແທນແຕ່ງຕັ້ງ 534 ທ່ານ.
ຢູ່ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນຈະສົນທະນາ, ປະກອບຄຳເຫັນເຂົ້າໃນຫຼາຍເອກະສານທີ່ສຳຄັນ ເຊັ່ນ: ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງສະມາຄົມ ສະໄໝທີ VIII; ບົດລາຍງານສຳຫຼວດກວດກາຄະນະບໍລິຫານງານ ສະໄໝທີ VIII; ຮ່າງກົດລະບຽບສະມາຄົມສະບັບດັດແກ້, ເພີ່ມເຕີມ; ແຜນງານເຄື່ອນໄຫວຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່.
ກອງປະຊຸມໃຫຍ່ ກໍຈະຕັດສິນທິດທາງ, ເປົ້າໝາຍ, ຄາດໝາຍ ຂອງອາຍຸການ 2026-2031 ແລະ ເລືອກຕັ້ງຄະນະບໍລິຫານງານສູນກາງສະມາຄົມ ສະໄໝໃໝ່.
![]() |
| ທ່ານນາງ ຫງວຽນທິຫວຽດຮ່າ, ຮອງຫົວໜ້າຄະນະວຽກງານຊາວນາ (ສູນກາງສະມາຄົມຊາວນາຫວຽດນາມ) ໃຫ້ຂໍ້ມູນກ່ຽວກັບບັນດາເນື້ອໃນພື້ນຖານຂອງກອງປະຊຸມໃຫຍ່. (ຮູບ: VNA) |
ຕາມທ່ານນາງ ຫງວຽນທິຫວຽດຮ່າ ແລ້ວ, ການດັດແກ້ກົດລະບຽບສະມາຄົມໃນຄັ້ງນີ້ ແມ່ນແນໃສ່ຫັນບັນດາຂໍ້ກຳນົດໃໝ່ຂອງພັກ, ລັດ ແລະ ລັດຖະທຳມະນູນສະບັບດັດແກ້ ປີ 2025 ໃຫ້ເປັນອັນລະອຽດ, ສອດຄ່ອງກັບແນວທາງການຈັດວາງ, ປັບປຸງກົງຈັກໃຫ້ກະທັດຮັດ ຂອງລະບົບການເມືອງ ແລະ ຮູບແບບຂອງບັນດາການຈັດຕັ້ງການເມືອງ - ສັງຄົມ ທີ່ຂຶ້ນກັບແນວໂຮມປະເທດຊາດຫວຽດນາມ.
ກ່ຽວກັບທິດທາງໃນອາຍຸການໃໝ່, ກອງປະຊຸມໃຫຍ່ໄດ້ກຳນົດເປົ້າໝາຍສ້າງຕັ້ງສະມາຄົມຊາວນາຫວຽດນາມ ໃຫ້ເຂັ້ມແຂງ, ເສີມຂະຫຍາຍບົດບາດຂອງຊາວນາໃນຖານະເປັນເຈົ້າການ, ເປັນໃຈກາງ ໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ການສ້າງສາຊົນນະບົດໃໝ່; ປຸກລະດົມຄວາມມຸ່ງມາດປາດຖະໜາໃນການພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ສີວິໄລ, ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ ໃນຍຸກສະໄໝໃໝ່.
ຕາມນັ້ນ, ສະມາຄົມຈະສືບຕໍ່ດັດແປງໃໝ່ຕາມທິດທາງກະທັດຮັດທາງດ້ານການຈັດຕັ້ງ, ເຂັ້ມແຂງທາງດ້ານການເມືອງ ແລະ ການເຄື່ອນໄຫວ; ເອົາສະມາຊິກ, ຊາວນາເປັນໃຈກາງ, ເປົ້າໝາຍ ແລະ ແຮງຊຸກດັນໃນການດັດແປງໃໝ່ການເຄື່ອນໄຫວ; ເສີມຂະຫຍາຍບົດບາດຂອງຊາວນາທີ່ຜະລິດດຳເນີນທຸລະກິດເກັ່ງ, ຊາວນາດີເດັ່ນ ຄືດັ່ງບັນດາປັດໄຈແກນກາງເພື່ອແຜ່ຂະຫຍາຍຈິດໃຈແຫ່ງການດັດແປງໃໝ່, ສ້າງສັນໃນຊຸມຊົນ.
ທຸກການເຄື່ອນໄຫວຂອງສະມາຄົມ ແມ່ນໄດ້ຮັບການກຳນົດທິດທາງຢ່າງແຂງແຮງໄປສູ່ຮາກຖານ, ຕິດພັນກັບຜົນປະໂຫຍດຕົວຈິງຂອງຊາວນາ; ຊຸກຍູ້ການຮ່ວມສຳພັນການຜະລິດ, ພັດທະນາສະຫະກອນ, ປຸງແຕ່ງ, ຂະຫຍາຍຕະຫຼາດ, ສ້າງເຄື່ອງໝາຍການຄ້າຜະລິດຕະພັນກະສິກຳ ແລະ ພັດທະນາຕ່ອງໂສ້ມູນຄ່າ. ໃນຂະນະດຽວກັນ, ສະມາຄົມຈະສືບຕໍ່ຢັ້ງຢືນບົດບາດເປັນຂົວຕໍ່ ລະຫວ່າງ ຊາວນາກັບພັກ, ລັດ; ເຂົ້າຮ່ວມການສ້າງຕັ້ງລະບົບການເມືອງ, ປັບປຸງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ, ຂະຫຍາຍການຕ່າງປະເທດປະຊາຊົນ ແລະ ຍົກສູງປະສິດທິຜົນການຮ່ວມມືສາກົນ.
ຕາມການຄາດຄະເນ, ກອງປະຊຸມໃຫຍ່ ຄັ້ງທີ IX ຈະສົນທະນາ ແລະ ຜ່ານຂໍ້ຕົກລົງ 5 ເປົ້າໝາຍໃຫຍ່, 11 ຄາດໝາຍຕົ້ນຕໍ ພ້ອມກັບ 6 ກຸ່ມໜ້າທີ່, ມາດຕະການຈຸດສຸມ ສຳລັບອາຍຸການ 2026-2031, ໃນນັ້ນກຳນົດ 4 ໜ້າທີ່ບຸກທະລຸ ແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ ໃນວຽກງານສະມາຄົມ ແລະ ຂະບວນການຊາວນາໃນຕໍ່ໜ້າ.
ກ່າວຄຳເຫັນໃນການຖະແຫຼງຂ່າວກ່ຽວກັບກອງປະຊຸມໃຫຍ່, ທ່ານນາງ ບຸ່ຍທິເທີມ, ຮອງປະທານສະມາຄົມຊາວນາຫວຽดນາມ ໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ ຄັ້ງທີ IX ດຳເນີນໄປໃນທ່າມກາງບັນດາຂັ້ນສະມາຄົມ ແລະ ຊົນຊັ້ນຊາວນາໃນທົ່ວປະເທດ ພວມຕັ້ງໜ້າແຂ່ງຂັນ, ຜັນຂະຫຍາຍຫຼາຍການເຄື່ອນໄຫວ ແນໃສ່ປະກອບສ່ວນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດໃຫ້ມີໄຊໃນໄລຍະໃໝ່.
ຕາມທ່ານນາງ ບຸ່ຍທິເທີມ ແລ້ວ, ເຖິງວ່າຫາກໍ່ຜ່ານພົ້ນໄປເຄິ່ງອາຍຸການ 2023-2028 ແລະ ໃນທ່າມກາງສະພາບການທີ່ລະບົບການເມືອງນັບແຕ່ສູນກາງຮອດຮາກຖານ ພວມຈັດຕັ້ງປະຕິບັດການຈັດວາງກົງຈັກການຈັດຕັ້ງຕາມທິດທາງກະທັດຮັດ, ມີສະມັດຖະພາບ, ມີປະສິດທິຜົນ; ສະມາຄົມຊາວນາຫວຽດນາມ ເຄື່ອນໄຫວຕາມຮູບແບບໃໝ່ ທີ່ຂຶ້ນກັບແນວໂຮມປະເທດຊາດຫວຽດນາມ ຕິດພັນກັບຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ແຕ່ວຽກງານສະມາຄົມ ແລະ ຂະບວນການຊາວນາ ກໍຍັງບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍປະການ.
ຮອດປັດຈຸບັນ, ສະມາຄົມໄດ້ຈັດຕັ້ງປະຕິບັດບັນລຸ ແລະ ລື່ນຄາດໝາຍ 16/18 ຂອງອາຍຸການ; ຫຼາຍຄາດໝາຍທີ່ຍາກກໍໄດ້ສຳເລັດລື່ນແຜນການທີ່ວາງໄວ້. ວຽກງານປັບປຸງບູລະນະການຈັດຕັ້ງກົງຈັກ, ພະນັກງານສະມາຄົມທຸກຂັ້ນ ແມ່ນໄດ້ຮັບການຜັນຂະຫຍາຍຢ່າງເປັນລະບົບ; ການຈັດຕັ້ງກອງປະຊຸມໃຫຍ່ສະມາຄົມຊາວນາທຸກຂັ້ນ ອາຍຸການ 2025-2030 ແມ່ນໄດ້ສຳເລັດຕາມແຜນການຢ່າງຖືກຕ້ອງ, ຮັບປະກັນຄຸນນະພາບ.
![]() |
| ທ່ານນາງ ບຸ່ຍທິເທີມ, ຮອງປະທານສະມາຄົມຊາວນາຫວຽດນາມ ກ່າວຄຳເຫັນໄຂກອງປະຊຸມ. (ຮູບ: VNA) |
ຄຽງຄູ່ກັນນັ້ນ, ວຽກງານເສນາທິການສ້າງກົນໄກ, ນະໂຍບາຍ ແມ່ນສືບຕໍ່ບັນທຶກໄດ້ໝາກຜົນທີ່ພົ້ນເດັ່ນຫຼາຍປະການ ເມື່ອມີ 4 ແຜນງານທີ່ສຳຄັນ ໄດ້ຮັບການອະນຸມັດຜ່ານຈາກທ່ານນາຍົກລັດຖະມົນຕີ, ສ້າງພື້ນຖານຊຸກຍູ້ການດັດແປງໃໝ່ການເຄື່ອນໄຫວຂອງສະມາຄົມ ແລະ ຂະບວນການຊາວນາ.
ໜ້າເອົາໃຈໃສ່ແມ່ນ, ເນື້ອໃນ ແລະ ວິທີການເຄື່ອນໄຫວຂອງສະມາຄົມ ແມ່ນສືບຕໍ່ໄດ້ຮັບການດັດແປງໃໝ່ຕາມທິດທາງຫັນປ່ຽນຈາກການປຸກລະດົມ ໄປສູ່ການນຳພາ, ໜູນຊ່ວຍ ແລະ ຮ່ວມເດີນທາງໄປພ້ອມກັບສະມາຊິກ, ຊາວນາ. ບັນດາຂະບວນການຊາວນາ ແມ່ນໄດ້ຮັບການຈັດຕັ້ງຢ່າງມີຕົວຈິງ, ມີປະສິດທິຜົນກວ່າເກົ່າ, ເອົາໃຈໃສ່ທັງທາງກວ້າງ ແລະ ທາງເລິກ, ປະກອບສ່ວນຍົກສູງຄຸນນະພາບສະມາຊິກ, ລະດັບການຜະລິດ, ທັກສະການດຳເນີນທຸລະກິດ ແລະ ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນຊົນນະບົດ.
“ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວນາຫວຽດນາມ ຄັ້ງທີ IX ແມ່ນເຫດການການເມືອງທີ່ສຳຄັນຂອງຊົນຊັ້ນຊາວນາຫວຽດນາມ ພາຍໃຕ້ການນຳພາຂອງພັກ. ດ້ວຍຈິດໃຈ ‘ສາມັກຄີ - ປະຊາທິປະໄຕ - ບຸກທະລຸ - ຮ່ວມມື - ພັດທະນາ’, ກອງປະຊຸມໃຫຍ່ຈະກຳນົດບັນດາທິດທາງໃຫຍ່ ແນໃສ່ສ້າງຕັ້ງການຈັດຕັ້ງສະມາຄົມໃຫ້ເຂັ້ມແຂງ, ເສີມຂະຫຍາຍບົດບາດເປັນເຈົ້າການຂອງຊາວນາ ໃນການພັດທະນາກະສິກຳ, ເსດຖະກິດຊົນນະບົດ ແລະ ການສ້າງສາຊົນນະບົດໃໝ່”, ທ່ານນາງ ບຸ່ຍທິເທີມ ເນັ້ນໜັກ.
| ຊາວຫວຽດນາມ ຢູ່ 11 ປະເທດ ແລະ 5 ເຂດແຄ້ວນ ເຂົ້າຮ່ວມງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ ຍສໝ - ງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ ຫາກໍ່ຈັດຂຶ້ນໃນບັນຍາກາດທີ່ຟົດຟື້ນ ແລະ ຕື່ນເຕັ້ນ ຢູ່ທີ່ສູນກິລາ Teleki Blanka utca 6, ບູດາເປສ (Budapest), ຮົງກາລີ (Hungary). |
| ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ສື່ມວນຊົນລາວ ເອົາໃຈໃສ່ຊອກຮູ້ຈຸດໃໝ່ຂອງກອງປະຊຸມໃຫຍ່ ຕອນເຊົ້າວັນທີ 16 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ລາວ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ເພື່ອແນໃສ່ສະໜອງຂໍ້ມູນທາງການໄປຍັງບັນດາອົງການສື່ມວນຊົນຂອງລາວ ກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV, ໝາກຜົນຂອງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ກໍ່ຄືການກຳນົດທິດ, ເປົ້າໝາຍພັດທະນາ ແລະໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ. |
ແທັງຮັ່ງ

