Collectif Vietnam Dioxine ຕໍ່ສູ້ເພື່ອສະໜັບສະໜູນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

06:30 | 06/10/2021

ຍ​ສ​ໝ - ບັນ​ດາ​ສະ​ມາ​ຊິກ​ຂອງ Collectif Vietnam Dioxine ດ້​ວຍ​ຈິດ​ໃຈ “ກ້າ​ຫານ, ອົດ​ທົນແລະຄວາມ​ຫວັງ” ຈະ​ຍັງ​ຄົງ​ສືບ​ຕໍ່​ການ​ຕໍ່​ສູ້​ຍາດ​ເອົາ​ຄວາມ​ຍຸ​ຕິ​ທຳແລະການ​ສະ​ໜັບ​ສະ​ໜູນ​ຊ່ວຍເຫຼືອບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ.

Operation Smile Vietnam ລະດົມກອງທຶນໄດ້ກວ່າ 2 ຕື້ດົ່ງເພື່ອຊື້ອຸປະກອນການແພດໜູນຊ່ວຍ ຫວຽດນາມຕ້ານການລະບາດຂອງພະຍາດໂຄວິດ -19 Operation Smile Vietnam ລະດົມກອງທຶນໄດ້ກວ່າ 2 ຕື້ດົ່ງເພື່ອຊື້ອຸປະກອນການແພດໜູນຊ່ວຍ ຫວຽດນາມຕ້ານການລະບາດຂອງພະຍາດໂຄວິດ -19
Plan International VietNam ໄດ້ລະດົມ 26,3 ຕື້ດົ່ງ ເພື່ອສະໜັບສະໜູນຜູ້ປະສົບໄພນ້ຳຖ້ວມ ຢູ່ພາກກາງຂອງປະເທດຫວຽດນາມ Plan International VietNam ໄດ້ລະດົມ 26,3 ຕື້ດົ່ງ ເພື່ອສະໜັບສະໜູນຜູ້ປະສົບໄພນ້ຳຖ້ວມ ຢູ່ພາກກາງຂອງປະເທດຫວຽດນາມ
Collectif Vietnam Dioxine ຕໍ່ສູ້ເພື່ອສະໜັບສະໜູນບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ ດິງ​ຕວານ​ທັ້ງ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ(ພາບ: baotintuc.vn)

ວັນ​ທີ 2 ຕຸ​ລາປີ 2021, ໃນ​ການ​ຕ້ອນ​ຮັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ອົງ​ການ Collectif Vietnam Dioxine, ທ່ານດິງ​ຕວານ​ທັ້ງເອກ​ອັກ​ຄະ​ລັດ​ຖະ​ທູດຫວຽດ​ນາມປະ​ຈຳ ຝ​ລັ່ງ ໃຫ້​ຮູ້​ວ່າສະ​ຖານ​ທູດຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄລ່​ກັ​ບ Collectif Vietnam Dioxine ໃນ​ການ​ຕໍ່​ສູ້​ຍາດ​ເອົາ​ຄວາມຍ​ຸ​ຕິ​ທຳແລະສິດ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມຫວຽດ​ນາມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດິງ​ຕວານ​ທັ້ງ ໄດ້​ປະ​ກາດ​ກ່ຽວ​ກັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ແຫ່ງ​ລັດຫວຽດ​ນາມເພື່ອ​ແນ​ໃສ່​ລົບ​ລ້າງ​ຄວາມ​ເຈັບ​ປວດທາງ​ຮ່າງ​ກາຍແລະຈິດ​ໃຈ​ຂອງບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມຫວຽດ​ນາມ. ທຸກໆປີ, ຫວຽດ​ນາມ​ໄດ້​ສະ​ຫງວນເງິນ​ເປັນ​ຈຳ​ນວນ 400 ລ້ານເອີໂຣເພື່ອ​ນຳ​ໃຊ້​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ເບິ່ງ​ແຍງ​ດູ​ແລ, ໜູນ​ຊ່ວຍແລະບຳ​ລຸງ​ສ້າງວິ​ຊາ​ຊີບ​ໃຫ້​ແກ່​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ.

ການ​ເຄື່ອນ​ໄຫວລ້າງ​ທາດ​ພ​ິດ​ຢູ່​ບັນ​ດາ​ສະ​ຖານ​ທີ່​ທີ່​ຖືກ​ມົນ​ລະ​ພິດ​ຢ່າງ​ຮ້າຍ​ແຮງຍ້ອນ​ທາດ dioxine ຄື​ຢູ່​ສະ​ໜາມ​ບິນບຽນ​ຮ່​ວາແລະດ່າ​ນັ້ງໄດ້ແລະພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ແລະປະສານສົມ​ທົບ​ຂອງລັດ​ຖະ​ບານອາ​ເມ​ລິ​ກາ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຮຽກ​ຮ້ອງ​ໃຫ້​ບັນ​ດາ​ສະ​ມາ​ຊິກ Collectif Vietnam Dioxine ສືບ​ຕໍ່ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງແລະລະ​ອຽດເພື່ອ​ໜູນ​ຊ່ວຍແລະສະ​ໜັບ​ສະ​ໜູນ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທ່ານຫວໍ​ດິງ​ກິມ, ຜູ້​ປ​ະ​ສານ​ງານ​ຂອງ Collectif Vietnam Dioxine ໄດ້​ຢັ້ງ​ຢືນ​ຈະ​ສືບ​ຕໍ່​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ເຜີຍ​ແຜ່ກ່ຽວ​ກັບ​ທາດ​ພິດ​ສີ​ສົ້ມ, ຮຽກ​ຮ້ອງການ​ຊ່ວຍ​ເຫຼືອໃຫ້​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ສະ​ໜັບ​ສະ​ໜູນ​ການ​ຮ້ອງ​ຟ້ອງ​ຂອງ​ທ່ານ​ນາງເຈິ່ນ​ໂຕ​ງາ…

ທ່ານ​ນາງເຈິ່ນ​ໂຕ​ງາ ມີ​ຄວາມ​ປາດ​ຖະ​ໜາ​ວ່ານັບ​ທັງ​ເວ​ລາ​ທີ່​ທ່ານ​ນາງບໍ່​ສາ​ມາດ​ຕໍ່​ສູ້​ໄດ້, ບັນ​ດາ​ສະ​ມາ​ຊິກ​ຂອງ Collectif Vietnam Dioxine ດ້ວຍ​ຈິດ​ໃຈ “ກ້າ​ຫານ, ອົດ​ທົນແລະມີຄວາມ​ຫວັງ” ຈະ​ຍັງ​ສືບ​ຕໍ່​ກາ​ນ​ຕໍ່​ສູ້​ຍາດ​ເອົາ​ຄວາມ​ຍຸ​ຕິ​ທຳແລະ​ ສະ​ໜັບ​ສະ​ໜູນ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ.

ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ປີ 2004, Collectif Vietnam Dioxine ແມ່ນ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ມີ​ການ​ເຂົ້າ​ຮ່ວມ​ຂອງກ່​ວາ 20 ສະ​ມາ​ຄົມ, ຄະ​ນະ​ຂອງ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຝ​ລັ່ງແລະເພື່ອນ​ມິດ​ຝ​ລັ່ງ, ໃນ​ນັ້ນ​ມີສະ​ມາ​ຄົມ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ຝ​ລັ່ງ (UGVF), ສະ​ມາ​ຄົມ​ຊາວ​ໜຸ່ມຫວຽດ​ນາມອາ​ໄສ​ຢູ່​ຝ​ລັ່ງ (UJVF), ສະ​ມາ​ຄົມ​ມິດ​ຕະ​ພາບຝ​ລັ່ງຫວຽດ​ນາມ(AAFV), ສະ​ມາ​ຄົມ​ນັກ​ຮົບ​ເກົ່າສາ​ທາ​ລະ​ນະ​ລັດຂອງຝ​ລັ່ງ (ARAC), ກອງ​ທຶນແຈ້ງ​ເຕືອນ​ກ່ຽວ​ກັບ​ທາດ​ພິດ​ສີ​ສົ້ມ (FaAOD), ສະ​ມາ​ຄົມ​ນັກ​ສຶກ​ສາຫວຽດ​ນາມປະ​ຈຳຝ​ລັ່ງ (UEVF)… ອົງ​ການ​ຈັດ​ຕັ້ງ​ນີ້ໄດ້​ປະ​ຕິ​ບັດ​ການຖະ​ແຫຼງ​ຂ່າວ, ​ໂຄ​ສະ​ນາ​ເຜີຍ​ແຜ່, ງານ​ວາງ​ສະ​ແດງ, ຮຽກ​ຮ້ອງ​ການ​ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອ​ຂອງ​ເພື່ອນ​ມິດ​ຝ​ລັ່ງແລະປະ​ຊາ​ຄົມ​ສາ​ກົນຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.